ເວັບໄຊທາງການ
ກະຊວງແຜນການ ແລະ ການລົງທືນ
ພະແນກແຜນການ ແລະ ການລົງທືນ
ແຂວງຄໍາມ່ວນ, ສປປ ລາວ.
ວິໃສທັດ: ແຂວງຄໍາມ່ວນ ເປັນແຫລ່ງສະບຽງອາຫານ, ເປັນສູນກາງການຄ້າ ແລະ ບໍລິການ-ການທ່ອງທ່ຽວ.
ອັບເດດລ່າສຸດ: 2023-12-07 20:00:12

ດ້ານກະສິກໍາ ແລະ ປ່າໄມ້

ກ.    ດ້ານການປູກຝັງ.
     ການຜະລິດສະບຽງອາຫານ ໂດຍສະເພາະແມ່ນເຂົ້າ, ໃນປີ 2014 ຜະລິດເຂົ້າ ໄດ້ 328,620 ໂຕນ ໃນນັ້ນ: ເນື້ອທີ່ນາປີ 80,180 ຮຕ, ຜົນຜະລິດໄດ້ 270,100 ໂຕນ ກວມເອົາປະມານ 82.19%,ສະມັດຕະພາບ 3.75 ຕ/ຮຕ, ເນື້ອທີ່ນາແຊງ 12,250 ຮຕ, ຜົນຜະລິດໄດ້ 57,760 ໂຕນ ກວມ 17.58%, ສະມັດຕະພາບ 5.58 ຕ/ຮຕ ແລະ ເນື້ອທີ່ປູກເຂົ້າເນີນສູງ 300 ຮຕ, ຜົນຜະລິດໄດ້ 760 ໂຕນ ກວມເອົາ 0.23%, ສະມັດຕະພາບ 2.00 ຕ/ຮຕ. ສະເລ່ຍຕໍ່ຫົວຄົນໄດ້ 828 ກິໂລ/ຄົນ/ປີ (ພົນລະເມືອງ 396,729 ຄົນ), ຖ້າຄິດໄລ່ທຽບໃສ່ອັດຕາການບໍລິໂພກເຂົ້າ 350 ກລ/ຄົນ/ປີ (ເຂົ້າເປືອກ) ແມ່ນສາມາດຕອບສະໜອງໃຫ້ແກ່ສັງຄົມໄດ້ໂດຍພື້ນຖານ. ຊຶ່ງສະແດງໃຫ້ເຫັນວ່າຜົນຜະລິດເຂົ້າໄດ້ເພີ່ມຂຶ້ນຈາກ 142,372ໂຕນ ໃນປີ 2011 ມາເປັນ 328,620 ໂຕນ ເຂົ້າເປືອກໃນປີ 2014. ທຽບໃສ່ແຜນການ 5 ປີ ສາມາດບັນລຸ 90.43 % ຂອງແຜນການ 5 ປີ ທີ່ວາງໄວ້ໃນເບື້ອງຕົ້ນ (363,400ໂຕນ).
ຄາດຄະເນໃນປີ 2015 ຜະລິດເຂົ້າໃຫ້ໄດ້ 382,340 ໂຕນ, ເນື້ອທີ່ນາປີ 82,220 ເຮັກຕາ, ຜົນຜະລິດ 312,200 ໂຕນ, ສະມັດຕະພາບ 3.8 ຕ/ຮຕ, ເນື້ອທີ່ນາແຊງ 12,470 ເຮັກຕາ, ຜົນຜະລິດ 69,640 ໂຕນ, ສະມັດຕະພາບ 5.58 ຕ/ຮຕ, ເນື້ອທີ່ເຂົ້າເນີນສູງ 250 ເຮັກຕາ, ຜົນຜະລິດ 500 ໂຕນ, ສະມັດຕະພາບ 2.00 ຕ/ຮຕ.
-    ສາລີຫວານ: ເພີ່ມຂຶ້ນຈາກ 4,916 ໂຕນ ໃນປີ 2011 ມາເປັນ 8,791 ໂຕນ ໃນປີ 2014 ( ເພີ້ມຂື້ນ 78.82% ) ແລະ ທຽບໃສ່ແຜນການ 5 ປີ (7,060ໂຕນ) ລື່ນແຜນ 24.52%. ປູກຫຼາຍກວ່າໝູ່ ຢູ່ ເມືອງ ທ່າແຂກ, ມະຫາໄຊ, ໜອງບົກ ແລະ ຫີນບູນ.
-    ເຜືອກມັນ: ເພີ່ມຂຶ້ນ ຈາກ 2,016 ໂຕນ ໃນປີ 2011 ມາເປັນ 2,071 ໂຕນ ໃນປີ 2014 ( ເພີ້ມຂື້ນ 2.73% ), ທຽບໃສ່ແຜນການ 5 ປີ (1,700ໂຕນ)ລື່ນແຜນການໄດ້ 21.82%, ປູກຫຼາຍ ກວ່າ ໝູ່ຢູ່ ເມືອງ ທ່າແຂກ, ໜອງບົກ ແລະ ບົວລະພາ.
-    ພືດຜັກ: ເພີ່ມຂຶ້ນຈາກ 11,681 ໂຕນ ໃນປີ 2011 ມາເປັນ 17,038 ໂຕນ ໃນປີ 2014 ເພີ່ມຂຶ້ນ 45.86% ແລະ ທຽບໃສ່ແຜນການ 5 ປີ ( 13,680ໂຕນ ) ລື່ນແຜນການ 24.55% .ໃນນີ້ ປູກຫຼາຍ ກວ່າໝູ່ແມ່ນ ຢູ່ ເມືອງ ທ່າແຂກ, ມະຫາໄຊ, ໜອງບົກ, ຫີນບູນ ແລະ ເຊບັ້ງໄຟ.

ຂ.     ການລ້ຽງສັດແລະການປະມົງ.
      ຄວາຍ ຈາກ 61,707 ໂຕ ໃນປີ 2011 ມາເປັນ 67,368 ໂຕ ໃນປີ 2014, ທຽບໃສ່ແຜນການ 5 ປີ (85,197 ໂຕ) ບັນລຸໄດ້ 97.07% ຂອງແຜນການ.
ງົວ ຈາກ 94,447 ໂຕ ໃນປີ 2011 ມາເປັນ 105,314ໂຕ ໃນປີ 2014 ທຽບໃສ່ແຜນການ 5 ປີ (117,525ໂຕ) ບັນລຸໄດ້ 89.60% ຂອງແຜນການ.
ໝູລາດຈາກ 44,685 ໂຕ ໃນປີ 2011 ມາເປັນ 55,150ໂຕ ໃນປີ 2014, ທຽບໃສ່ແຜນການ 5 ປີ (107,408 ໂຕ) ບັນລຸ 51.35 % ຂອງແຜນການ.
ສັດປີກ ຈາກ 507,372ໂຕ ໃນປີ 2011 ມາເປັນ 873,629 ໂຕ ໃນປີ 2014 ແລະ ທຽບໃສ່ແຜນການ 5 ປີ (804,680 ໂຕ) ລື່ນແຜນການ 8.57% ຂອງແຜນການ.
ຈາກອັດຕາການຂະຫຍາຍຕົວຂອງສັດລ້ຽງຂ້າງເທິງຈຶ່ງສາມາດສະໜອງຊີ້ນ, ປາ ແລະ ໄຂ່ ໃຫ້ແກ່ສັງຄົມໄດ້ທັງໝົດ 17,110 ໂຕນ ໃນປີ 2011 ມາເປັນ 18,620 ໂຕນ, ໃນປີ 2014 ເພີ່ມຂຶ້ນ 8.82 % ແລະ ຖ້າທຽບໃສ່ແຜນການ 5 ປີ (20,506 ໂຕນ) ບັນລຸ 90.80% ຂອງແຜນການ. ສ້າງໃຫ້ອັດຕາການບໍລິໂພກຊີ້ນ, ປາ ໂດຍສະເລ່ຍ ບັນລຸໄດ້ 47 ກິໂລ/ຄົນ/ປີ ໃນປີ 2011 ມາເປັນ 49.00 ກິໂລ/ຄົນ/ປີ ໃນປີ 2014 ທຽບໃສ່ແຜນປີ 2015 (48,50 ກິໂລ/ຄົນ/ປີ)ລື່ນແຜນການ 1.03 %.

ຄ.    ການປູກພືດເປັນສິນຄ້າ.
-    ມັນຕົ້ນ: ຈາກ 500 ເຮັກຕາ, ຜົນຜະລິດ 1,800ໂຕນ ໃນປີ 2011 ມາເປັນ 1,240 ເຮັກຕາ, ຜົນຜະລິດ 28,502 ໂຕນ ໃນປີ 2014, ຖ້າທຽບໃສ່ແຜນການ 5 ປີ(25,800ໂຕນ) ລື່ນແຜນການ 10.47%. ປູກຫຼາຍກວ່າໝູ່ແມ່ນ: ຢູ່ເມືອງຫີນບູນ, ຍົມມະລາດ, ມະຫາໄຊ, ບົວລະພາ ແລະ ເຊບັ້ງໄຟ. ມີຕະຫຼາດຮອງຮັບໂດຍສະເພາະແມ່ນໂຮງງານປຸງແຕ່ງມັນຕົ້ນ ຂອງບໍລິສັດ ແມ່ນ້ຳຂອງສົ່ງເສີມກະສິກຳ ຈຳກັດຜູ້ດຽວ ແລະ ມີໂຮງງານຜະລິດແປ້ງມັນຕົ້ນຢູ່ເມືອງຍົມມະລາດ.
-     ອ້ອຍ: ຈາກ 154 ເຮັກຕາ ຜົນຜະລິດ 324 ໂຕນ ໃນປີ 2011 ມາເປັນ 287 ເຮັກຕາ ຜົນຜະລິດ 5,883 ໂຕນ.ໃນປີ 2014, ຖ້າທຽບໃສ່ແຜນການ 5 ປີ (1,610ໂຕນ) ລື່ນແຜນການ 265.40% ຂອງແຜນການ. ປະຈຸບັນປູກຫຼາຍກວ່າໝູ່ແມ່ນຢູ່ ເມືອງ ຫີນບູນ, ທ່າແຂກ ແລະ ເຊບັ້ງໄຟ.
-     ຢາສູບ: ຈາກ 961 ເຮັກຕາ ຜົນຜະລິດ 3,781 ໂຕນ ໃນປີ 2011 ລຸດລົງເປັນ 954 ເຮັກຕາ ຜົນຜະລິດ 3,458 ໂຕນ ໃນປີ 2014 ສາເຫດລຸດລົງຍ້ອນປະຊາຊົນຫັນໄປປູກພືດຊະນິດອື່ນ.ຖ້າທຽບໃສ່ແຜນການ 5 ປີ (ມີ 527 ເຮັກຕາ, ຜົນຜະລິດ 2,472 ໂຕນ) ລື່ນແຜນການ 39.88 % ຂອງແຜນການ, ປູກຫຼາຍແມ່ນ ຢູ່ ເມືອງ ທ່າແຂກ, ໜອງບົກ, ຫີນບູນ, ຄູນຄຳ, ນາກາຍ ແລະ ເຊບັ້ງໄຟ.

ງ.    ການລ້ຽງສັດເປັນສິນຄ້າ.
     ຟາມງົວ ຈາກ 9 ຟາມ, (558 ໂຕ) ໃນປີ 2011 ມາເປັນ 10 ຟາມ ມີງົວ 540 ໂຕໃນປີ 2014, ຈຳນວນຟາມເພີ້ມ ຂື້ນ 01 ຟາມ ແຕ່ຈຳນວນສັດຫລຸດລົງ 3.22%, ທຽບໃສ່ແຜນການ 5 ປີຈໍານວນຟາມບັນລຸໄດ້ 100%, ແຕ່ຈຳນວນ ງົວ ບັນລຸໄດ້ ພຽງແຕ່ 54% (ແຜນການ 1,000 ໂຕ), ງົວພັນສອດ 61 ໂຕ.
ຟາມລ້ຽງໝູພັນ ຈາກ 83 ຟາມ, ມີໝູ 32,229 ໂຕ ໃນປີ 2011 , ຫລຸດລົງມາເປັນ 60 ຟາມ ມີໝູ 25,773 ໂຕໃນປີ 2014, ຈຳນວນໝູຫລຸດລົງ 20.03% ທຽບໃສ່ແຜນການ 5 ປີ (ຈໍານວນໝູ 94,884 ໂຕ) ບັນລຸໄດ້ພຽງແຕ່ 27.16 %. ສາເຫດລຸດລົງຍ້ອນລາຄາໝູຕໍ່າ, ບໍ່ສາມາດແກ້ງແຍ່ງຕະຫຼາດ ແລະ ຜູ້ປະກອບການບໍ່ສາມາດເຂົ້າເຖິງແຫຼ່ງທຶນ.
ຟາມລ້ຽງໄກ່ພັນໄຂ່ ຈາກ 04 ຟາມ, ມີໄກ່ 23,000 ໂຕ ໃນປີ 2011, ມາເປັນ 09 ຟາມ, ມີໄກ່ 26,992 ໂຕ (ໃນນີ້ໄກ່ພັນໄຂ່ມີ 13,792 ໂຕ)ໃນປີ 2014 ເພີ້ມຂື້ນ 17.36%, ທຽບໃສ່ແຜນການ 5 ປີ (ມີໄກ່ 30,000 ໂຕ) ບັນລຸໄດ້ 89.97% ແລະ ສາມາດຜະລິດໄຂ່ສະໜອງໄດ້ຫຼາຍກວ່າ 10,344 ໜ່ວຍຕໍ່ວັນ. ຟາມເປັດມີຈໍານວນ 17 ຟາມ, ມີເປັດ 9,516 ໂຕ, ຟາມນົກກະທາ 04 ຟາມ, ມີນົກຈໍານວນ 23,440 ໂຕ ໃນປີ 2014.
ຟາມລ້ຽງປາເປັນກະຊັງຈາກ 06 ຟາມ, ມີ 573 ກະຊັງ, ມີປາ 3,094,200 ໂຕ ໃນປີ 2011 ຫລຸດລົງມາເປັນ 05 ຟາມ, ມີ 485 ກະຊັງ, ມີປາ 3,560,976 ໂຕ, ໃນປີ 2014 ຈຳນວນປາ ເພີ້ມຂື້ນ 15.08%, ທຽບໃສ່ແຜນການ 5 ປີ (480 ກະຊັງ , ມີ 1,000,000 ໂຕ ) ຈຳນວນປາ ລື່ນແຜນ 256.10 %.

ຈ.    ວຽກງານດ້ານປ່າໄມ້.
ແຂວງມີປ່າຜະລິດ 3 ແຫ່ງ, ເນື້ອທີ່ທັງໝົດ 266,684 ເຮັກຕາ, ໃນນີ້: ເນື້ອທີ່ປ່າໄມ້ 215,935 ເຮັກຕາ, ຊຶ່ງແບ່ງອອກເປັນ 25 ເຂດຄຸ້ມຄອງຍ່ອຍ ມາຮອດປະຈຸບັນສຳເລັດການສຳຫຼວດເກັບກຳຂໍ້ມູນ ແລະ ສ້າງແຜນຈັດສັນແລ້ວໃນເຂດດັ່ງກ່າວ.
ສຳຫຼວດ ແລະ ເກັບກຳຂໍ້ມູນສວນປູກໄມ້ທົ່ວແຂວງ ໄດ້ຈຳນວນ 4,012 ຕອນ, ເນື້ອທີ່ 23,556.610 ເຮັກຕາ, ສາມາດຂຶ້ນທະບຽນ ແລະ ອອກໃບຢັ້ງຢືນສວນປູກໄດ້ຈຳນວນ 413 ຕອນ, ເນື້ອທີ່ 4,640.16 ເຮັກຕາ.

•    ປະຕິບັດການຟື້ນຟູປ່າ ຢູ່ໃນເຂດປ່າຜະລິດ ໄດ້ທັງໝົດ 14,514.12 ເຮັກຕາ,ບັນລຸ 68.94 % ຂອງແຜນການ 5 ປີ (21,052 ເຮັກຕາ)ສະເພາະແຕ່ປ່າຜະລິດ.
•    ການເກັບແກ່ນໄມ້ ຈາກ 96 ກິໂລໃນປີ 2011 ແລະ ມາເປັນ 1,000 ກິໂລ ໃນປີ 2014, ທຽບໃສ່ແຜນການ 5 ປີ (6,579 ກິໂລ) ບັນລຸໄດ້ 15.20 %.
•    ການກ້າເບ້ຍໄມ້ຈາກ 7,000 ເບ້ຍ ໃນປີ 2011 ແລະ ມາເປັນ 3,719,000 ເບັ້ຍໃນປີ 2014, ທຽບໃສ່ແຜນການ 5 ປີ(8,278,300 ເບັ້ຍ) ບັນລຸໄດ້ 44.92 %.
•    ການປູກໄມ້ທົດແທນໃນປ່າຊຸດໂຊມ ຈາກ 6.30 ເຮັກຕາ ໃນປີ 2011 ແລະ ມາເປັນ 746.48 ເຮັກຕາ ໃນປີ 2014, ທຽບໃສ່ແຜນການ 5 ປີ (6,253 ເຮັກຕາ) ບັນລຸໄດ້ 11.94 %.

ສ.    ວຽກງານຊົນລະປະທານ.
      ປີ 2010-11 ຊົນລະປະທານມີ 225 ແຫ່ງ, ສະໜອງນ້ຳໃນລະດູຝົນໄດ້ 13,678 ເຮັກຕາ, ລະດູແລ້ງໄດ້ 10,167 ເຮັກຕາ, ມອບໂອນຊົນລະປະທານໃຫ້ປະຊາຊົນຄຸ້ມຄອງ ແລະ ນຳໃຊ້ 122 ແຫ່ງ. ປະຈຸບັນທົ່ວແຂວງມີລະບົບຊົນລະ ປະທານ 222 ແຫ່ງ, ສາມາດນຳໃຊ້ໄດ້ 163 ແຫ່ງ, ສະໜອງນ້ຳໄດ້ 12,250 ເຮັກຕາ. ສາເຫດລະບົບຊົນລະປະທານຫຼຸດລົງ ເນື່ອງຈາກຖຶກເປ່ເພເສຍຫາຍຈາກຜົນກະທົບ ຂອງພະຍຸໄຮມາ ແລະ ນົກເຕັນ ໃນລະດູຝົນ ປີ 2011 ລວມທັງໝົດມີໂຄງການທີ່ໄດ້ຮັບການສ້ອມແປງ 47 ໂຄງການ, ມູນຄ່າ 8,398.21 ລ້ານກີບ ແລະ ໂຄງການຖົມຂຸມຄ່າກະແສໄຟຟ້າ 105 ໂຄງການ, ມູນຄ່າ 3,004.52 ລ້ານກີບ.