ໜ້າທີ່ ຂອງຂະແໜງ ແຜນການ
- ຄົ້ນຄວ້າສ້າງແຜນຍຸດທະສາດ ໂດຍອີງໃສ່ຂໍ້ມູນເສດຖະກີດ-ສັງຄົມ ແລະ ທ່າແຮງດ້ານຊັບພະຍາກອນຕ່າງໆ ທີ່ມີພາຍໃນແຂວງ ແລະ ນະຄອນ,
ບົນພື້ນຖານຮ່າງແຜນການ ຂອງພະແນກອ້ອມຂ້າງ ແລະ ເມືອງທີ່ສະເໝີມາ, ສັງລວມ ແລະ ສ້າງເປັນແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ,ນະຄອນ.
- ຄົ້ນຄວ້າວິໄຈດ້ານວຽກງານແຜນການ ແລະ ລົງທືນ, ສະພາບເສດຖະກິດ-ສັງຄົມ, ລວມຍອດພະລິດຕະພັນພາຍໃນແຂວງຕໍ່ຫົວຄົນ
ສັງລວມໂຄງການລົງທຶນຂອງລັດທົ່ວແຂວງ ໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ.
- ສະຫຼຸບລາຍງານຈັດຕັ້ງບັດແຜນພັດຖະນາເສດຖະກິດ-ສັງຄົມ ແລະ ແຜນການລົງທືນຂອງລັດ ພາຍໃນແຂວງ ແລະ ນະຄອນ
ປະຈຳເດືອນ, ງວດ ແລະ ປະຈຳປີ ເພື່ອສະເໜີໃຫ້ຫົວໜ້າພິຈາລະນາ.
- ເປັນໃຈກາງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າຈັດລຽງບູລິມະສິດໂຄງການລົງທືນຂອງລັດ ເພື່ອໃຫ້ແທດເໝາະກັບສະພາບຕົວຈີງ
ແລະ ຄວາມອາດສາມາດການລົງທືນຂອງລັດ ແລະ ເຂົ້າຮ່ວມໃນການຈັດຕັ້ງການປະມູນ,
ກວດກາຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດໂຄງການລົງທືນ ຂອງລັດທຸກໆຄັ້ງ ( ລວມທັງກວດ 100 % )
- ຄົ້ນຄວ້າກວດກາເອກະສານສັນຍາ, ອະນຸສັນຍາຈ່າຍເງີນໂຄງການລົງທືນຂອງລັດ ພ້ອມທັງເຮັດໜ້າທີ່ຕິດຕາມການຊຳລະ.
- ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເລິກວິໃຈ ຈຸດປະສົງ, ເປົ້າໝາຍ, ໂຄງປະກອບ, ຄວາມອາດສາມາດ ແລະ ປະສິດທິຜົນ ຂອງລົງທືນໂຄງການ.
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າສັງລວມ, ວິໄຈ, ສ້າງ, ຕິດຕາມ, ການຊຸກຍູ້ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ
ລວມທັງແຜນການລົງທືນ ຂອງລັດ, ຂອງແຂວງ ແລະ ນະຄອນ ໃນແຕ່ລະໄລຍະ.
- ເຂົ້າຮ່ວມຄົ້ນຄວ້າ ເພື່ອແກ້ໄຂບັນຫາທີ່ເກີດຂື້ນໃນໂຄງການລົງທືນຂອງລັດ ທີ່ພົວພັນເຖິງດ້ານທຶນຮອນຕາມການຊີ້ນຳ ຂອງຫົວໜ້າພະແນກ.