ບົດບາດຍິງ-ຊາຍ ສປປ ລາວ ຖືກຈັດອັນດັບຢູ່ທີ 88 ຂອງດັດຊະນີການພັດທະນາທີ່ສໍາພັນກັບບົດບາດຍິງ-ຊາຍ (ຫຼື GDI), 122 ຂອງດັດຊະນີການພັດທະນາມະນຸດ (HDI)[1] ແລະ ຢູ່ອັນດັບທີ 107 ໃນຈໍານວນ 187 ປະເທດຂອງດັດສະນີຄວາມບໍ່ສະເໜີພາບ ລະຫວ່າງຍິງ ແລະ ຊາຍ ໃນປີ 2011[2]. ແຜນຍຸດທະສາດເພື່ອການເຕີບໂຕ ແລະ ລົບລ້າງຄວາມທຸກຍາກແຫ່ງຊາດ ເນັ້ນໜັກບົດບາດຍິງ-ຊາຍ ເປັນດັ່ງບູລິມະສິດໃຈກາງ. ກົດໝາຍຫຼາຍສະບັບຖືກນໍາໃຊ້ ຫຼື ປັບປຸງເພື່ອຮັບປະກັນສິດທິຂອງແມ່ຍິງ. ຄວາມຄືບໜ້າເຖິງວ່າຈະເຫັນແຈ້ງກວ່າທີ່ຫຼາຍຂື້ນຢູ່ເຂດຕົວເມືອງ, ເປັນສ່ວນໜື່ງຂອງຂະບວນການພັດທະນາເາດຖະກິດ. ສົນທິສັນຍາສາກົນວ່າດ້ວຍການລົບລ້າງທຸກຮູບແບບການຈໍາແນກແມ່ຍິງ (ຫຼື CRDAW) ໄດ້ຮັບການໃຫ້ສັດຕະຍາບັນໂດຍລັດຖະບານ, ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງໄດ້ຜ່ານການຮັບຮອງເອົາ, ແລະ ສັດສ່ວນຂອງແມ່ຍິງຢູ່ໃນວຽກງານການເມືອງໄດ້ເພິ່ມທະວີຂື້ນຈາກ 6% ໃນປີ 1990 ມາເປັນ 25% ໃນປີ 2006[3]. ແມ່ຍິງລາວມີຈໍານວນຫຼາຍກວ່າເຄີ່ງໜື່ງຂອງຜູ້ອອກແຮງງານກະສິກໍາຂອງປະເທດ 54% ແລະ ມີຢ່າງໜ້ອຍ 79.5% ອັດຕາການມີສ່ວນຮ່ວມໃນກໍາລັງແຮງງານເປັນໜື່ງໃນຈໍານວນທີ່ສູງໃນພາກພື້ນ. ຕາມປະເພນີແມ່ຍິງ ແມ່ນຮັບຜິດຊອບສໍາລັບການເງີນຂອງຄອບຄົວ ແລະ ການຄໍ້າປະກັນສະບຽງອາຫານ, ມີໜ້າທີ່ຈັດການປະມານ 52% ຂອງທຸລະກິດຄົວເຮືອນ[4]. ນອກຈາກນັ້ນ, ເຂົາເຈົ້າຍັງເປັນເຈົ້າຂອງທຸລະກິດທີ່ຈົດທະບຽນແລ້ວ 31%. ກໍາມະກອນເພດຍິງໂດຍສະເລ່ຍໄດ້ຄ່າຈ້າງ ແລະ ຄ່າຕອບແທນປະເພດອື່ນໆ ຕໍ່າກ່ວາກໍາມະກອນຊາຍ, ຄວາມແຕກຕ່າງຍັງມີຄວາມໝັ້ນຄົງຂອງການຈ້າງງານ, ຊະນິດວຽກ ແລະ ສະພາບແວດລ້ອມການອອກແຮງງານ. ການຂາດແຄນການຮູ້ໜັງສື, ການເຂົ້າເຖີງສິນເຊື່ອ ແລະ ຊັບພະຍາກອນດ້ານວິຊາການທີ່ຈໍາກັດ ແລະ ລະບຽບການລົງທະບຽນເປັນທາງການທີ່ຫຍຸ້ງຍາກກົດໜ່ວງແມ່ຍິງຢູ່ແຕ່ລະທຸລະກິດຂະໜາດນ້ອຍ ໂດຍສ່ວນໃຫຍ່ໃນຂະແໜງທີ່ບໍ່ເປັນທາງການ ແລະ ຈໍາກັດການເຕີບໂຕ. ຢູ່ເຂດຊົນນະບົດ, ການປ່ຽນຍ້າຍທີ່ເປັນບັນຫາທົ່ວໄປຈາກການເພີ່ງຕົນເອງ ກຸ້ມຕົນເອງ ໄປສູ່ການຜະລິດທີ່ເລັ່ງໃສ່ເປັນສິນຄ້າ ແມ່ນຊໍ້າໜັກສໍາລັບແມ່ຍິງ, ຈໍາກັດໃນການເຂົ້າເຖີງ ແລະ ການບໍລິການສົ່ງເສີມຄຸນນະພາບ, ເຕັກໂນໂລຍີເສີມສ້າງຄວາມເຂັ້ມແຂງຜະລິດຕະພາບ, ຂໍ້ມູນຂ່າວສານການຕະຫຼາດ, ແລະ ສິນເຊື່ອຂັດຂວາງຄວາມກ້າວໜ້າຂອງແມ່ຍິງ. ການກິດກັ້ນດ້ານການສືກສາ ແລະ ເນື່ອງຈາກເຫດນີ້ ຄວາມສໍາເລັດຈື່ງໜ້ອຍກວ່າ ໝາຍຄວາມວ່າແມ່ຍິງມັກທີ່ຈະບໍ່ມີຄຸນນະວຸດ ທີ່ຈໍາເປັນເພື່ອຄໍ້າປະກັນການງານທີ່ມີຄ່າຈ້າງດີກວ່າ. ນອກຈາກນັ້ນ, ອັດຕາການຈະເລີນພັນທີ່ສູງຂອງແມ່ຍິງ ແລະ ພາລະແບກຫາບວຽກຄົວເຮືອນຫຼຸດຜ່ອນທ່າແຮງຂອງການມີລາຍໄດ້ຂອງເຂົາເຈົ້າ. ເຖີງວ່າຈະມີຄວາມພະຍາຍາມ, ບັນຫາສະເພາະຍິງ-ຊາຍ ຍັງບໍ່ເຊື່ອມສານເຂົ້າໃນຂະແໜງການເປັນຢ່າງດີເທື່ອ ແລະ ແຜນພັດທະນາທ້ອງຖີ່ນ[5]. ແມ່ຍິງ ແລະ ເດັກນ້ອຍຍັງຈະໄດ້ປະເຊີນກັບສິ່ງທ້າທາຍຂອງທັດສະນະຄະຕິແນວຄິດແບບຄໍາພີຕາຍຕົວ ກ່ຽວກັບບົດບາດລະຫວ່າງຍິງ-ຊາຍແບບດັ່ງເດີມ, ການເກິດລູກແບບບໍ່ໄດ້ວາງແຜນ, ພາລະວຽກງານໜັກໜ່ວງ, ແລະ ກາລະໂອກາດທີ່ຈໍາກັດສໍາລັບການສືກສາທີ່ດີກວ່າ, ໂດຍສະເພາະຢູ່ເຂດຊົນນະບົດ. ຍີ່ງກວ່ານັ້ນ, ສີ່ງກິດຂວາງດ້ານພາສາໃນບັນດາຊົນເຜົ່າທີ່ດໍາລົງຊິວິດຢູ່ເຂດຫ່າງໄກສອກຫຼິກ, ພ້ອມກັນກັບຄວາມບໍ່ສະໝໍ່າສະເໝີພາບໃນການເຂົ້າໂຮງຮຽນ, ໂພຊະນາການ, ການມີວຽກເຮັດງານທໍາ, ກົດເກນທາງວັດທະນະທໍາ ແລະ ທາງສັງຄົມ ໄດ້ເຮດໃຫ້ບົດບາດຍິງ-ຊາຍ ເປັນຕົວກໍານົດດ້ານສັງຄົມຂອງສຸຂະພາບຢູ່ ສປປລາວ. ອັດຕາການຕາຍຂອງແມ່ຍິງຍັງຢູ່ໃນລະດັບທີ່ສູງຂອງໂລກ, ຢູ່ທີ່ 357 ຕໍ່ການເກີດມີຊິວິດ 100,000ຄັ້ງ[6]. ປະມານ 84% ຂອງແມ່ຍິງທີ່ສືບຕໍ່ເກິດລູກຢູ່ເຮືອນຂອງເຂົາເຈົ້າ ໂດຍປັດສະຈາກທ່ານໝໍປະສູດທີ່ຊໍານານ[7]. ສະຖານະພາບ ດ້ານໂພຊະນະການທີ່ບໍ່ດີ ແລະ ການຄະລໍາອາຫານໃນໄລຍະຖືພາ ແນ່ນອນປະກອບສ່ວນເຂົ້າໃສ່ອັດຕາການຕາຍຂອງແມ່ທີ່ສູງ. ການເຂົ້າເຖີງການຮັກສາສຸຂະພາບຈະເລີນພັນຍັງມີຈໍາກັດ ແລະ ການຖືພາ ແລະ ແຕ່ງງານແຕ່ອາຍຸຍັງນ້ອຍ ສືບຕໍ່ເຮັດໃຫ້ແມ່ຍິງຕິດຢູ່ໃນຄວາມສ່ຽງ.