ເວັບໄຊທາງການ
ກະຊວງແຜນການ ແລະ ການລົງທືນ
ພະແນກແຜນການ ແລະ ການລົງທືນ
ແຂວງຄໍາມ່ວນ, ສປປ ລາວ.
ວິໃສທັດ: ແຂວງຄໍາມ່ວນ ເປັນແຫລ່ງສະບຽງອາຫານ, ເປັນສູນກາງການຄ້າ ແລະ ບໍລິການ-ການທ່ອງທ່ຽວ.
ອັບເດດລ່າສຸດ: 2023-12-07 20:00:12

ຂະແໜງກວດກາ

ໜ້າທີ່ ແລະ ຂອບເຂດສິດ

I.    ໜ້າທີ່:
      ຂະແໜງກວດກາລັດ ຂອງພະແນກ ຜທ ແຂວງ, ນະຄອນຫຼວງ ມີ້າທີ່ດັ່ງນີ້:

1.    ໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດໝາຍ, ມະຕິ, ຄຳສັ່ງ, ແຈ້ງການແນະນຳຂອງຂັ້ນເທິງ ກ່ຽວກັບ ວຽກງານກວດກາລັດໃຫ້ແກ່ພະນັກງານພາຍໃນພະແນກ ຜທ ແຂວງ, ນະຄອນຫຼວງ ແລະ ບັນດາຫ້ອງການແຜນການເມືອງ.
2.    ຕິດຕາມ, ກວດກາການຈັດຕັ້ງປະຕິບັດແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ລະບຽບກົດໝາຍ, ແຜນການຂອງພະແນກ ຜທ ແຂວງ, ນະຄອນຫຼວງ, ຫ້ອງການແຜນການເມືອງ ແລະ ອົງການກວດກາລັດຂັ້ນເທິງ ກ່ຽວກັບວຽກງານກວດກາລັດຕາມຂະແໜງ ແລະ ການບໍລິຫານລັດໃນຂອບເຂດຄວາມຮັບຜິດຊອບຂອງພະແນກ ຜທ.
3.    ຕິດຕາມ, ການປະຕິບັດວຽກງານຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ, ຄວາມຮັບຜິດຊອບ ຂອງບັນດາຂະແໜງການທີ່ຂຶ້ນກັບພະແນກຜທ ແຂວງ, ນະຄອນຫຼວງ ແລະ ບັນດາຫ້ອງການແຜນການເມືອງຕາມສາຍຕັ້ງ.
4.    ຕິດຕາມ, ກວດກາ ເກັບກຳສະພາບການເຄື່ອນໄຫວວຽກງານ ຂອງພະນັກງານ-ລັດຖະກອນທີ່ຂຶ້ນກັບການປົກຄອງຂອງພະແນກ ຜທ.
5.    ຕິດຕາມ, ກວດການ ສະຫຼຸບຕີລາຄາການປະຕີບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງແຂວງ, ນະຄອນຫຼວງແຕ່ລະສົກປີ ເພື່ອລາຍງານໃຫ້ຫົວໜ້າພະແນກ ຜທ.
6.    ຕິດຕາມ, ກວດກາ ການປະມູນ, ການຈັດຊື້-ຈັດຈ້າງ, ການກໍ່ສ້າງ-ສ້ອມແປງ, ການນຳໃຊ້ຊັບສິນຂອງລັດ ແລະ ລວມໝູ່ທີ່ຢູ່ໃນຄວາມຮັບຜິດຊອບຂອງພະແນກ ຜທ ເພື່ອລາຍງານໃຫ້ຫົວໜ້າພະແນກ.
7.    ຕິດຕາມ, ກວດກາ ການຄຸ້ມຄອງລາຍຮັບ ແລະ ລາຍຈ່າຍ ( ງົບປະມານ ) ຂອງພະແນກ ຜທ ເພື່ອລາຍງານໃຫ້ຫົວໜ້າພະແນກ.
8.    ສ້າງແຜນການເຄື່ອນໄຫວວຽກງານ ຂອງຕົນປະຈຳເດືອນ, ງວດ ແລະ ປີ ເພື່ອຂໍອະນຸມັດຈາກຫົວໜ້ພະແນກ.
9.    ຕິດຕາມ, ກວດກາ ເກັບກຳສະພາບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງບັນດາຂະແໜງການ ແລະ ພະນັກງານ-ລັດຖະກອນ ຂອງພະນັກງານພາຍໃນພະແນກ ຜທ ແລະ ຫ້ອງການແຜນການເມືອງ.
10.    ຮັບ ແລະ ຄົ້ນຄ້ວາຄຳຮ້ອງບຄຳສະເໜີ ຂອງພະນັກງານ-ລັດຖະກອນ ແລະ ພົນລະເມືອງທີ່ກ່ຽວພັນກັບການກະທຳ ຫຼື ການຕົກລົງບັນຫາໃດໜຶ່ງທີ່ເຫັນວ່າຂັດຕໍ່ລະບຽບກົດໝາຍ ແລະ ຄຳຮ້ອງ-ຄຳສະເໜີທີ່ຫ້ອງການແຜນການເມືອງໄດ້ແກ້ໄຂແລ້ວ ແຕ່ເຫັນວ່າຍັງບໍ່ທັນເໝາະສົມ ເພື່ອລາຍງານຫົວໜ້າພະແນກ ຜທ ພິຈາລະນາແກ້ໄຂ.
11.    ປະສານສົມທົບກັບບັນດາຂະແໜງການພາຍໃນພະແນກ ແລະ ຫ້ອງການແຜນການເມືອງ ເພື່ອຕິດຕາມ, ກວດກາ ການແກ້ໄຂຜົນຂອງການຕິດຕາມ, ກວດກາ ທີ່ຫົວນ້າພະແນກໄດ້ຕົກລົງແລ້ວ.
12.    ສົມທົບເກັບກຳຂໍ້ມູນນຳຂະແໜງກວດກາ ຂອງບັນດາພະແນກການອ້ອມຂ້າງ, ຫ້ອງການແຜນງານເມືອງ ທີ່ກ່ຽວຂ້ອງເຖິງຄວາມຮັບຜິດຊອບຂອງພະແນກ ຜທ.
13.    ຮັບ, ຄຸ້ມຄອງ ແລະ ຕິດຕາມເອກສານກາແຈ້ງຊັບສິນ ແລະ ລາຍຮັບ ຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບການຄຸ້ມຄອງຂອງພະແນກ ຜທ ແລະ ຫ້ອງການແຜນການເມືອງ.
14.    ສະຫຼຸບ, ສັງລວມລາຍງານການເຄື່ອນໄຫວວຽກງານກວດກາລັດ ແລະ ຜົນຂອງການຕິດຕາມ, ກວດກາ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ແກ່ຫົວໜ້າພະແນກ, ຫົວໜ້າກົມກວດກາກະຊວງ ຜທ ແລະ ຫົວໜ້າພະແນກກວດກາແຂວງ, ນະຄອນຫຼວງ ປະຈຳເດືອນ, ງວດ ແລະ ປີຢ່າງເປັນປົກກະຕິ.
15.    ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ຂອງຫົວໜ້າພະແນກ ຜທ, ຫົວໜ້າກົມກວດກາກະຊວງ ຜທ, ຫົວໜ້າພະແນກກວດກາແຂວງ, ນະຄອນຫຼວງຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.
II.    ຂອບເຂດສິດ
      ຂະແໜງກວດກາລັດຂອງພະແນກ ຜທ ແຂວງ, ນະຄອນຫຼວງ ມີຂອບເຂດສິດຕິດຕາມ: ກວດກາດັ່ງນີ້:

1.    ສະເໜີ ຫໄວໜ້າພະແນກ ຕົກລົງໃຫ້ດຳເນີນການຕິດາມ, ກວດກາ ບັນດາຂະແໜງອ້ອໃຂ້າງພະແນກ ແລະ ຫ້ອງການແຜນການເມືອງ ເມື່ອເຫັນວ່າມີປະກົດການລະເມີດລະບຽບກົດໝາຍ, ດຳພລັດ, ຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຂອງຂັ້ນເທິງທີ່ພົວພັນເຖິງພະແນກ ຜທ.
2.    ສະເໜີຫົວໜ້າພະແນກ ແລະ ຫົວໜ້າຫ້ອງການແຜນການເມືອງ ພິຈາລະນາປັບປຸງ, ແກ້ໄຂ, ໂຈະ, ຫຼື ລຶບລ້າງເນື້ອໃຮຂໍ້ຕົກລົງ, ຄຳສັ່ງ ແລະ ນິຕິກຳຕ່າງໆ ທີ່ຂັ້ນຕົ້ນວາງອອກເມື່ອເຫັນວ່າ ບ/່ສອດຄ່ອງກັບລະບຽບກົດໝາຍ.
3.    ຮຽກເຊີນການຈັດຕັ້ງ, ບຸກຄົນ, ພະຍານທີ່ກ່ຽວຂ້ອງກັບເປົ້າໝາຍທີ່ຖືກຕິດຕາມ, ກວດກາ ມາລາຍງນ, ໃຫ້ຄຳຊີ້ແຈງ, ອະທິບາຍເຫດຜັນ ແລະ ສະໜອງຂໍ້ມູນຫຼັກຖານທີ່ກ່ຽວຂ້ອງກັບການຕິດຕາມ, ກວດກາ.
4.    ປະກອບຄຳເຫັນຕໍ່ຫົວໜ້າພະແນກ ໃນການຕົກລົງແຕ່ງຕັ້ລ, ການເລື່ອນຊັ້ນຕຳແໜ່ງ, ການເລື່ອນຊັ້ນຂັ້ນເງິນເດືອນ, ການຍົກຍ້າຍໜ້າທີ່ ແລະ ການປະຕິບັດວິໃນຕໍ່ພະນັກງານ-ລັດຖະກອນ ທີ່ຂຶ້ນກັບການຄຸ້ມຄອງຂອງພະແນກ ແລະ ຫ້ອງການແຜນການເມືອງ.
5.    ສະເໜີມາດຕະການ, ວິທີການແກ້ໄຂຜົນຂອງການກວດກາລັດ ໃຫ້ຫົວໜ້າພະແນກ ຜທ, ຫົວໜ້າຫ້ອງການແຜນການເມືອງ ເພ່ອພິຈາລະນາຕົກລົງແກ້ໄຂ.
6.    ສະເໜີຫົວໜ້າພະແນກ ອະນຸມັດແຜນການແລກປ່ຽນ, ຖອດຖອນບົດຮຽນ ຂົງເຂດວຽກງານກວດກາ, ເຝິກອົບຮົມໄລຍະສັ້ນ, ດ້ານໄລຍະຍາວດ້ານວິຊາການຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະປະເທດເພື່ອນມິດຍຸດທະສາດ.
7.    ສະເໜີ ຫົສໜ້າພະແນກອະນຸມັດໃຫ້ເຂົ້າຮ່ວມຕິດຕາມ ກອງປະຊຸມຂອງພະແນກ, ຫ້ອງການແຜນການເມືອງ ແລະ ຕິດຕາມ, ກວດກາ ການປະຕິບັດສັນຍາໂຄງການລົງທຶນຂອງລັດ, ໂຄງການສົ່ງເສີມການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ, ໂຄງການຊ່ວຍເຫຼືອ-ກູ້ຢືມທາງການ ເພື່ອການພັດທະນາ ທີ່ຢູ່ໃນຄວາມຮັບຜິດຊອງ ຂອງພະແນກ ຜທ ແຂວງ, ນະຄອນຫຼວງ.
8.    ປະຕິບັດສິດອື່ນໆ ຕາມການມອບໝາຍຂອງຫົວໜ້າພະແນກ ແລະ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.