ເວັບໄຊທາງການ
ກະຊວງແຜນການ ແລະ ການລົງທືນ
ພະແນກແຜນການ ແລະ ການລົງທືນ
ແຂວງຄໍາມ່ວນ, ສປປ ລາວ.
ວິໃສທັດ: ແຂວງຄໍາມ່ວນ ເປັນແຫລ່ງສະບຽງອາຫານ, ເປັນສູນກາງການຄ້າ ແລະ ບໍລິການ-ການທ່ອງທ່ຽວ.
ອັບເດດລ່າສຸດ: 2023-12-07 20:00:12

ບົດລາຍງານຄວາມກ້າວໜ້າຂອງໂຄງການ KHALODEP(LAO/024) 2015

ບົດສະຫຼຸບລາຍງານ


ການຈັດຕັ້ງປະຕິບັດວຽກງານຂອງໂຄງການພັດທະນາທ້ອງຖີ່ນ ແຂວງຄໍາມ່ວນ


ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ສົກປີ 2015-2016


I.    ສະພາບການຈັດຕັ້ງປະຕິບັດໂຄງການ.
      ໃນໄລຍະ 6 ເດືອນຜ່ານມາໂຄງການພັດທະນາທ້ອງຖີ່ນ ແຂວງຄໍາມ່ວນ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆທັງໃນລະດັບເມືອງ ແລະ ແຂວງ ຢ່າງເປັນປົກະຕິ. ໂດຍກິດຈະກຳສ່ວນໃຫຍ່ແມ່ນນອນຢູ່ໃນລະດັບຂັ້ນເມືອງ ແລະ ບ້ານເປົ້າໝາຍໂຄງການ. ເຊີ່ງໄດ້ຮັບການສະໜັບສະຫນູນ ແລະ ຮ່ວມມືເປັນຢ່າງດີຈາກທາງພະແນກແຜນການ ແລະ ການລົງທຶນແຂວງຄໍາມ່ວນ,ຫ້ອງການແຜນການຂອງແຕ່ລະເມືອງໃນຂອບເຂດໃນແຂວງຄໍາມ່ວນ. ປະກອບມີໜ້າວຽກຫຼາຍຢ່າງ ແລະ ໂດຍສະເພາະ ແມ່ນວຽກງານຮ່ວມມືປະສານງານຂອງໂຄງການ.ເຊີ່ງຖືວ່າເປັນວຽກໜຶ່ງທີ່ມີຄວາມໝາຍສຳຄັນທີ່ສຸດໃນການພັດທະນແລະ ຍົກລະດັບທາງດ້ານວິຊາສະເພາະ ແລະ ວຽກງານອຶ່ນໆໃນໂຄງການ. ນອກນັ້ນ, ທາງໂຄງການຍັງໄດ້ຮ່ວມມືໃນຫຼາຍໆດ້ານກັບບັນດາ ອົງການ NGOs ຕ່າງໆຂອງສາກົນພາຍໃນແຂວງຕື່ມອີກ ແລະ ມາຮອດປັດຈຸບັນ, ຖືວ່າກໍາລັງກ່າວ.ເຂົ້າສູ່ໄຕມາດທີ່ III ຂອງສົກປີ 2015-2016.
II.    ວຽກງານຈັດຕັ້ງ ແລະ ຄຸ້ມຄອງບຸກຄະລາກອນ.
      ໂຄງການພັດທະນາທ້ອງຖີ່ນແຂວງຄໍາມ່ວນປະກອບມີພະນັກງານທັງໝົດ 10 ຄົນ, ເຊີ່ງປະກອບດ້ວຍຫົວໜ້າທີ່ປຶກສາ 1 ຄົນ,ຊ່ຽວຊານໄວໜຸ່ມ 01 ຄົນ, ທີ່ປຶກສາພາຍໃນ 03 ຄົນ, ພະນັກງານບໍລິຫານ ແລະ ການເງິນ 02 ຄົນ ແລະ ປະກອບມີພະນັກງານຂັບລົດ 03 ຄົນ. ນອກນັ້ນ, ຍັງມີພະນັກງານຂອງພະແນກແຜນການ ແລະ ການລົງທຶນ ທີ່ເປັນຄູ່ຮ່ວມງານໃນໂຄງການ 11 ຄົນ.ປະກອບດ້ວຍຫົວໜ້າໂຄງການ 01 ຄົນ. ຜູ້ປະສານງານ 01 ຄົນ, ຜູ້ຊ່ວຍວຽກຫົວໜ້າໂຄງການ 2 ຄົນ ແລະ ຄູ່ຮ່ວມງານອີກ 09 ຄົນ. ເຊີ່ງພະນັກງານເຫຼົ່ນີ້ແມ່ນມາຈາກ ຂະແໜງຮ່ວມມືສາກົນ, ຂະແໜງແຜນການ, ຂະແໜງປະເມີນຜົນ ແລະ ຫ້ອງການຈັດຕັ້ງ-ບໍລິຫານ.
III.   ອົງປະກອບ ແລະ ໜ້າວຽກບໍລິຫານໂຄງການ.
3.1    ວຽກງານຄຸ້ມຄອງ ແລະ ບໍລິຫານໂຄງການ.
-    ສຳເລັດການຈັດກອງປະຊຸມວິຊາການທັງໃນລະດັບແຂວງ ແລະ ເມືອງ ຈຳນວນ 31 ຄັ້ງ. ປະກອບມີຜູ້ເຂົ້າຮ່ວມທັງໝົດ 613 ທ່ານ. ເປັນຍິງ 142 ທ່ານ.
-    ໄດ້ຮັບເອກະສານຂາເຂົ້າທັງໝົດ 53 ສະບັບ ແລະ ເອກະສານຂາອອກທັງໝົດ 46 ສະບັບ.
-    ສຳເລັດວຽກງານການຝຶກອົບຮົມທັງໝົດຈໍານວນ 14 ຄັ້ງ. ທັງໃນລະດັບ ແຂວງ ແລະ ເມືອງ. ປະກອບມີຜູ້ເຂົ້າຮ່ວມທັງໝົດ 328 ຄົນ.ໃນນັ້ນເປັນຍິງ 61 ຄົນ.
-    ຝຶກອົບຮົມພາສາອັງກິດໃຫ້ພະນັກງານຂອງພະແນກແຜນການ ແລະ ການລົງທຶນແຂວງຄໍາມ່ວນ ທັງພາກເສົາ-ທິດ ແລະ ພາກປົກະຕິ.
-    ສຳເລັດການຈັດຊື້ພາຫະນະປະເພດ ລົດໃຫຍ່ ຈໍານວນ 4 ຄັນ. ແລະ ລົດຈັກຈຳນວນ 12 ຄັນ. ສ່ວນລົດຈັກແມ່ນໄດ້ຈັດສົ່ງໃຫ້ບັນດາເມືອງເປົ້າໝາຍໂຄງການເປັນທີ່ຮຽບຮ້ອຍ.
-    ສຳເລັດວຽກງານການຈັດຊື້ ແລະ ສະໜອງອຸປະກອນປະເພດຄອມພີວເຕີ້ຕັ້ງໂຕະໃນແກ່ 10 ເມືອງໃນແຂວງຄໍາມ່ວນ. ນອກນັ້ນ ຍັງໄດ້ສະໜອງອຸປະກອນທາງດ້ານອິນເຕີເນັດຈໍານວນໜຶ່ງຕື່ມອີກໃຫ້ແກ້ເມືອງ.
-    ສຳເລັດການສ້າງເວບໄຊໃຫ້ແກ່ພະແນກແຜນການ ແລະ ການລົງທຶນແຂວງຄໍາມ່ວນ ແລະ ປັດຈຸບັນ ກໍາລັງດໍາເນີນການປ້ອນ ແລະ ອັບເດດຂໍ້ມູນເຂົ້າສູ່ເວບໄຊດັ່ງກ່າວ.
-    ສຳເລັດການຮ່າງເອກະສານຂໍ້ຕົກລົງການເປັນຄູ່ຮ່ວມງານຮ່ວມກັບ ໂຄງການ ACIAR, ຂະແໜງສົ່ງເສີມກະສິກຳ,ພະແນກກະສິກຳ ແລະ ປ່າໄມ້ແຂວງ.
3.2.    ວຽກງານພັດທະນາຊູມຊົນ.
-     ສຳເລັດການລົງເກັບກຳ ແລະ ສຶກສາຄວາມເປັນໄປໄດ້ປະເພດກອງທຶນ ແລະ ຂັ້ນຕອນໃນການ ດຳເນີນກອງທຶນຂັ້ນບ້ານ. ການວາງແຜນພັດທະນາບ້ານ ແລະ ລວມທັງການເກັບກຳຂໍ້ມູນເພີ້ມເຕີມເພື່ອການວາງແຜນດຳເນີນໂຄງການໃນ 35 ບ້ານເປົ້າໝາຍ.
-     ສຳເລັດການສ້າງບົດລາຍງານ ແລະ ປະເມີນຜົນການສຶກສາຄວາມເປັນໄປໄດ້ຂອງປະເພດກອງທຶນ ໃນ 35 ບ້ານເປົ້າໝາຍໂຄງການ.
-     ສຳເລັດການເຂົ້າຮ່ວມຖອດຖອນບົດຮຽນກ່ຽວກັບວຽກງານກອງທຶນພັດທະນາບ້ານຂອງໂຄງການລາວ/021. ທີ່ ແຂວງ ບໍລິຄໍາໄຊ.
-     ສຳເລັດການຝຶກອົບຮົມກ່ຽວກັບການວາງແຜນພັດທະນາບ້ານໃຫ້ພະນັກງານຂັ້ນແຂວງ ແລະ ພະນັກງານຂັ້ນເມືອງ ໃນ 3 ເມືອງເປົ້າໝາຍໂຄງການ.
-     ສຳເລັການໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນຮ່ວມກັບສະຖາບັນການເງິນຈຸລະພາກ ທີ່ ປະເທດ ກຳປູເຈຍ. ໂດຍຮ່ວມກັບໂຄງການລາວ/021. ທີ່ ແຂວງ ບໍລິຄໍາໄຊ.
-     ສຳເລັດການຮ່າງເອກະສານຄູ່ມືກ່ຽວກັບການໃຫ້ທຶນການສຶກສາໃນລະດັບມັດທະຍົມ ແລະ ໂຮງຮຽນວິຊາຊີບ ໃຫ້ແກ່ຜູ້ດ່ອຍໂອກາດ ແລະ ກໍາລັງດໍາເນີນການໂຄສະນາຢູ່ໃນລະດັບຂັ້ນເມືອງ (ໃນໂຮງຮຽນຂອງເມືອງເປົ້າໝາຍ) . ໂດຍໄດ້ປະສານສົມທົບກັບພະແນກສຶກສາ ແລະ ກິລາ ປະຈຳແຂວງ ແລະ ຫ້ອງການສຶກສາ ແລະ ກິລາ ເມືອງເພື່ອສັງລວມ ແລະ ລາຍງານ.
-     ສຳເລັດການເຂົ້າຮ່ວມກອງປະຊຸມຮ່ວມກັບພະແນກສາທາລະນະສຸກ ກ່ຽວກັບວຽກງານສຸຂະສຶກສາ ພາຍໃນບ້ານເປົ້ໝາຍໂຄງການ. ໂດຍສະເພາະແມ່ນໄດ້ລົງສຶກສາກ່ຽວກັບການຈັດຫານໍ້າສະອາດໃນຊູມຊົນ.
-     ສຳເລັດເຊັນສັນຍາຮ່ວມກັບຂະແໜງສົ່ງເສີມກະສິກຳ ແລະ ໂຄງການ ACIAR ຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງ ໃນການສົ່ງເສີມວຽກງານກະສິກຳໃນເມືອງມະຫາໄຊ ແລະ ເມືອງ ບົວລະພາ ສຳລັບ ສົກປີ 2015-2016 ແລະ ສໍາລັບ ເມືອວ ນາກາຍ ຄາກວ່າຈະສາມາດປະຕິບັດໃນປີຕໍ່ໄປ.
-     ສຳເລັດການຈັດຕັ້ງປະຕິບັດແຜນພັດທະນາບ້ານແບບມີສ່ວນຮ່ວມໃນຈຳນວນ 03 ເມືອງ ຂອງ 35 ບ້ານເປົ້າໝາຍໂຄງການ.
-     ສຳເລັດການປະສານງານຫາສະຖາບັນຝຶກອົບຮົມດ້ານການເປັນຜູ້ອໍານວຍຄວາມສະດວກໃຫ້ກັບຊຸມຊົນໃນການຈັດຕັ້ງປະຕິບັດວຽກງານກອງທຶນໃນຈໍານວນບ້ານເປົ້າໝາຍຂອງ 03 ເມືອງ.
-     ສຳເລັດການທາບທາມ ແລະ ຈັດຫາຄູ່ຮ່ວມງານກ່ຽວກັບການນໍາໃຊ້ກອງທຶນພັດທະນາບ້ານ ຕາມການດັດປັບໂຄງຮ່າງການໄຫລວຽນຂອງເງິນ (flow chart) ແລະ ຜູ້ປະສານງານ OPA? ໃນຂັ້ນແຂວງ.
-     ສຳເລັດການລົງສຶກສາວຽກງານ ການສົ່ງເສີມການນໍາໃຊ້ເຄື່ອງປ່າຂອງດົງ ແລະ ຮຽນຮູ້ກ່ຽວກັບວິຊາຊີບຫັດຖະກໍາຕ່າງໆໃນເມືອງເປົ້າໝາຍໂຄງການ. ເຊີ່ງກິດຈະກຳນີ້ ຄາດວ່າຈະໄດ້ເຮັດຮ່ວມກັບໂຄງການ caritas. ລຸກຊໍາບວກ.
-     ສຳເລັດການເຂົ້າຮ່ວມການແລກປ່ຽນບົດຮຽນ (workshop) ກັບ ອົງການ DVV ເຢຍລະມັນ ກ່ຽວກັບການສ້າງສູນການຮຽນຮູ້ໃນຊຸມຊົນຈຳນວນ 01 ຄັ້ງ ທີ່ ແຂວງ ສະຫວັນນະເຂດ.
3.3.    ວຽກງານຕິດຕາມ-ປະເມີນຜົນໂຄງການ.
-     ສຳເລັດການທົບທວນຄູ່ມືໃນການຂຽນແຜນ 5 ປິີຂອງແຕ່ລະເມືອງ ແລະສົ່ງ ຫ້ບັນດາຄະນະຮັບຜິດຊອບການຂຽນແຜນ 5 ປີຂອງເມືອງ.
-     ສຳເລັດການສັງລວມ ແລະ ເກັບກຳຂໍ້ມູນສະຖິຕິເຂົ້າໃນແຜນທີ່ເພື່ອກະກຽມການສ້າງແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງ ໃນໄລຍະ 5 ປີ.
-     ສຳເລັດການກຳນົດວິໃສທັດຂອງເມືອງເຂົ້າໃນວຽກງານການສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ 8 (2016-2020).
-     ສຳເລັດການຈັດຕັ້ງປະຕິບັດວຽກງານການຜ່ານແຜນພັດທະນາເສດຖະກິດ-ສັງຄົມຂອງແຕ່ລະເມືອງ. ປະກົດວ່າ ແຜນທີ່ຂອງແຕ່ລະເມືອງຕ້ອງໄດ້ມີການປັບປຸງຄືນໃໝ່ເພື່ອໃຫ້ສອດຄອງ ແລະ ເໝາະສົມກັບສະພາບຄວາມເປັນຂອງເມືອງ ໃນສະພາບປັດຈຸບັນ.
-     ສຳເລັດການຈັດສົ່ງແຜນດັ່ງກ່າວໃຫ້ແກ່ຄະນະຊີ້ນໍາ,ຫ້ອງການທີ່ກ່ຽວຂ້ອງໄດ້ປະກອບຄຳຄິດເຫັນໃສ່ໃນເນື້ອເອກະສານ ແລະ ຂໍ້ມູນສະຖິຕິຂອງແຕ່ລະຂະແໜງການ ແລະ ໄດ້ສັງລວມເຂົ້າໃສ່ໃນແຜນ 5 ປີຂອງເມືອງ.
-     ສຳເລັດການຈັດລຽງບຸລິມະສິດແຕ່ລະແຜນງານ ແລະ ໂຄງການລົງທຶນຂອງບັນດາຂະແໜງການເພື່ອປະກອບໃສ່ໃນແຜນພັດທະນາເສດຖະກິດ - ສັງຄົມ 5 ປີຂອງແຕ່ລະເມືອງ.
-     ສຳເລັດການກວດກາຄືນກ່ຽວກັບບັນດາຕົວຊີ້ວັດຕ່າງໆຂອງແຜນ 5 ປີ ຂອງ 3 ເມືອງ: ປະກອບມີ ເມືອງ ບົວລະພາ, ເມືອງ ນາກາຍ ແລະ ເມືອງ ມະຫາໄຊ ເພື່ອປັບປຸງໃສ່ໃນຕາຕະລາງສັງລວມ ແລະ ເຮັດໃຫ້ສອດຄອ່ງກັບແຜນງານຂອງໂຄງການພັດທະນາທ້ອງຖິ່ນແຂວງຄຳມ່ວນ.
-     ສຳເລັດການເຂົ້າຮ່ວມກອງປະຊຸມກ່ຽວກັບການປຶກສາຫາລື ເພື່ອປັບປຸງຕາຕະລາງສັງລວມໂຄງການ ແລະ ກການກໍານົດບັນດາຊີ້ຕົວຊີ້ວັດ ເພື່ອງ່າຍ ແລະ ສະດວກໃນການກວດກາຕິດຕາມ.ເປັນເວລາ 2 ວັນ ທີ່ ນະຄອນຫຼວງວຽງຈັນ.
-     ສຳເລັດການປະເມີນຂໍ້ມູນພື້ນຖານກ່ຽວກັບຄວາມຕ້ອງການດ້ານໄອທີຂອງ 10 ຕົວເມືອງຂອງແຂວງຄຳມ່ວນ.
-     ສຳເລັດການຈັດພິມແຜນທີ່ 10 ເມືອງ ລວມທັງໝົດ 130 ແຜນທີ່ ແລະ ໄດ້ຈັດສົ່ງໃຫ້ປະທານຄະນະຊີ່ນໍາໂຄງການເປັນທີ່ຮຽບຮ້ອຍ.
-     ສຳເລັດການແປເອກະສານແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ຈັດສົ່ງໃຫ້ທິມງານເພື່ອມີຄໍາເຫັນ.
-     ຕິດຕາມວຽກງານການສ້າງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ສຳເລັດ ແລະ ລາຍງານໃຫ້ແກ່ກະ ຊວງແຜນການ ແລະ ການລົງທຶນ.
-     ສົ່ງເສີມ ແລະ ຊຸກຍູ້ ພະນັກງານຂັ້ນເມືອງໃຫ້ມິຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງທາງດ້ານວຽກງານວິຊາສະເພາະໃນຄ້ມຄອງ ແລະ ຕິດຕາມໂຄງການ.
-     ປະສານງານ ແລະ ເຮັດວຽກຮ່ວມກັບໂຄງການ LMDP ຂອງເຢຍລະມັນ.ໃນການຄຸ້ມຄອງ ແລະ ນໍາໃຊ້ທີ່ດິນຂອງເມືອງ.
-     ການສະຫນັບສະຫນູນວຽກສາມສ້າງ,ປັດຈຸບັນກຳລັງຄັດເລືອກຫົວຂໍ້ການຝຶກອົບຮົມສໍາລັບວຽກງານສາມສ້າງຂອງ 3 ເມືອງເຊີ່ງປະກອບມີ: ການຄຸ້ມຄອງໂຄງການລົງທຶນຂອງລັດ, ການປະເມີນໂຄງການ (ຂະແຫນງປະເມີນຜົນ),ການວາງແຜນພັດທະນາບ້ານແບບມີສ່ວນຮ່ວມ ຂອງບ້ານສາມສ້າງ (ຂະແຫນງແຜນການ), ການບໍລິຫານ ແລະ ຄຸ້ມຄອງພະນັກງານ (ຂະແຫນງບໍລິຫານ) ແລະ ວຽກສະຖິຕິຂັ້ນບ້ານ (ສູນສະຖິຕິ)
-     ການດັດແກ້ແບບຟອມກ່ຽວກັບການລົງເກັບຂໍ້ມູນຂອງໂຄງການພັດທະນາອືື່ນໆ.
-     ສຳເລັດກະກຽມການສ້າງຖານຂໍ້ມູນໃຫ້ກັບບັນດາໂຄງການສຳລັບປີ 2014 ໂດຍການນຳໃຊ້ Google fusion table.
-     ປັບປຸງ ແລະ ດັດແກ່ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີຂອງແຂວງ ແລະ ເມືອງ.
-     ສຳເລັດເຂົ້າຮ່ວມປະຊຸມຮ່ວມກັບໂຄງການຄຸ້ມຄອງທີ່ດິນ ແລະ ວາງແຜນພັດທະນາແບບມີສ່ວນຮ່ວມ. ນອກນັັ້ນ, ຍັງໄດ້ປຶກສາຫາລືກ່ຽວກັບການປັບປຸງແຜນ 5 ປີຂອງເມືອງ ໃນຂັ້ນຕອນສຸດທ້າຍ ແລະ ການກໍານົດບັນດາຕົວຊີ້ວັດຕ່າງໆ.
-     ສຳເລັດການເຂົ້າຮ່ວມກອງປະຊຸມກັບກະຊວງແຜນການ ແລະ ການລົງທຶນ (ກົມແຜນການ) ປຶກສາຫາລືວຽກງານການຕິດຕາມປະເມີນຜົນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ກຳນົດບັນດາຕົວຊີ້ວັດຕ່າງ.
-     ສຳເລັດການເກັບຂໍ້ມູນທຽບຖານ ແລະ ປັດຈຸບັນກຳລັງປັບປຸງແບບຟອມການລົງເກັບຂໍ້ມູນ ແລະ ໄດ້ປະສານກັບສູນສະຖິຕິຂອງແຂວງເພື່ອເຮັດການຝຶກອົບຮົມວຽກງານການເກັບຂໍ້ມູນຂັ້ນເມືອງ ແລະ ບ້ານ.
3.4.    ວຽກງານພັດທະນາ ແລະ ຄຸ້ມຄອງໂຄງລ່າງພືນຖານ.
-     ສຳເລັດການລົງເກັບກຳຂໍ້ມູນໃນໂຄງການກໍ່ສ້າງທີ່ນອນໃນແຜນພັດທະນາ 5 ປີ ຂອງ 03 ເມືອງເປົ້າໜາຍ ແລະ 35 ບ້ານເປົ້າໝາຍ.
-     ສຳເລັດການລົງສຶກສາຂໍ້ມູນຕ່າງໆກັບພາກສ່ວນທີ່ກ່ຽວຂ້ອງໃນລະດັບຂັ້ນແຂວງ ແລະ ຂັ້ນເມືອງເພື່ອມາເປັນຂໍ້ມູນນຳໃຊ້ເຂົ້າໃນເອກະວານໂຄງການ LAO/024 ເຊັນ: ວຽກງານການປະເມີນຜົນກະທົບສັງຄົມ ແລະ ສິ່ງແວດລ້ອມ ມາດຕະການຕ່າງໆໃນການກໍ່ສ້າງ ແລະ ວຽກງານພັດທະນາບົດບາດຍິງ-ຊາຍ.
-     ສໍາເລັດການລົງເກັບກຳລາຄາກາງຂອງມູນຄ່າໂຄງການກໍ່ສ້າງໃນ 3 ເມືອງເປົ້າໜາຍ ແລະ ບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ.
-     ສຳເລັດການລົງໄປພາກສະໜາມຕົວຈິງທີ່ຕັ້ງຂອງໂຄງການໃນຈຳນວນ 35 ບ້ານເປົ້າໜາຍ. ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການເພື່ອນໍາໃຊ້ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.
-     ສຳເລັດການຮ່າງເອກະສານສຳລັບການຕິດຕາມວຽກງານກໍ່ສ້າງເປັນພາສາອັງກິດ ແລະ ໄດ້ສົ່ງໃຫ້ທິມງານໂຄງການລາວ 021 ແລະ ໂຄງການລາວ 027 ຊ່ວຍມີຄໍາເຫັນ. ຫຼັງຈາກນັ້ນ, ດໍາເນີນການແປເປັນສາພາລາວ ແລະ ສົ່ງພະແນນຊັບພະຍາກອນ ແລະ ສິ່ງແວດລ້ອມແຂວງມີຄໍາເຫັນ.
-     ສຳເລັດການເກັບກໍາຂໍ້ມູນທາງດ້ານລາຄາກາງຂອງວັດສະຖຸກໍ່ສ້າງ ແລະ ຄ່າຂົນສົ່ງອື່ນໆພາຍໃນແຂວງ.
-     ສຳເລັດການກະກຽມເອກະສານທາງດ້ານການລະບຽບການຈັດຊື-ຈັດຈ້າງ ແລະ ໄດ້ປະສານສົມທົບກັບທິມງານວິສະວະກອນໂຄງການລາວ 021. ແຂວງ ບໍລິຄໍາໄຊ.
-     ສຳເລັດການລົງໄປສຶກສາຄວາມເປັນໄປໄດ້ບັນດາໂຄງການທີ່ຄາດວ່າຈະໄດ້ຮັບທຶນໃນເມືອງ ບົວລະພາ,ເມືອງ ນາກາຍ ແລະ ເມືອງ ມະຫາໄຊ.
-     ສໍາເລັດການຮ່າງເອກະສານຄູ່ມືສໍາລັບວຽກງານທາງດ້ານການປົກປັັກສິ່ງແວດລ້ອມ ແລະ ໄດ້ສົ່ງໃຫ້ພະແນກຊັບພະຍາກອນ ແລະ ສີ່ງແວດ ແຂວງ ຊ່ວຍມີຄຳເຫັນ.
-     ສໍາເລັດການຮ່າງເອກະສານຄູ່ມືສຳລັບການຄຸ້ມຄອງວຽກງານໃນຊູມຊົນທີ່ໄດ້ຈາກໂຄງການພັດທະນາຊຸມຊົນກວ້າງຈີ່ (ສສ ຫວຽດນາມ) ແລະ ໄດ້ແປເປັນພາສາອັງກິດແລ້ວ.
-     ສຳເລັດການຮ່າງເອກະສານຄູ່ມືທາງດ້ານ ການປົກປັກຮັກສາສິ່ງແວດລ້ອມ ແລະ ປັດຈຸບັນ, ກຳລັງກຽມ ຝຶກອົບຮົມໃຫ້ແກ່ພະນັກພະນັກງານຂັ້ນແຂວງ ແລະ ເມືອງ.
-     ສຳເລັດການກະກຽມຮ່າງເອກະສານທາງດ້ານ OPA ໃນຂັ້ນເບື້ອງຕົ້ນ ທີ່ຄາດວ່າ ຈະເຮັດຮ່ວມກັບທິມງານຂັ້ນເມືອງ.
-     ສຳເລັດການສ້າງແຜນເອກະສານກ່ຽວກັບການສະໜອງລະບົບນໍ້າສະອາດໃຫ້ແກ່ເມືອງເປົ້າໝາຍໂຄງການ. ໂດຍໄດ້ສົມທົບ ແລະ ເຮັດວຽກຮ່ວມກັບຫ້ອງວ່າການປົກຄອງ ເມືອງໃນການເປັນເຈົ້າການໃນການຈັດຕັ້ງປະຕິບັດ.
-     ສຳເລັດການປັບປຸງ ແລະ ລົງເກັບກຳລາຄາກາງຂອງຫົວໜ່ວຍສິນຄ່າກ່ຽວກັບວຽກງານການກໍ່ສ້າງ-ສ້ອມແປງຂອງໂຄງການ.
-     ສຳເລັດການຮ່າງເອກະສານກ່ຽວກັບການຍົກລະດັບວຽກງານທາງດ້ານການຄິດໄລອອບແບບໃນຂັ້ນພື້ນຖານ ແລະ ການສ້າງຄວາມເຂົ້າໃຈກ່ຽວກັບວຽກງານສິ່ງແວດລ້ອມ.
-     ສຳເລັດການຮ່າງເອກະສານກ່ຽວກັບການພິຈາລະນາວຽກງານສິ່ງແວດລ້ອມ.
-     ສຳເລັດການກະກຽມຮ່າງເອກະສານກ່ຽວກັບການປົກປັກຮັກສາວຽກງານສິ່ງແວດລ້ອມໃນຊຸມຊົນ.
-     ລົງເກັບກຳຂໍ້ມູນກ່ຽວກັບການຍົກລະດັບພື້ນຖານໂຄງລ່າງ,ວຽກງານການສ້ອມແປງ ແລະ ບໍາລຸງຮັກສາກ່ຽວກັບໂຄງລ່າງພື້ນຖານຂອງສາມເມືອງເປົ້າໝາຍໂຄງການ.
-     ສຳເລັດການກະກຽມແຜນງົບປະມານເພື່ອນຳໃຊ້ເຂົ້າໃນແຜນການບຳລຸງຮັກສາ ແລະ ສົ່ງໃຫ້ທາງຫ້ອງ LUXDEV ມີຄໍາເຫັນຕື່ມ.
-     ສຳເລັດການລົງສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ໂຄງການທົດລອງຂອງສາມເມືອງໂຄງການ. ເຊີ່ງເມືອງ ບົວລະພາ ຄາດວ່າຈະສ້ອມແປງຂົວໄມ້,ເມືອງ ນາກາຍ ຄາດວ່າ ຈະສ້ອມແປງໂຮງຮຽນ ແລະ ເມືອງ ມະຫາໄຊ ຄາດວ່າ ຈະສ້ອມແປງລະບົບນໍ້າສະອາດ.
IV.     ການສັງເກດຕີລາຄາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ.
4.1.    ດ້ານດີ
-     ຍ້ອນການຊີ້ນໍາ - ນໍາພາຢ່າງໃກ້ສິດຕິດຂອງພະແນກແຜນການ ແລະ ການລົງທຶນ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດໜ້າວຽກແຕ່ລະຢ່າງສຳເລັດຜົນຕາມລໍາດັບຄາດໜາຍ.
-     ຍ້ອນບັນດາພະນັກງານພາຍໃນພະແນກ ແລະ ໂຄງການມີຄວາມສາມະຄີຢ່າງໜັກແໜ້ນພ້ອມກັນຜ່ານຜ່າບັນດາອຸປະສັກ ນາໆປະການໄດ້ດີ.
-     ຍ້ອນຄວາມເອົາໃຈໃສ່ບຸກບືນ, ຊອກຮູ້,ຮໍ່າຮຽນຂອງບັນດາອ້ຍນ້ອງພະນັກງານ ແລະ ຄະນະຊີ້ນໍາໃນພະແນກກໍ່ຄືບັນດາພະນັກງານໃນການປະຕິບັດໜ້າທີ່ວິຊາສະເພາະຂອງຕົນໃຫ້ສາມາດບັນລຸໄດ້ຕາມຄາດໝາຍທີ່ໄດ້ວາງໄວ້.
-     ຍ້ອນມີລະບຽບການໃນການຈັດຕັ້ງປະຕິບັດທີ່ລະອຽດ ແລະ ເປັນຂັ້ນຕອນ ຈື່ງສາມາດນໍາໃຊ້ເປັນບ່ອນອ້າງອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໄດ້ຮັບຜົນດີ ແລະ ມີປະສິດທິຜົນ.
4.2.     ດ້ານອ່ອນ ແລະ ຂໍ້ຄົງຄ້າງ
-     ການຈັດຕັ້ງປະຕິບັດກິດຈະກຳຈຳນວນໜຶ່ງ ຍັງບໍ່ສາມາດດຳເນີນການໄດ້ ອັນເນື່ອງມາຈາກສະພາບເງື່ອນໄຂບໍ່ເອື້ອອຳນວຍໂດຍສະເພາະບ້ານທີ່ຢູ່ຫ່າງໄກສອກຫຼີກ ແລະ ໃນຊ່ວງລະດູຝົນແມ່ນບໍ່ສາມາດເຂົ້າເຖີງ.
-     ພະນັກງານຈໍານວນໜ້ອຍໜຶ່ງຍັງຖືເບົາຕໍ່ການປະຕິບັດລະບຽບລັດຖະກອນເປັນຕົ້ນແມ່ນການນຸ່ງຖື, ການປະຕິບັດໂມງເວລາ,ການເຂົ້າຮ່ວມຂະບວນການຕ່າງໆຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນ.
-     ການລາຍງານກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳໂຄງການຂ້ອນຂ້າງຊັກຊ້າ ແລະ ຍັງຕ້ອງໄດ້ປັບປຸງ ຕຶ່ມ.
V.    ທິດທາງແຜນການຈັດຕັ້ງປະຕິບັດ 6 ເດືອນທ້າຍປີ 2015-2016.
5.1.     ວຽກງານບໍລິຫານ ແລະ ຄຸ້ມຄອງໂຄງການ.
-     ບັນຈຸພະນັກງານຊ່ວຍວຽກບໍລິຫານ ແລະ ການເງີນ ຈຳນວນ 01 ທ່ານ. ເພື່ອໃຫ້ເຮັດໃຫ້ລະບົບວຽກບໍລິຫານ ແລະ ການເງິນໂຄງການສາມາດດຳການໄປດ້ວຍດີ ແລະ ເປັນລະບົບ.
-     ຕິດຕາມແຜນຈັດຊື້ ແລະ ຕິດຕັ້ງລະບົບອິນເຕີເນັດໃຫ້ແກ່ຫ້ອງການບໍລິຫານຂອງພະແນກ ແລະ ບັນດາເມືອງ ໃນ ຂອບເຂດ ທົ່ວແຂວງ ຄໍາມ່ວນ.
-     ຕິດຕາມແຜນນຳໃຊ້ງົບປະມານໂຄງການໃຫ້ເປັນປົກກະຕິ. ນອກນັ້ນ,ຍັງຈະໄດ້ຕິດຕາມແຜນວຽກອອກສະໜາມຂອງແຕ່ລະໜ່ວຍງານ ເພື່ອສະໜອງງົບປະມານໃຫ້ທັນກັບເວລາ.
-     ອຳນວຍຄວາມສະດວກ ແລະ ຕິດຕາມແຜນງົບນຳໃຊ້ປະມານອອກສະໜາມຂອງແຕ່ລະໜ່ວຍງານໃຫ້ເປັນປົກກະຕິ ແລະ ຖືກກັບເວລາ.
-     ຕິດຕາມການນຳໃຊ້ພາຫະນະໂຄງການ ແລະ ສະພາບລົດໃຫ້ເປັນປົກກະຕິ ພ້ອມທັງລາຍງານສະພານຕົວຈິງໃຫ້ແກ່ຫ້ອງການໃຫຍ່ ປະຈຳພາກພື້ນ ຮ່າໂນຍ. ສສ ຫວຽດນາມ.
5.2    ວຽກງານການຕິດຕາມ ແລະ ປະເມີນຜົນໂຄງການ
-     ຕິດຕາມວຽກງານການສ້າງແຜນພັດທະນາເສດຖະກິດ-ສັງຄົມໃຫ້ສຳເລັດຕາມລະດັບຄາດໝາຍ.ພ້ອມທັງກຳນົດບັນດາຕົວຊີ້ວັດໃສ່ໃນແຜນ ແລະ ນອກນັ້ນ ຍັງຈະໄດ້ກວດກາເບີ່ງລາຍລະອຽດຄືນກ່ຽວກັບເນື້ອໃນ ແລະ ບັນກາແຜນທີ່ຕ່າງໆ.
-     ກະກຽມສ້າງແຜນຝຶກອົບຮົມກ່ຽວກັບການຄຸ້ມຄອງວົງຈອນໂຄງການໃຫ້ແກ່ພະນັກງານພະແນກແຜນການ ແລະ ການລົງທຶນ, ຫ້ອງການແຜນການຂອງແຕ່ລະເມືອງ.
-     ສ້າງແຜນຝຶກອົບຮົມວຽກງານສາມສ້າງໃຫ້ແກ່ບັນດາບ້ານ ແລະ ເມືອງເປົ້າໝາຍຂອງແຂວງ. ໂດຍເລຶອກເອົາຫົວຂໍ້ທີ່ເຫັນວ່າມີຄວາມເໝາະສົມເຊັ່ນ: ການຝຶກອົບຮົມ ວຽກງານການຄຸ້ມຄອງ ແລະ ບໍລິຫານວົງຈອນຂອງໂຄງການ.ວຽກງານການພັດທະນາບົດບາດຍິງ-ຊາຍ ແລະ ວຽກງານອື່ນໆ.
-     ສ້າງແຜນລົງສຳຫຼວດ ແລະ ເກັບກຳຂໍ້ມູນ ກ່ຽວກັບບັນດາອົງການ ODA,NGO ແລະ ຂໍ້ມູນອື່ນໆ. ເຊີ່ງຄາດວ່າຈະໃຫ້ສຳເລັດໃນເດືອນ ກັນຍາ 2015 ນີ້.
-     ຮ່ວມເຊັນສັນຍາກັບ ສູນສະຕິຖິ ປະຈຳ ແຂວງຄໍາມ່ວນ ໃນການລົງເກັບກຳຂໍ້ມູນທຽບຖານ ແລະ ຝຶກອົບຮົມວຽກງານສະຖິຕິໃນຂັ້ນບ້ານໃນແຕ່ລະເມືອງ.
-     ຮ່ວມເຮັດວຽກກັບໂຄງການ LMDP ໃນການຈັດຕັ້ງປະຕິບັດແຜນກິດຈະກຳຮ່ວມກັນໃນບັນດາເມືອງເປົ້າໝາຍໂຄງການ.
5.3.    ວຽກງານພັດທະນາຊຸມຊົນ
-     ຈັດກອງປະຊຸມເພື່ອສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານການສ້າງແຜນພັດທະນາບ້ານແບບມີສ່ວນຮ່ວມທັງສາມເມືອງເປົ້າໝາຍໂຄງການ.
-     ສັງລວມ ແລະ ຄັດເລືອກເອົາສາມ ບໍລິສັດ ເພື່ອມາສະໜອງການຝຶກອົບຮົມກ່ຽວກັບການຈັດຕັ້ງປະຕິບັດວຽກງານກອງທຶນສິນເຊື່ອ ແລະ ກອງທຶນພັດທະນາບ້ານຂອງໂຄງການ.
-     ສ້າງແຜນປະຕິບັດງານຮ່ວມກັບອົງການ kfw ໃນການກຳນົດແຜນກິດຈະກຳໃນຕໍ່ໜ້າ. ນອກນັ້ນ, ຍັງຈະຕ້ອງໄດ້ສົ່ງລາຍຊື່ຈໍານວນບ້ານເປົ້າໝາຍໂຄງການໃຫ້ແກ່ສະຖານທູດລຸກຊໍາບວກ ເພື່ອຮັບຊາບ.
-     ຕິດຕາມການທາບທາມຫາຄູ່ຮ່ວມງານໃນການອໍານນວຍຄວາມສະດວກ ແລະ ຕິດຕາມວຽກງານການເງິນຂອງກອງທຶນພັດທະນາບ້ານ. ປະກອບມີ ຫ້ອງການພັດທະນາຊົນນະບົດ.
ພະແນກການເງິນແຂວງ ແລະ ພະແນກແຜນການ ແລະ ການລົງທຶນ.
-     ຄັດເລືອກ ແລະ ປະກາດ ຜູ້ທີ່ຈະໄດ້ຮັບທຶນການສຶກສາ ທັງໃນລະດັບສາມັນສຶກສາ ແລະ ໂຮງຮຽນວິຊາຊິບ ທີ່ນອນຢູ່ໃນບັນດາເມືອງເປົ້າໝາຍໂຄງການ. ແລະ ປະສານສົມທົບກັບອົງການ
DVV ເຢຍລະມັນ ໃນການສົ່ງເສີມຊຸກຍູ້ວຽກງານພັດທະນາການສຶກສາໃນຊຸມຊົນໃນເຂດບ້ານເປົ້າໝາຍໂຄງການ.
-     ປະສານສົມທົບກັບພະແນກທ່ອງທ່ຽວແຂວງຄໍສມາວນ ແລະ ອົງການ Tetrakty ໃນການລົງໄປສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງ ແລະ ປັບປຸງ Home stay ໃນເຂດບ້ານ ນາຕານ ແລະ ບ້ານ ເມືອງຫຼວງ ເມືອງ ນາກາຍ.
-     ຄາດວ່າຈະໄດ້ເຮັດສັນຍາການເປັນຄູ່ຮ່ວມງານຮ່ວມກັບອົງການ Caritas ໃນການລົງໄປສຳຫຼວດ ແລະ ປະເມີນວຽກງານການສົ່ງເສີມ NTFP ໃນເມືອງເປົ້າໝາຍໂຄງການ.
5.4.     ວຽກງານພັດທະນາໂຄງລ່າງພື້ນຖານໂຄງການ.
-     ສະໜອງການຝຶກອົບຮົມກ່ຽວກັບການນຳໃຊ້ຄູ່ມືການປົກປັກຮັກສາວຽເກງານສິ່ງແວດລ້ອມໃຫ້ແກ່ພະ ນັກງານແຂວງ ແລະ ເມືອງ.
-     ປະສານງານກັບພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເພື່ອກຳນົດ ແລະ ຢຶນຢັນກ່ຽວກັບລາຄາກາງຂອງສິນຄ້າໃນການນຳໃຊ້ເຂົ້າໃນວຽກງານກໍ່ສ້າງ ແລະ ສ້ອມແປງ. ນອກນັ້ນ ຍັງຈະໄດ້ປະສານສົມທົບກັບບັນດາຫ້ອງການໂຍທາທິການຂອງແຕ່ລະເມືອງຕື່ມ.
-     ຮ່ວມລົງນາມສັນຍາການເປັນຄູ່ຮ່ວມງານກັບເມືອງ ບົລະພາ ໃນການສ້າງຂົວ ທີ່ ບ້ານດຸ ແລະ ການສະໜອງລະບົບນໍ້າໃຊ້ ທີ່ ເມືອງ ມະຫາໄຊ.
-     ສະຫຼຸບສັງລວມບັນດາລາຍຊື່ໂຄງການພັດທະນາໂຄງລ່າງພື້ນຖານ ແລະ ລາຍງານໃຫ້ແກ່ໂຄງການພັດທະນາທ້ອງຖີ່ນ ແຂວງຄໍ່ມ່ວນ ເພື່ອຮັບຊາບ.