ເວັບໄຊທາງການ
ກະຊວງແຜນການ ແລະ ການລົງທືນ
ພະແນກແຜນການ ແລະ ການລົງທືນ
ແຂວງຄໍາມ່ວນ, ສປປ ລາວ.
ວິໃສທັດ: ແຂວງຄໍາມ່ວນ ເປັນແຫລ່ງສະບຽງອາຫານ, ເປັນສູນກາງການຄ້າ ແລະ ບໍລິການ-ການທ່ອງທ່ຽວ.
ອັບເດດລ່າສຸດ: 2023-12-07 20:00:12
ແຜນພັດທະນາແບບມີສ່ວນຮ່ວມເມືອງມະຫາໄຊ

> ບ້ານດອນພູຄຳ

> ບ້ານກະວະ

> ບ້ານນາຈານ

> ບ້ານນາແຄ

> ບ້ານນາມະລາ

> ບ້ານຜາແຄນ

> ບ້ານໂພນໄຊ

> ບ້ານສ້າງພອກ

> ບ້ານຊອງ

ພາກທີ I


ສະຫລຸບຕີລາຄາສະພາບການພັດທະນາໃນໄລຍະຜ່ານມາ
ແຕ່ປີ 2000 ຫາປີ 2014

1.ສະພາບລວມຂອງບ້ານ


1.1    ທີ່ຕັ້ງ, ຈຸດພິເສດ ແລະ ພູມສັນຖານໂຄງລ່າງ
    ບ້ານ ດອນພູຄຳ ຕັ້ງຢູ່ທາງທິດໃຕ້ຂອງເມືອງ ມະຫາໄຊ ຫ່າງຈາກເມືອງປະມານ 32 ກມ. ໄປທາງທິດໃຕ້ ເຊິ່ງແຕ່ລະທິດຕິດກັບບ້ານດັ່ງນີ້:
-    ທິດເໜືອ ຕິດກັບ ບ້ານນາງິ້ວ.
-    ທິດໃຕ້ ຕິດກັບ ບ້ານນາກະທ້າງທົ່ງ.
-    ທິດຕາເວັນອອກ ຕິດກັບ ບ້ານນາໝາກບ້າ.
-    ທິດຕາເວັນຕົກ ຕິດກັບ ບ້ານນ້ຳມະລາ.
    ເນື້ອທີ່ລວມຂອງບ້ານມີ 15,200 ເຮັກຕາ,ຊຶ່ງປະກອບມີເນື້ອທີ່ດິນປຸກສ້າງ 150 ເຮັກຕາ; ປ່ານຳໃຊ້ 589 ຮຕ, ປ່ານ້ຳໃຊ້ຊຸມຊົນ, ພູຜາ, ຫ້ວຍຮ່ອງ 14,461 ຮຕ.
1.2    ດ້ານປະຊາກອນ ແລະ ການປົກຄອງ:
(ລວມທັງບົດບາດແມ່ຍິງໃນຄະນະອຳນາດການປົກຄອງບ້ານ).

    ບ້ານ ດອນພູຄຳ ເປັນບ້ານທີ່ມີຊົນເຜົ່າ ລາວລຸ່ມ ກວມເອົາ 100%, ມີຈຳນວນຄົນທັງໝົດ 474 ຄົນ, ຍິງ 249 ຄົນ, ມີ 103 ຫຼັງຄາເຮືອນ ແລະ 82 ຄອບຄົວ, ຊາວບ້ານນັບຖືສາດສະໜາພຸດ, ມີປະເພນີປະຈຳທ້ອງຖິ່ນຄື: ງານບຸນຫໍ່ເຂົ້າເດືອນ 9 ແລະ ເດືອນ 10 ບຸນອອກພັນສາ, ບຸນປີໃໝ່ລາວ.
-    ເດືອນ 1 ລ້ຽງແສງ ກໍ່ຄື(ການລ້ຽງຜີມະເຫສັກເມືອງ).
    ນອກຈາກປະເພນີທ້ອງຖິ່ນແລ້ວພາຍໃນບ້ານຍັງໄດ້ນັບຖືຮີດຄອງປະເພນີທົວໄປຂອງລາວອີກເຊັ່ນວ່າ: ບຸນເດືອນສາມອອກໃໝ່ສາມຄ່ຳ, ບຸນປີໃໝ່າວເປັນຕົ້ນ.
ຄະນະອຳນາດການປົກຄອງບ້ານປະກອບມີ:

-    ນາຍບ້ານ 1 ທ່ານ,ຮອງນາຍບ້ານ 2 ທ່ານ ແລະ ມີຫົວໜ້າໜ່ວຍ 3 ທ່ານ.
-    ຄະນະແນວໂຮມບ້ານ ປະກອບມີ 2 ທ່ານ.
-    ຄະນະສະພັນແມ່ຍິງ ປະກອບມີ 3 ທ່ານ ຍິງ 3 ທ່ານ.
-    ຄະນະຊາວໜຸ່ມ ປະກອບມີ 2 ທ່ານ.
-    ຄະນະ ປກຊ ປະກອບມີ 3 ທ່ານ.
-    ຄະນະ ປກສ ປະກອບມີ 3 ທ່ານ.
-    ອສສບ ປະກອບມີ 3 ທ່ານ.

ດາວໂຫຼດເອກະສານ