ເວັບໄຊທາງການ
ກະຊວງແຜນການ ແລະ ການລົງທືນ
ພະແນກແຜນການ ແລະ ການລົງທືນ
ແຂວງຄໍາມ່ວນ, ສປປ ລາວ.
ວິໃສທັດ: ແຂວງຄໍາມ່ວນ ເປັນແຫລ່ງສະບຽງອາຫານ, ເປັນສູນກາງການຄ້າ ແລະ ບໍລິການ-ການທ່ອງທ່ຽວ.
ອັບເດດລ່າສຸດ: 2023-12-07 20:00:12

ດ້ານການເງີນ

    ການເກັບລາຍຮັບເຂົ້າງົບປະມານຕາມແຜນທີ່ກຳນົດໃວ້ແຕ່ລະປີເພີ່ມຂື້ນປະມານ 20% ເທົ່າກັບ 1,601.47 ຕື້ກີບ, ແຕ່ການຈັດຕັ້ງປະຕິບັດຕົວຈິງເຖິງປະຈຸບັນໄດ້ແລ້ວ 2,100.35 ຕື້ກີບ, ເທົ່າກັບ 127.24% ຂອງແຜນ 5 ປີ (2011-2015). ໃນນັ້ນ:

-   ລາຍຮັບງົບປະມານສູນກາງປະຕິບັດໄດ້ 970.19 ຕື້ກີບ ເທົ່າກັບ 104.13% ຂອງແຜນການ 5 ປີ (2011-2015).
-    ລາຍຮັບງົບປະມານທ້ອງຖິ່ນປະຕິບັດໄດ້ 1,130.13 ຕື້ກີບ ເທົ່າກັບ 98.11% ຂອງແຜນການ 5 ປີ (2011-2015).

    ລະອຽດລາຍຮັບແຕ່ລະສົກປີ:
+    ສົກປີ 2010-2011 : ງົບປະມານສູນກາງ ເທົ່າກັບ 118.57 ຕື້ກີບ, ງົບປະມານທ້ອງຖິ່ນ 146.91 ຕື້ກີບ.
+    ສົກປີ 2011-2012: ງົບປະມານສູນກາງ ເທົ່າກັບ 151.88 ຕື້ກີບ, ງົບປະມານທ້ອງຖິ່ນ 185.27 ຕື້ກີບ.
+    ສົກປີ 2012-2013: ງົບປະມານສູນກາງ ເທົ່າກັບ 181.79 ຕື້ກີບ, ງົບປະມານທ້ອງຖິ່ນ 223.83 ຕື້ກີບ.
+    ສົກປີ 2013-2014: ງົບປະມານສູນກາງເທົ່າກັບ 236.48 ຕື້ກີບ, ງົບປະມານທ້ອງຖິ່ນ 240.72 ຕື້ກີບ.
+    ສົກປີ 2014-2015: ງົບປະມານສູນກາງເທົ່າກັບ 281.49 ຕື້ກີບ, ງົບປະມານທ້ອງຖິ່ນ 333.37 ຕື້ກີບ.
-    ການປະຕິບັດລາຍຈ່າຍງົບປະມານຂອງແຂວງ 1,789.80 ຕື້ກີບ ເທົ່າກັບ 96.76% ຂອງແຜນການ 5 ປີ (2011-2015).

     ລະອຽດລາຍຈ່າຍແຕ່ລະສົກປີ:
+    ສົກປີ 2010-2011: ງົບປະມານ 187.23 ຕື້ກີບ ເທົ່າກັບ 97.81% ຂອງແຜນການ 5 ປີ (2011-2015).
+    ສົກປີ 2011-2012: ງົບປະມານ 238.01 ຕື້ກີບ ເທົ່າກັບ 94.00% ຂອງແຜນການ 5 ປີ (2011-2015).
+    ສົກປີ 2012-2013 : ງົບປະມານ 440.46 ຕື້ກີບ ເທົ່າກັບ 98.09% ຂອງແຜນການ 5 ປີ (2011-2015).
+    ສົກປີ 2013-2014: ງົບປະມານ441.00 ຕື້ກີບ ເທົ່າກັບ 93.27% ຂອງແຜນການ 5 ປີ (2011-2015).
+    ສົກປີ 2014-2015 : ງົບປະມານ 483.08 ຕື້ກີບ ເທົ່າກັບ 100% ຂອງແຜນການ 5 ປີ (2011-2015).

-    ດ້ານລາຍຮັບຖ້າທຽບໃສ່ແຜນ 5 ປີ ຂອງກອງປະຊຸມໃຫຍ່ຄັ້ງທີ່ VIII ຂອງອົງຄະນະພັກແຂວງຄຳມ່ວນປະຕິບັດໄດ້ 127.24%, ຖ້າທຽບໃສ່ແຜນລາຍຮັບຕົວຈິງ 5 ປີ ປະຕິບັດໄດ້ 100.64%.
-    ດ້ານລາຍຈ່າຍຖ້າທຽບໃສ່ແຜນ 5 ປີ ຂອງກອງປະຊຸມໃຫຍ່ຄັ້ງທີ່ VIII ຂອງອົງຄະນະພັກແຂວງ ຄຳມ່ວນ ປະຕິບັດໄດ້ 157.03%, ຖ້າທຽບໃສ່ແຜນລາຍຮັບຕົວຈິງ 5 ປີ ປະຕິບັດໄດ້ 96.76%.