• ຂະແໜງບໍລິຫານ ແລະ ຈັດຕັ້ງ
ໜ້າທີ່ ຂອງຂະແໜງ ບໍລິຫານ ແລະ ຈັດຕັ້ງ
- ຄົ້ນຄວ້າສ້າງແຜນການເຄື່ອນໄຫວ ແລະ ສະຫຼຸບສັງລວມວຽກງານ ຂອງພະແນກ ປະຈຳເດືອນ, ງວດ ແລະ ປະຈຳປີ ເພື່ອນສະເໜີໃຫ້ຫົວໜ້າພະແນກພິຈາລະນາ.
- ຂາເຂົ້າ-ຂາອອກ, ສຳເນົາ ແລະ ຄຸ້ມຄອງເອກະສານທາງການ ຂອງພະແນກ ບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ເຊື່ອມຄຸນ.
- ປະຊາສຳພັນ, ພິທີການ, ຂ່າວສານ, ໂຄສະນາອົບຮົມ ແລະ ຈັດຕັ້ງເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍ ຂອງລັດໃຫ້ທັນສະພາບການ.
- ເຮັດແຈ້ງການ. ຕິດຕາມກວດກາການປະຕິບັດຄຳສັ່ງ ແລະ ລາຍງານໃຫ້ຂັ້ນເທີງເປັນປົກກະຕິທັນກັບເວລາ.
- ຂື່ນແຜນການງົບປະມານ, ຄຸ້ມຄອງບັນຊີ-ການເງີນ ແລະ ຊັບສົມບັດຂອງລັດ ທີ່ຂື້ນກັນການຄຸ້ມຄອງ ຂອງພະແນກແຜນການ ແລະ ການລົງທືນ.
- ຈັດຕັ້ງປ້ອງກັນສຳນັກງານ ແລະ ຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍສຳນັກງານຂອງພະແນກ.
- ເກັບກຳ, ສຳເນົາ, ຄຸ້ມຄອງຊີວະປະຫວັດ ແລະ ເອກະສານການເຄື່ອນໃຫວຕ່າງໆ ຂອງພະນັກງານ-ລັດຖະກອນທີ່ຂື້ນກັບການຄຸ້ມຄອງຂອງພະແນກ.
- ຄົ້ນຄວ້າສ້າງແຜນການຄວາມຕ້ອງການລັດຖະກອນ ເພື່ອບັນຈຸ, ສັບຊ້ອນໃສ່ແຕ່ລະຕຳແໜ່ງງານໃນຂະແໜງການ ຂັ້ນພະແນກ ແລະ ຂັ້ນເມືອງ, ພ້ອມທັງຄົ້ນຄວ້າສະເໜີແຕ່ງຕັ້ງ, ເລື່ອນຕຳແໜ່ງ, ການເລື່ອນຊັ້ນ-ຂັ້ນເງີນເດືອນ, ການຍົກຍ້າຍ ແລະ ການສັບປ່ຽນໜ້າທີ່
ຂອງລັດຖະການທີ່ຂື້ນກັບການຄຸ້ມຄອງຂອງພະແນກ.
- ຄົ້ນຄວ້າສ້າງແຜນການຝືກອົບຮົມ, ບຳລຸງຍົກລະດັບວິຊາສະເພາະ ແລະ ການກໍ່ສ້າງວິຊາການໃນໄລຍະສັ້ນ ຫຼື ຍາວນານ.
- ຄົ້ນຄວ້າການປະຕິບັດນະໂຍບາຍຕ່າງໆ ຕໍ່ລັດຖະກອນທີ່ຂື້ນກັບການຄຸ້ມຄອງ ຂອງພະແນກເປັນຕົ້ນ ນະໂຍບາຍສະຫວັດດີການສັງຄົມ, ນະໂຍບາຍອອກອຸດໜູນ ແລະ ອອກເບ້ຍບຳນານຂອງລັດຖະກອນ.
- ສະຫຼຸບລາຍງານວຽກງານບໍລິຫານ, ການເຄື່ອນໄຫວວຽກງານແນວຄິດການເມືອງ ແລະ ການຈັດຕັ້ງ ເພື່ອລາຍງານໃຫ້ຂັ້ນເທີງເປັນແຕ່ລະເດືອນ, ງວດ ແລະ ປະຈຳປີ.