ສະພາບການລົງທຶນພາຍໃນ ແລະ ຕ່າງປະເທດຂອງແຂວງ ຄຳມ່ວນ ໃນໄລຍະ 2011 ຮອດປະຈຸບັນ ໄດ້ສ້າງຄວາມສົນໃຈໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດສາມາດອອກໃບອະນຸຍາດລົງທຶນ
ໄດ້ທັງໝົດ 226 ໂຄງການມີມູນຄ່າອະນຸມັດການລົງທຶນທັງໝົດ 13.435,2 ຕື້ກີບ,ທຶນຈົດທະບຽນ 5.007,4 ຕື້ກີບ, ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ ເພີ້ມຂື້ນ 177%.
ໃນນັ້ນ: ການລົງທຶນພາຍໃນມີ 180 ໂຄງການ, ມູນຄ່າທຶນທັງໝົດ 2.234,09 ຕື້ກີບ, ທຶນຈົດທະບຽນ 1.805,37 ຕື້ກີບ, ການລົງທຶນຕ່າງປະເທດ 46 ໂຄງການ, ມູນຄ່າທຶນທັງໝົດ 11.201,13 ຕື້ກີບ.
ທຶນຈົດທະບຽນ 3.202,03 ຕື້ກີບ, ການລົງທຶນສ່ວນຫຼາຍແມ່ນຂົງເຂດບໍ່ແຮ່, ພະລັງງານໄຟຟ້າ,ໂຮງງານອຸດ ສາຫະກຳຊີມັງ, ກະສິກຳ-ປ່າໄມ້ (ສຳປະທານທີ່ດິນປູກໄມ້) ແລະ ການບໍລິການໂຮງແຮມ, ບ້ານພັກ, ຮ້ານອາຫານ.

(ຮູບສະແດງອັດຈາການຂະຫຍາຍຕົວການລົງທີນ ໃນແຂວງ ຄໍາມ່ວນ ແຕ່ປີ 1994-2015)