ພາກທີ I
ສະຫລຸບຕີລາຄາສະພາບການພັດທະນາໃນໄລຍະຜ່ານມາ
ແຕ່ປີ 2000 ຫາປີ 2014
1.ສະພາບລວມຂອງບ້ານ
1.1 ທີ່ຕັ້ງ, ຈຸດພິເສດ ແລະ ພູມສັນຖານໂຄງລ່າງ
ບ້ານ ເມືອງຫຼວງ ເປັນບ້ານໜຶ່ງໃນ 31 ບ້ານຂອງເມືອງນາກາຍ ເຊິ່ງຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງຕົວເມືອງນາກາຍ ຫ່າງຈາກເມືອງປະມານ 23 ກມ ເຊິ່ງມີຊາຍແດນຕິດກັບບ້ານອື່ນໆດັ່ງນີ້:
- ທິດເໜືອຂອງບ້ານ ຕິດກັບ ບ້ານທົ່ງ.
- ທິດໃຕ້ ຕິດກັບ ບ້ານວຽງຫຼວງ ເມືອງບົວລະພາ.
- ທິດຕາເວັນອອກ ຕິດກັບ ບ້ານທ່າໂທດ ເມືອງຍົມມະລາດ.
- ທິດຕາເວັນຕົກ ຕິດກັບ ບ້ານຍາງ.
ຍາມຝົນມີອ່າງນ້ຳກ້ວາງທີ່ມີຂະນາດໃຫຍ່, ມີຖ່ຳນ້ຳກວາງແບບອັດສະຈັນສາມາດປິດເປີດເປັ່ງນ້ຳເອງ, ມີຮ່ອງຮອຍວັດເຈົ້າອະນຸວົງເປັນໂນນພູສູງ, ມີເນື້ອທີ່ທຳການຜະລິດຫາບພຽງດີ, ມີພູຫິນປູນຢູ່ໃກ້ບ້ານ.
1.2 ດ້ານປະຊາກອນ ແລະ ການປົກຄອງ ລວມທັງບົດບາດແມ່ຍິງ.
ບ້ານ ເມືອງຫຼວງ ປະກອບມີ 4 ຄຸ້ມບ້ານຄື: (ຄຸ້ມເມືອງຫຼວງ, ຄຸ້ມໂພສີ, ຄຸ້ມວັງຢ້ຽມ, ຄຸ້ມໂພນຄໍ້) ມີ 3 ຊົນເຜົ່າ, ໃນນັ້ນເຜົ່າຫຍໍ້ກວມ 85%, ເຜົ່າຊຳກວມ 5%, ເຜົ່າບໍ່ກວມ 10%, ມີຈຳນວນຄົນທັງໝົດ 1,875 ຄົນ,ຍິງ 961 ຄົນ, ມີ 321 ຫຼັງຄາເຮືອນ, ມີ 326 ຄອບຄົວ.
ຄະນະອຳນາດການປົກຄອງບ້ານປະກອບມີ:
- ຄະນະນ່ວຍພັກປະກອບມີ 3 ທ່ານ, ແມ່ຍິງ 0 ທ່ານ
- ຄະນະນາຍບ້ານປະກອບມີ 3 ທ່ານ, ແມ່ຍິງ 0 ທ່ານ
- ມີ 20 ໜ່ວຍປະກອບມີ 40 ທ່ານ, ແມ່ຍິງ 0 ທ່ານ
- ຄະນະແນວໂຮມບ້ານ ປະກອບມີ 1 ທ່ານ,ແມ່ຍິງ 0 ທ່ານ.
- ຄະນະສະພັນແມ່ຍິງ ປະກອບມີ 1 ທ່ານ ຍິງ 1 ທ່ານ.
- ຄະນະຊາວໜຸ່ມ ປະກອບມີ 1 ທ່ານ, ຍິງ 0 ທ່ານ.
- ຄະນະ ປກຊ ປະກອບມີ 1 ທ່ານ, ຍິງ 0 ທ່ານ.
- ຄະນະ ປກສ ປະກອບມີ 1 ທ່ານ, ຍິງ 0 ທ່ານ.
- ອສສບ ປະກອບມີ 4 ທ່ານ, ຍິງ 0 ທ່ານ.
ດາວໂຫຼດເອກະສານ
ພາກທີ I
ສະຫລຸບຕີລາຄາສະພາບການພັດທະນາໃນໄລຍະຜ່ານມາ
ແຕ່ປີ 2000 ຫາປີ 2014
1.ສະພາບລວມຂອງບ້ານ
1.1 ທີ່ຕັ້ງ, ຈຸດພິເສດ ແລະ ພູມສັນຖານໂຄງລ່າງ
ບ້ານ ນາຫ້າງ ເປັນບ້ານໜຶ່ງໃນ 31 ບ້ານຂອງເມືອງນາກາຍ ເຊິ່ງຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງຕົວເມືອງນາກາຍ ຫ່າງຈາກເມືອງປະມານ 65 ກມ ບ້ານນາຫ້າງມີຊາຍແດນຕິດກັບບ້ານອື່ນໆດັ່ງນີ້:
- ທິດເໜືອຂອງບ້ານ (ຄຸ້ມ ທ່າຂັນແກ້ວ) ຕິດກັບ ປ່າສະຫງວນແຫ່ງຊາດນາກາຍນ້ຳເທີນ.
- ທິດໃຕ້ ຕິດກັບ ບ້ານນາຕານ.
- ທິດຕາເວັນອອກ ຕິດກັບ ບ້ານຜາດ່າງ.
- ທິດຕາເວັນຕົກ ຕິດກັບ ບ້ານນາຕານ.
ມີຈຸດພິເສດ ຄື ຄຸ້ມທ່າຂັນແກ້ວຕັ້ງຢູ່ຍອດນ້ຳຫິນບູນ ມີສາຍນ້ຳ ເປັນເຂດເຊື່ອມຕໍ່ປ່າສະຫງວນແຫ່ງຊາດນາກາຍນ້ຳເທີນ ແລະ ມີຕາດຍາງເປັນແລ່ງທ່ອງທ່ຽວປ່າສະຫງວນ, ເປັນພື້ນທີ່ທຳການຜະລິດຮາບພຽງດີ.
1.2 ດ້ານປະຊາກອນ ແລະ ການປົກຄອງ ລວມທັງບົດບາດແມ່ຍິງ.
ບ້ານ ນາຫ້າງ ປະກອບມີ 4 ຄຸ້ມບ້ານຄື: (ຄຸ້ມນາຫ້າງ, ຄຸ້ມໂພນບົກ, ຄຸ້ມນາເມືອງ, ຄຸ້ມທ່າຂັນແກ້ວ) ມີ 4 ເຜົ່າ, ໃນນັ້ນເຜົ່າຊຳກວມ 80%, ເຜົ່າບໍ່ກວມ 30%, ເຜົ່າລາວກວມ 10% ແລະ ເຜົ່າເມີ້ຍກວມ 10%,
ມີຈຳນວນຄົນທັງໝົດ 977 ຄົນ,ຍິງ 506 ຄົນ, ມີ 163 ຫຼັງຄາເຮືອນ, ມີ 212 ຄອບຄົວ. ຊາວບ້ານມີປະເພນີປະຈຳທ້ອງຖິ່ນຄື: ເດືອນ 3 ອອກໃໝ່ 3 ຄ່ຳ ພາກັນເຮັດບຸນສູດຂວັນເຂົ້າ ແລະ ມັດແຂນຜູ້ເຖົ້າ ຫຼື ຜູ້ອາວຸໂສ, ໃນທຸກເດືອນຈຽງ ຫຼື ເດືອນ 12 ສາກົນ ມີງານລ້ຽງຜີບ້ານ
ຫຼື ງານລ້ຽງແສງ, ຊາວບ້ານໄດ້ສາດສະນາພຸດເປັນຫຼັກ ແຕ່ລະປີໄດ້ຮ່ວມກັບປະຕິບັດຮີດຄອງປະເພນີຫຼາຍຢ່າງເຊັ່ນ: ເດືອນ 01 ລາວສ້າງບຸນກອງເຂົ້າ, ເດືອນ 05 ລາວສ້າງບຸນສົງການຫຼືບຸນປີໃໝ່ລາວ, ເດືອນ 08 ສ້າງບຸນເຂົ້າພັນສາ, ເດືອນ 09 ລາວສ້າງບຸນຫໍ່ເຂົ້າປະດັບດິນ,
ເດືອນ 10 ສ້າງບຸນຫໍ່ເຂົ້າສະຫຼາກ ແລະ ເດືອນ 11 ສ້າງບຸນອອກພັນສາ ໝົດທຸກບ້ານໃນເຂດນາຕານ ເຮັດຢູ່ຈຸດດຽວກັນ
ຄະນະອຳນາດການປົກຄອງບ້ານປະກອບມີ:
- ຄະນະນ່ວຍພັກປະກອບມີ 3 ທ່ານ, ແມ່ຍິງ 0 ທ່ານ
- ຄະນະນາຍບ້ານປະກອບມີ 3 ທ່ານ, ແມ່ຍິງ 0 ທ່ານ
- ມີ 9 ໜ່ວຍປະກອບມີ 18 ທ່ານ, ແມ່ຍິງ 0 ທ່ານ
- ຄະນະແນວໂຮມບ້ານ ປະກອບມີ 6 ທ່ານ,ແມ່ຍິງ 0 ທ່ານ.
- ຄະນະສະພັນແມ່ຍິງ ປະກອບມີ 4 ທ່ານ ຍິງ 4 ທ່ານ.
- ຄະນະຊາວໜຸ່ມ ປະກອບມີ 6 ທ່ານ, ຍິງ 0 ທ່ານ.
- ຄະນະ ປກຊ ປະກອບມີ 2 ທ່ານ, ຍິງ 0 ທ່ານ.
- ຄະນະ ປກສ ປະກອບມີ 2 ທ່ານ, ຍິງ 0 ທ່ານ.
ດາວໂຫຼດເອກະສານ
ພາກທີ I
ສະຫລຸບຕີລາຄາສະພາບການພັດທະນາໃນໄລຍະຜ່ານມາ
ແຕ່ປີ 2000 ຫາປີ 2014
1.ສະພາບລວມຂອງບ້ານ
1.1 ທີ່ຕັ້ງ, ຈຸດພິເສດ ແລະ ພູມສັນຖານໂຄງລ່າງ
ບ້ານ ຜາດ່າງ ເປັນບ້ານໜຶ່ງໃນ 31 ບ້ານຂອງເມືອງນາກາຍ ເຊິ່ງຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງຕົວເມືອງນາກາຍ ຫ່າງຈາກເມືອງປະມານ 40 ກມ ເຊິ່ງມີຊາຍແດນຕິດກັບບ້ານອື່ນໆດັ່ງນີ້:
- ທິດເໜືອຂອງບ້ານ ຕິດກັບ ນ້ຳເທີນ ແລະ ສາຍພູອາກ.
- ທິດໃຕ້ ຕິດກັບ ຜາຫິນປູນ.
- ທິດຕາເວັນອອກ ຕິດກັບ ບ້ານຍາງ.
- ທິດຕາເວັນຕົກ ຕິດກັບ ບ້ານນາບອນ.
ບ້ານກວນມີຖ່ຳພະ ແລະ ເປັນເຂດທີ່ມີສັດປ່າທີ່ຫວງຫ້າມປະເພດທະນີແກ້ມຂາວ, ມີປ່າອຸດົມສົມບູນ, ມີຫ້ວຍຮ່ອງຄອງບຶງຫຼາຍ (ພິເສດບຶງໜອງມ່ວງເໝາະສົມກັບການລ້ຽງປາແບບຊຸມຊົນ), ມີເນື້ອທີ່ທຳການຜະລິດກ້ວາງຂວາງຮາບພຽງດີ.
1.2 ດ້ານປະຊາກອນ ແລະ ການປົກຄອງ ລວມທັງບົດບາດແມ່ຍິງ.
ບ້ານ ນາຫ້າງ ເປັນບ້ານທີ່ປະກອບມີ 1 ຊົນເຜົ່າຄື: ຊົນເຜົ່າບໍ່ກວມ 100%,
ມີຈຳນວນຄົນທັງໝົດ 387 ຄົນ,ຍິງ 182 ຄົນ, ມີ 77 ຫຼັງຄາເຮືອນ, ມີ 88 ຄອບຄົວ. ຊາວບ້ານໄດ້ສາດສະນາພຸດ ບ້ານຜາດ່າງມີປະເພນີປະຈຳທ້ອງຖິ່ນຄື: ເດືອນ 3 ອອກໃໝ່ 3 ຄ່ຳ ພາກັນເຮັດບຸນສູດຂວັນເຂົ້າ ແລະ ມັດແຂນງົວ,ຄວາຍ,ໃນທຸກເດືອນຈຽງ ຫຼື ເດືອນ 12 ສາກົນ ມີງານລ້ຽງຜີບ້ານ
ຫຼື ງານລ້ຽງແສງ, ຊາວບ້ານໄດ້ສາດສະນາພຸດເປັນຫຼັກ ແຕ່ລະປີໄດ້ຮ່ວມກັບປະຕິບັດຮີດຄອງປະເພນີຫຼາຍຢ່າງເຊັ່ນ: ເດືອນ 1 ລາວສ້າງບຸນກອງເຂົ້າ, ເດືອນ 5 ລາວສ້າງບຸນສົງການຫຼືບຸນປີໃໝ່ລາວ, ເດືອນ 8 ສ້າງບຸນເຂົ້າພັນສາ, ເດືອນ 9 ລາວສ້າງບຸນຫໍ່ເຂົ້າປະດັບດິນ,
ເດືອນ 10 ສ້າງບຸນຫໍ່ເຂົ້າສະຫຼາກ.
ຄະນະອຳນາດການປົກຄອງບ້ານປະກອບມີ:
- ຄະນະນ່ວຍພັກປະກອບມີ 3 ທ່ານ, ແມ່ຍິງ 0 ທ່ານ
- ຄະນະນາຍບ້ານປະກອບມີ 3 ທ່ານ, ແມ່ຍິງ 0 ທ່ານ
- ມີ 4 ໜ່ວຍປະກອບມີ 8 ທ່ານ, ແມ່ຍິງ 0 ທ່ານ
- ຄະນະສະພັນແມ່ຍິງ ປະກອບມີ 3 ທ່ານ ຍິງ 3 ທ່ານ.
- ຄະນະຊາວໜຸ່ມ ປະກອບມີ 2 ທ່ານ, ຍິງ 0 ທ່ານ.
- ຄະນະ ປກຊ ປະກອບມີ 2 ທ່ານ, ຍິງ 0 ທ່ານ.
- ຄະນະ ປກສ ປະກອບມີ 2 ທ່ານ, ຍິງ 0 ທ່ານ.
ດາວໂຫຼດເອກະສານ
ພາກທີ I
ສະຫລຸບຕີລາຄາສະພາບການພັດທະນາໃນໄລຍະຜ່ານມາ
ແຕ່ປີ 2000 ຫາປີ 2014
1.ສະພາບລວມຂອງບ້ານ
1.1 ທີ່ຕັ້ງ, ຈຸດພິເສດ ແລະ ພູມສັນຖານໂຄງລ່າງ
ບ້ານ ກວນ ເປັນບ້ານໜຶ່ງໃນ 31 ບ້ານຂອງເມືອງນາກາຍ ເຊິ່ງຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງຕົວເມືອງນາກາຍ ຫ່າງຈາກເມືອງປະມານ 40 ກມ ເຊິ່ງມີຊາຍແດນຕິດກັບບ້ານອື່ນໆດັ່ງນີ້:
- ທິດເໜືອຂອງບ້ານ ຕິດກັບ ນ້ຳເທີນ ແລະ ສາຍພູອາກ.
- ທິດໃຕ້ ຕິດກັບ ຜາຫິນປູນ.
- ທິດຕາເວັນອອກ ຕິດກັບ ບ້ານຍາງ.
- ທິດຕາເວັນຕົກ ຕິດກັບ ບ້ານນາບອນ.
ບ້ານ ກວນ ມີຖ່ຳພະ ແລະ ເປັນເຂດທີ່ມີສັດປ່າທີ່ຫວງຫ້າມປະເພດທະນີແກ້ມຂາວ, ມີປ່າອຸດົມສົມບູນ, ມີຫ້ວຍຮ່ອງຄອງບຶງຫຼາຍ (ພິເສດບຶງໜອງມ່ວງເໝາະສົມກັບການລ້ຽງປາແບບຊຸມຊົນ), ມີເນື້ອທີ່ທຳການຜະລິດກ້ວາງຂວາງຮາບພຽງດີ.
1.2 ດ້ານປະຊາກອນ ແລະ ການປົກຄອງ ລວມທັງບົດບາດແມ່ຍິງ.
ບ້ານ ກວນ ປະກອບມີ 3 ຄຸ້ມບ້ານຄື: (ຄຸ້ມກວນ, ຄຸ້ມກວນສາມ, ຄຸ້ມວັງຫິນ) ມີ 03 ເຜົ່າ, ໃນນັ້ນເຜົ່າມະກອງກວມ 15%, ເຜົ່າບໍ່ກວມ 40%, ເຜົ່າເມີ້ຍກວມ 45%,
ມີຈຳນວນຄົນທັງໝົດ 742 ຄົນ,ຍິງ 376 ຄົນ, ມີ 132 ຫຼັງຄາເຮືອນ, ມີ 164 ຄອບຄົວ. ຊາວບ້ານຖືສາດສະາພຸດ, ບ້ານກວນມີປະເພນີປະຈຳທ້ອງຖິ່ນຄື: ເດືອນ 3 ອອກໃໝ່ 3 ຄ່ຳ (ພາກັນເຮັດບຸນສູດຂວັນເຂົ້າ ແລະ ມັດແຂນງົວ,ຄວາຍ), ໃນທຸກເດືອນຈຽງ ຫຼື ເດືອນ 12 ສາກົນ ມີງານລ້ຽງຜີບ້ານ
ຫຼື ງານລ້ຽງແສງ, ຊາວບ້ານໄດ້ສາດສະນາພຸດເປັນຫຼັກ ແຕ່ລະປີໄດ້ຮ່ວມກັບປະຕິບັດຮີດຄອງປະເພນີຫຼາຍຢ່າງເຊັ່ນ: ບຸນສົງການ(ບຸນປີໃໝ່ລາວ), ເຂົ້າພັນສາ, ບຸນຫໍ່ເຂົ້າປະດັບດິນ, ຫໍ່ເຂົ້າສາກ, ອອກພັນສາ ແລະ ບຸນກອງເຂົ້າ ເປັນຕົ້ນ.
ຄະນະອຳນາດການປົກຄອງບ້ານປະກອບມີ:
- ຄະນະນ່ວຍພັກປະກອບມີ 2 ທ່ານ, ແມ່ຍິງ 0 ທ່ານ
- ຄະນະນາຍບ້ານປະກອບມີ 3 ທ່ານ, ແມ່ຍິງ 0 ທ່ານ
- ມີ 9 ໜ່ວຍປະກອບມີ 7 ທ່ານ, ແມ່ຍິງ 0 ທ່ານ
- ຄະນະແນວໂຮມບ້ານ ປະກອບມີ 3 ທ່ານ,ແມ່ຍິງ 0 ທ່ານ.
- ຄະນະສະພັນແມ່ຍິງ ປະກອບມີ 3 ທ່ານ ຍິງ 3 ທ່ານ.
- ຄະນະຊາວໜຸ່ມ ປະກອບມີ 3 ທ່ານ, ຍິງ 0 ທ່ານ.
- ຄະນະ ປກຊ ປະກອບມີ 1 ທ່ານ, ຍິງ 0 ທ່ານ.
- ຄະນະ ປກສ ປະກອບມີ 3 ທ່ານ, ຍິງ 0 ທ່ານ.
ດາວໂຫຼດເອກະສານ
ພາກທີ I
ສະຫລຸບຕີລາຄາສະພາບການພັດທະນາໃນໄລຍະຜ່ານມາ
ແຕ່ປີ 2000 ຫາປີ 2014
1.ສະພາບລວມຂອງບ້ານ
1.1 ທີ່ຕັ້ງ, ຈຸດພິເສດ ແລະ ພູມສັນຖານໂຄງລ່າງ
ບ້ານ ນາບອນ ເປັນບ້ານໜຶ່ງໃນ 31 ບ້ານຂອງເມືອງນາກາຍ ຕັ້ງຢູ່ໃກ້ກັບສາຍພູຫຼວງ, ມີຖ່ຳສາວເອ້ເປັນແຫຼ່ງທ່ອງທ່ຽວ, ມີພູຫົວທັນ ແລະ ຫ້ວຍຂູຄິ ເປັນສັນຍາລັກ,
ຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງຕົວເມືອງນາກາຍ ຫ່າງຈາກເມືອງປະມານ 52 ກມ ມີຊາຍແດນຕິດຈອດກັບບັນດາບ້ານຕ່າງໆດັ່ງນີ້:
- ທິດເໜືອຂອງບ້ານ ຕິດກັບ ບ້ານຜາດ່າງ.
- ທິດໃຕ້ ຕິດກັບ ບ້ານກວນ.
- ທິດຕາເວັນອອກ ຕິດກັບ ສາຍພູອາກ.
- ທິດຕາເວັນຕົກ ຕິດກັບ ປ່າສະຫງວນພູຫິນປູນ.
1.2 ດ້ານປະຊາກອນ ແລະ ການປົກຄອງ ລວມທັງບົດບາດແມ່ຍິງ.
ບ້ານ ນາບອນ ປະກອບມີ 2 ຄຸ້ມບ້ານຄື: (ຄຸ້ມນາບອນ, ຄຸ້ມນາທົນ) ມີ 02 ເຜົ່າ, (ເຜົ່າບໍ່, ເຜົ່າເໝີ້ຍ)ໃນນັ້ນເຜົ່າບໍ່ກວມ 45%, ເຜົ່າບໍ່ກວມ 40%, ເຜົ່າເໝີ້ຍກວມ 55%,
ມີຈຳນວນຄົນທັງໝົດ 367 ຄົນ,ຍິງ 179 ຄົນ, ມີ 60 ຫຼັງຄາເຮືອນ, ມີ 78 ຄອບຄົວ. ຊາວບ້ານຖືສາດສະາພຸດ, ບ້ານນາບອນມີປະເພນີປະຈຳທ້ອງຖິ່ນຄື: ເດືອນ 3 ອອກໃໝ່ 3 ຄ່ຳ (ພາກັນເຮັດບຸນສູດຂວັນເຂົ້າ ແລະ ມັດແຂນຜູ້ເຖົ້າຫຼືຜູ້ອາວຸໂສ), ໃນທຸກເດືອນຈຽງ ຫຼື ເດືອນ 12 ສາກົນ ມີງານລ້ຽງຜີບ້ານ
ຫຼື ງານລ້ຽງແສງ, ຊາວບ້ານໄດ້ສາດສະນາພຸດເປັນຫຼັກ ແຕ່ລະປີໄດ້ຮ່ວມກັບປະຕິບັດຮີດຄອງປະເພນີຫຼາຍຢ່າງເຊັ່ນ:ເດືອນ 1 ລາວສ້າງບຸນກອງເຂົ້າ, ເດືອນ 5 ລາວສ້າງບຸນສົງການຫຼືບຸນປີໃໝ່ລາວ, ເດືອນ 8 ສ້າງບຸນເຂົ້າພັນສາ, ເດືອນ 9 ລາວສ້າງບຸນຫໍ່ເຂົ້າປະດັບດິນ,
ເດືອນ 10 ສ້າງບຸນຫໍ່ເຂົ້າສະຫຼາກ ແລະ ເດືອນ 11 ລາວ ບຸນອອກພັນສາ.
ຄະນະອຳນາດການປົກຄອງບ້ານປະກອບມີ:
- ຄະນະນ່ວຍພັກປະກອບມີ 3 ທ່ານ, ແມ່ຍິງ 0 ທ່ານ
- ຄະນະນາຍບ້ານປະກອບມີ 3 ທ່ານ, ແມ່ຍິງ 0 ທ່ານ
- ມີ 4 ໜ່ວຍປະກອບມີ 8 ທ່ານ, ແມ່ຍິງ 0 ທ່ານ
- ຄະນະແນວໂຮມບ້ານ ປະກອບມີ 3 ທ່ານ,ແມ່ຍິງ 0 ທ່ານ.
- ຄະນະສະພັນແມ່ຍິງ ປະກອບມີ 3 ທ່ານ ຍິງ 3 ທ່ານ.
- ຄະນະຊາວໜຸ່ມ ປະກອບມີ 3 ທ່ານ, ຍິງ 0 ທ່ານ.
- ຄະນະ ປກຊ ປະກອບມີ 3 ທ່ານ, ຍິງ 0 ທ່ານ.
- ຄະນະ ປກສ ປະກອບມີ 3 ທ່ານ, ຍິງ 0 ທ່ານ.
ດາວໂຫຼດເອກະສານ
ພາກທີ I
ສະຫລຸບຕີລາຄາສະພາບການພັດທະນາໃນໄລຍະຜ່ານມາ
ແຕ່ປີ 2000 ຫາປີ 2014
1.ສະພາບລວມຂອງບ້ານ
1.1 ທີ່ຕັ້ງ, ຈຸດພິເສດ ແລະ ພູມສັນຖານໂຄງລ່າງ
ບ້ານ ນາຕານ ເປັນບ້ານໜຶ່ງໃນ 31 ບ້ານຂອງເມືອງນາກາຍ ຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງຕົວເມືອງນາກາຍ ຫ່າງຈາກເມືອງປະມານ 67 ກມ ໄປຕາມທາງປາກຖ່ຳກອງລໍຕອນເທິງ ມີຊາຍແດນຕິດຈອດກັບບັນດາບ້ານອື່ນໆດັ່ງນີ້:
- ທິດເໜືອຂອງບ້ານ ຕິດກັບ ບ້ານນາຫ້າງ(ຄຸ້ມທ່າຂັນແກ້ວ).
- ທິດໃຕ້ ຕິດກັບ ບ້ານຜາດ່າງ.
- ທິດຕາເວັນອອກ ຕິດກັບ ບ້ານນາຫ້າງ(ຄຸ້ມໂພນບົກ).
- ທິດຕາເວັນຕົກ ຕິດກັບ ບ້ານກອງລໍ.
ມີແຫຼ່ງທ່ອງທ່ຽວຖ່ຳກອງລໍ ແລະ ສາຍນ້ຳຫິນບູນເປັນສັນຍາລັກ, ມີເນື້ອທີ່ປູກຝັງຮາບພຽງດີ.
1.2 ດ້ານປະຊາກອນ ແລະ ການປົກຄອງ ລວມທັງບົດບາດແມ່ຍິງ.
ບ້ານ ນາຕານ ປະກອບມີ 2 ຄຸ້ມບ້ານຄື: ຄຸ້ມໂພນຄຳ ແລະ ຄຸ້ມນາຕານ ມີ 02 ເຜົ່າຄື: ຊົນເຜົ່າຊຳ ແລະ ເຜົ່າລາວ ໃນນັ້ນເຜົ່າຊຳກວມ 80ສ່ວນຮ້ອຍ, ເຜົ່າລາວກວມ 20 ສ່ວນຮ້ອຍ,
ມີຈຳນວນຄົນທັງໝົດ 561 ຄົນ,ຍິງ 278 ຄົນ, ມີ 92 ຫຼັງຄາເຮືອນ, ມີ 120 ຄອບຄົວ. ຊາວບ້ານມີປະເພນີປະຈຳປຄື: ເດືອນ 3 ອອກໃໝ່ 3 ຄ່ຳ (ພາກັນເຮັດບຸນສູດຂວັນເຂົ້າ ແລະ ມັດແຂນຜູ້ເຖົ້າຫຼືຜູ້ອາວຸໂສ), ໃນທຸກເດືອນຈຽງ ຫຼື ເດືອນ 12 ສາກົນ ມີງານລ້ຽງຜີບ້ານ
ຫຼື ງານລ້ຽງແສງ, ຊາວບ້ານໄດ້ສາດສະນາພຸດເປັນຫຼັກ ແຕ່ລະປີໄດ້ຮ່ວມກັບປະຕິບັດຮີດຄອງປະເພນີຫຼາຍຢ່າງເຊັ່ນ:ເດືອນ 01 ລາວສ້າງບຸນກອງເຂົ້າ, ເດືອນ 05 ລາວສ້າງບຸນສົງການຫຼືບຸນປີໃໝ່ລາວ, ເດືອນ 08 ສ້າງບຸນເຂົ້າພັນສາ, ເດືອນ 09 ລາວສ້າງບຸນຫໍ່ເຂົ້າປະດັບດິນ,
ເດືອນ 10 ສ້າງບຸນຫໍ່ເຂົ້າສະຫຼາກ ແລະ ເດືອນ 11 ລາວ ສ້າງບຸນອອກພັນສາ.
ຄະນະອຳນາດການປົກຄອງບ້ານປະກອບມີ:
- ຄະນະນ່ວຍພັກປະກອບມີ 3 ທ່ານ, ແມ່ຍິງ 0 ທ່ານ
- ຄະນະນາຍບ້ານປະກອບມີ 3 ທ່ານ, ແມ່ຍິງ 0 ທ່ານ
- ມີ 6 ໜ່ວຍປະກອບມີ 12 ທ່ານ(ຫົວໜ້າ ແລະ ຮອງ), ແມ່ຍິງ 0 ທ່ານ
- ຄະນະແນວໂຮມບ້ານ ປະກອບມີ 3 ທ່ານ,ແມ່ຍິງ 0 ທ່ານ.
- ຄະນະສະພັນແມ່ຍິງ ປະກອບມີ 4 ທ່ານ ຍິງ 4 ທ່ານ.
- ຄະນະຊາວໜຸ່ມ ປະກອບມີ 4 ທ່ານ, ຍິງ 0 ທ່ານ.
- ຄະນະ ປກຊ ປະກອບມີ 3 ທ່ານ, ຍິງ 0 ທ່ານ.
- ຄະນະ ປກສ ປະກອບມີ 2 ທ່ານ, ຍິງ 0 ທ່ານ.
ດາວໂຫຼດເອກະສານ
ພາກທີ I
ສະຫລຸບຕີລາຄາສະພາບການພັດທະນາໃນໄລຍະຜ່ານມາ
ແຕ່ປີ 2000 ຫາປີ 2014
1.ສະພາບລວມຂອງບ້ານ
1.1 ທີ່ຕັ້ງ, ຈຸດພິເສດ ແລະ ພູມສັນຖານໂຄງລ່າງ
ບ້ານ ທົ່ງ ເປັນບ້ານໜຶ່ງໃນ 31 ບ້ານຂອງເມືອງນາກາຍ ທີ່ມີພູມສັນຖານເປັນທົ່ງພຽງ ແລະ ມີຫ້ວຍຜ່ານກາງບ້ານ, ມີອ່າງນ້ຳກວາງຂະໜາດໃຫຍ່, ມີເນື້ອທີ່ຫາບພຽງດີເໝາະສົມການຜະລິດເຂົ້ານາປີ,
ມີເສັ້ນທາງດິນແດງຜ່ານກາງບ້ານ ຫ່າງຈາກເມືອງປະມານ 21 ກມ ໄປທາງທິດຕາເວັນຕົກສຽງໃຕ້, ເຊິ່ງມີຊາຍແດນຕິດຈອດກັບບັນດາບ້ານຕ່າງໆດັ່ງນີ້:
- ທິດເໜືອຂອງບ້ານ ຕິດກັບ ບ້ານເມືອງຫຼວງ(ຄຸ້ມໂພນຄ).
- ທິດໃຕ້ ຕິດກັບ ຄຸ້ມວັງຢ້ຽມ (ບ້ານເມືອງຫຼວງ).
- ທິດຕາເວັນອອກ ຕິດກັບ ບ້ານນາກາຍ.
- ທິດຕາເວັນຕົກ ຕິດກັບ ຄຸ້ມເມືອງຫຼວງ (ບ້ານເມືອງຫຼວງ).
1.2 ດ້ານປະຊາກອນ ແລະ ການປົກຄອງ ລວມທັງບົດບາດແມ່ຍິງ.
ບ້ານ ທົ່ງ ປະກອບມີ 4 ຄຸ້ມບ້ານຄື: (ຄຸ້ມທົ່ງ, ຄຸ້ມນາສີດາ, ຄຸ້ນາດ່ານ, ຄຸ້ມນ້ຳກວາງ) ມີ 02 ຊົນເຜົ່າ ໃນນັ້ນເຜົ່າມະກອງກວມ 58%, ເຜົ່າຊຳກວມ 42%,
ມີຈຳນວນຄົນທັງໝົດ 1,490 ຄົນ,ຍິງ 856 ຄົນ, ມີ 265 ຫຼັງຄາເຮືອນ, ມີ 306 ຄອບຄົວ. ຊາວບ້ານມີປະເພນີປະຈຳປຄື: ເດືອນ 3 ອອກໃໝ່ 3 ຄ່ຳ ພາກັນເຮັດບຸນສູດຂວັນເຂົ້າ ແລະ ມັດແຂນງົວ, ຄວາຍ, ໄດ້ຍິນສຽງຟ້າດັງທຳອິດພາກັນພັກວຽກ ແລະ ຫຼິ້ນໝາກກະບ້າ,
ເດືອນຈຽງ ຫຼື ເດືອນ 12 ສາກົນ ມີງານລ້ຽງຜີບ້ານ ຫຼື ງານລ້ຽງແສງຂອງທຸກໆປີ, ຊາວບ້ານໄດ້ສາດສະນາພຸດເປັນຫຼັກ ແຕ່ລະປີໄດ້ຮ່ວມກັບປະຕິບັດຮີດຄອງປະເພນີຫຼາຍຢ່າງເຊັ່ນ:ເດືອນ 01 ລາວສ້າງບຸນກອງເຂົ້າ, ເດືອນ 05 ລາວສ້າງບຸນສົງການຫຼືບຸນປີໃໝ່ລາວ, ເດືອນ 08 ສ້າງບຸນເຂົ້າພັນສາ, ເດືອນ 09 ລາວສ້າງບຸນຫໍ່ເຂົ້າປະດັບດິນ,
ເດືອນ 10 ສ້າງບຸນຫໍ່ເຂົ້າສະຫຼາກ ແລະ ເດືອນ 11 ລາວ ສ້າງບຸນອອກພັນສາ.
ຄະນະອຳນາດການປົກຄອງບ້ານປະກອບມີ:
- ຄະນະນ່ວຍພັກປະກອບມີ 3 ທ່ານ, ແມ່ຍິງ 1 ທ່ານ
- ຄະນະນາຍບ້ານປະກອບມີ 3 ທ່ານ, ແມ່ຍິງ 0 ທ່ານ
- ມີ 11 ໜ່ວຍປະກອບມີ 16 ທ່ານ, ແມ່ຍິງ 0 ທ່ານ
- ຄະນະແນວໂຮມບ້ານ ປະກອບມີ 1 ທ່ານ,ແມ່ຍິງ 0 ທ່ານ.
- ຄະນະສະພັນແມ່ຍິງ ປະກອບມີ 1 ທ່ານ ຍິງ 1 ທ່ານ.
- ຄະນະຊາວໜຸ່ມ ປະກອບມີ 1 ທ່ານ, ຍິງ 0 ທ່ານ.
- ຄະນະ ປກຊ ປະກອບມີ 1 ທ່ານ, ຍິງ 0 ທ່ານ.
- ຄະນະ ປກສ ປະກອບມີ 2 ທ່ານ, ຍິງ 0 ທ່ານ.
ດາວໂຫຼດເອກະສານ
ພາກທີ I
ສະຫລຸບຕີລາຄາສະພາບການພັດທະນາໃນໄລຍະຜ່ານມາ
ແຕ່ປີ 2000 ຫາປີ 2014
1.ສະພາບລວມຂອງບ້ານ
1.1 ທີ່ຕັ້ງ, ຈຸດພິເສດ ແລະ ພູມສັນຖານໂຄງລ່າງ
ບ້ານ ຍາງ ເປັນບ້ານໜຶ່ງໃນ 31 ບ້ານຂອງເມືອງນາກາຍ ຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງຕົວເມືອງນາກາຍ ຫ່າງຈາກເມືອງປະມານ 30 ກມ ເຊິ່ງມີຊາຍແດນຕິດຈອດກັບບັນດາບ້ານອື່ນໆດັ່ງນີ້:
- ທິດເໜືອຂອງບ້ານ ຕິດກັບ ບ້ານກວນ.
- ທິດໃຕ້ ຕິດກັບ ບ້ານເມືອງຫຼວງ.
- ທິດຕາເວັນອອກ ຕິດກັບ ສາຍພູຫຼວງ.
- ທິດຕາເວັນຕົກ ຕິດກັບ ປ່າສະຫງວນພູຫິນປູນ.
ບ້ານຍາງ ຕັ້ງບ້ານເຮືອນຢູ່ລະຫວ່າງກາງຕີນພູ ຫິນປູນ ກັບຕີນ ສາຍພູຫຼວງ ຫຼື ພູອາກ, ມີ່ຫ້ວຍຮ່ອງຫຼາຍ, ມີເນື້ອທີ່ທຳການຜະລິດຫາບພຽງດີ.
1.2 ດ້ານປະຊາກອນ ແລະ ການປົກຄອງ ລວມທັງບົດບາດແມ່ຍິງ.
ບ້ານ ຍາງ ປະກອບມີ 3 ຄຸ້ມບ້ານຄື: (ຄຸ້ມດອນແກ້ວ, ຍາງ ແລະ ຊົ້ງ) ມີ 02 ຊົນເຜົ່ານນັ້ນເຜົ່າມະກອງກວມ 70%, ເຜົ່າບໍ່ກວມ 30%,
ມີຈຳນວນຄົນທັງໝົດ 1,363 ຄົນ,ຍິງ 734 ຄົນ, ມີ 292 ຫຼັງຄາເຮືອນ, ມີ 322 ຄອບຄົວ, ຊາວບ້ານຖືສາດສະາພຸດ. ບ້ານຍາງມີປະເພນີປະຈຳປຄື: ໃນທຸກເດືອນຈຽງ ຫຼື ເດືອນ 12 ສາກົນ ມີງານລ້ຽງຜີບ້ານ
ຫຼື ງານລ້ຽງແສງ ແລະ ເດືອນ 3 ອອກໃໝ່ 3 ຄ່ຳ ພາກັນເຮັດບຸນສູດຂວັນເຂົ້າ ແລະ ມັດແຂນງົວ,ຄວາຍ, ຊາວບ້ານໄດ້ສາດສະນາພຸດເປັນຫຼັກ ແຕ່ລະປີໄດ້ຮ່ວມກັບປະຕິບັດຮີດຄອງປະເພນີຫຼາຍຢ່າງເຊັ່ນ:ເດືອນ 01 ລາວສ້າງບຸນກອງເຂົ້າ, ເດືອນ 05 ລາວສ້າງບຸນສົງການຫຼືບຸນປີໃໝ່ລາວ, ເດືອນ 08 ສ້າງບຸນເຂົ້າພັນສາ, ເດືອນ 09 ລາວສ້າງບຸນຫໍ່ເຂົ້າປະດັບດິນ.
ຄະນະອຳນາດການປົກຄອງບ້ານປະກອບມີ:
- ຄະນະນ່ວຍພັກປະກອບມີ 3 ທ່ານ, ແມ່ຍິງ 0 ທ່ານ
- ຄະນະນາຍບ້ານປະກອບມີ 3 ທ່ານ, ແມ່ຍິງ 0 ທ່ານ
- ມີ 10 ໜ່ວຍປະກອບມີ 10 ທ່ານ, ແມ່ຍິງ 0 ທ່ານ
- ຄະນະແນວໂຮມບ້ານ ປະກອບມີ 1 ທ່ານ,ແມ່ຍິງ 0 ທ່ານ.
- ຄະນະສະພັນແມ່ຍິງ ປະກອບມີ 1 ທ່ານ ຍິງ 1 ທ່ານ.
- ຄະນະຊາວໜຸ່ມ ປະກອບມີ 1 ທ່ານ, ຍິງ 0 ທ່ານ.
- ຄະນະ ປກຊ ປະກອບມີ 1 ທ່ານ, ຍິງ 0 ທ່ານ.
- ຄະນະ ປກສ ປະກອບມີ 1 ທ່ານ, ຍິງ 0 ທ່ານ.
- ຄະນະ ອສສບ ປະກອບມີ 3 ທ່ານ, ຍິງ 0 ທ່ານ.
ດາວໂຫຼດເອກະສານ