
ແຂວງຄໍາມ່ວນແມ່ນແຂວງໜື່ງທີ່ຕັ້ງຢູ່ພາກກາງຂອງປະເທດລາວ ແລະ ມີເນື້ອທີ່ທັງໝົດ 16,315 ກມ2. ທາງທິດເໜືອຕິດກັບແຂວງບໍລິຄໍາໄຊ, ທາງທິດໄຕ້ຕິດກັບແຂວງສະຫວັນນະເຂດ, ທາງທິດຕາເວັນອອກຕິດກັບປະເທດຫວຽດນາມ ແລະ ທາງທິດຕາເວັນຕົກຕິດກັບປະເທດໄທ. ແຂວງຄໍາມ່ວນໄດ້ແບ່ງອອກເປັນ 3 ເຂດ ອິງຕາມພູມສັນຖານຂອງແຂວງຄື[1]:
- ເຂດພູເຂົາ ກວມເອົາ 35% ເນື້ອທີ່ຂອງແຂວງ ເຊີ່ງເປັນເຂດທາງພາກເໜືອ ໂດຍມີເມືອງນາກາຍ, ເມືອງຍົມມະລາດ ແລະ ເມືອງບົວລະພາ.
- ເຂດພູພຽງ ກວມເອົາ 20% ເນື້ອທີ່ຂອງແຂວງ ເຊີ່ງນອນຢູ່ໃນພື້ນທີ່ປະມານ 300ແມັດ ຫາ 700ແມັດ ຕາມເມືອງທ່າແຂກ, ເມືອງຫີນບູນ, ເມືອງໜອງບົກ, ເມືອງເຊບັງໄຟ, ເມືອງມະຫາໄຊ ແລະ ເມືອງໄຊບົວທອງ. ເຂດດັ່ງກ່າວເໝາະແກ່ການປູກພືດກະສິກໍາ ແລະ ອຸດສະຫະກໍາ.
- ເຂດທົ່ງພຽງ ກວມເອົາ 45% ເນື້ອທີ່ຂອງແຂວງ ເຊີ່ງລວມເອົາພື້ນທີ່ລຽບຕາມແມ່ນໍ້າຂອງ ທີ່ເປັນເຂດອຸດົມສົມບູນ ເໝາະແກ່ການປູກເຂົ້າ ແລະ ພຶດອຸດສະຫະກໍາ.....
ອ່ານຕໍ່ >>
ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ໄດ້ກໍານົດການຂະຫຍາຍຕົວຂອງ ເສດຖະກິດຢູ່ໃນລະດັບ 12%, ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີເທົ່າກັບ 14,489,670 ກີບ/ຄົນ/ປີ ຫຼື ເທົ່າກັບ 1,883 ໂດລາສະຫະລັດ (2013/14 ເສດຖະກິດຂະຫຍາຍຕົວ 12.99% ລາຍຮັບສະເລ່ຍຕໍຫົວຄົນຕໍ່ປີ ປະຕິບັດໄດ້ແລ້ວ 1,ຼ684 ໂດລາສະຫະລັດ) ຕາມການຄາດຄະເນໃນສົກປີ 2014/15 ຈະປະຕິບັດໄດ້ 1,857 ໂດລາສະຫະລັດ/ຄົນ/ປີ
ໂຄງປະກອບເສດຖະກິດຕາມແຜນກອງປະຊຸມໃຫຍ່ຄັ້ງທີ VIII ກຳນົດໄວ້ ໃນປີ 2015 ໃຫ້ໄດ້:
- ຂະແໜງກະສິກໍາ-ປ່າໄມ້ ກວມປະມານ 29,5% ຂອງ GDP(2013/14 ປະຕິບັດໄດ້ 24,21%) ຄາດຄະເນ 2014-2015 ກວມ 24,00% ຂອງ GDP.
- ຂະແໜງອຸດສາຫະກໍາ ກວມປະມານ 44,8% ຂອງ GDP( 2013/14 ປະຕິບັດໄດ້ 39,96%) ຄາດຄະເນ 2014-2015 ກວມ 41,18% ຂອງ GDP.
- ຂະແໜງບໍລິການ ກວມປະມານ 25,7% ຂອງ GDP (2013/14 ປະຕິບັດໄດ້ 35,23%) ຄາດຄະເນ 2014-2015 ກວມ 34,80% ຂອງ GDP......
ອ່ານຕໍ່ >>
ແຂວງຄໍາມ່ວນໄດ້ແບ່ງພື້ນທີ່ອອກເປັນ 3 ເຂດ ຕາມພູມສັນຖານຂອງແຂວງຄື:
- ເຂດພູເຂົາ ກວມເອົາ 35% ເນື້ອທີ່ຂອງແຂວງ ເຊີ່ງເປັນເຂດທາງພາກເໜືອ ໂດຍມີເມືອງນາກາຍ, ເມືອງຍົມມະລາດ ແລະ ເມືອງບົວລະພາ.
- ເຂດພູພຽງ ກວມເອົາ 20% ເນື້ອທີ່ຂອງແຂວງ ເຊີ່ງນອນຢູ່ໃນພື້ນທີ່ປະມານ 300ແມັດ ຫາ 700ແມັດ ຕາມເມືອງທ່າແຂກ, ເມືອງຫີນບູນ, ເມືອງໜອງບົກ, ເມືອງເຊບັງໄຟ, ເມືອງມະຫາໄຊ ແລະ ເມືອງໄຊບົວທອງ. ເຂດດັ່ງກ່າວເໝາະແກ່ການປູກພືດກະສິກໍາ ແລະ ອຸດສະຫະກໍາ.
- ເຂດທົ່ງພຽງ ກວມເອົາ 45% ເນື້ອທີ່ຂອງແຂວງ ເຊີ່ງລວມເອົາພື້ນທີ່ລຽບຕາມແມ່ນໍ້າຂອງ ທີ່ເປັນເຂດອຸດົມສົມບູນ ເໝາະແກ່ການປູກເຂົ້າ ແລະ ພຶດອຸດສະຫະກໍາ......
ອ່ານຕໍ່ >>
ກ. ດ້ານການປູກຝັງ.
     ການຜະລິດສະບຽງອາຫານ ໂດຍສະເພາະແມ່ນເຂົ້າ, ໃນປີ 2014 ຜະລິດເຂົ້າ ໄດ້ 328.620 ໂຕນ ໃນນັ້ນ: ເນື້ອທີ່ນາປີ 80.180 ຮຕ, ຜົນຜະລິດໄດ້ 270.100 ໂຕນ ກວມເອົາປະມານ 82,19%,ສະມັດຕະພາບ 3,75 ຕ/ຮຕ, ເນື້ອທີ່ນາແຊງ 12.250 ຮຕ, ຜົນຜະລິດໄດ້ 57.760 ໂຕນ ກວມ 17,58%, ສະມັດຕະພາບ 5,58 ຕ/ຮຕ ແລະ ເນື້ອທີ່ປູກເຂົ້າເນີນສູງ 300 ຮຕ, ຜົນຜະລິດໄດ້ 760 ໂຕນ ກວມເອົາ 0,23%, ສະມັດຕະພາບ 2,00 ຕ/ຮຕ. ສະເລ່ຍຕໍ່ຫົວຄົນໄດ້ 828 ກິໂລ/ຄົນ/ປີ ( ພົນລະເມືອງ 396.729 ຄົນ ), ຖ້າຄິດໄລ່ທຽບໃສ່ອັດຕາການບໍລິໂພກເຂົ້າ 350 ກລ/ຄົນ/ປີ (ເຂົ້າເປືອກ) ແມ່ນສາມາດຕອບສະໜອງໃຫ້ແກ່ສັງຄົມໄດ້ໂດຍພື້ນຖານ. ຊຶ່ງສະແດງໃຫ້ເຫັນວ່າຜົນຜະລິດເຂົ້າໄດ້ເພີ່ມຂຶ້ນຈາກ 142.372ໂຕນ ໃນປີ 2011 ມາເປັນ 328.620 ໂຕນ ເຂົ້າເປືອກໃນປີ 2014. ທຽບໃສ່ແຜນການ 5 ປີ ສາມາດບັນລຸ 90,43 % ຂອງແຜນການ 5 ປີ ທີ່ວາງໄວ້ໃນເບື້ອງຕົ້ນ (363.400ໂຕນ).
     ຄາດຄະເນໃນປີ 2015 ຜະລິດເຂົ້າໃຫ້ໄດ້ 382.340 ໂຕນ, ເນື້ອທີ່ນາປີ 82.220 ເຮັກຕາ, ຜົນຜະລິດ 312.200 ໂຕນ, ສະມັດຕະພາບ 3,8 ຕ/ຮຕ, ເນື້ອທີ່ນາແຊງ 12.470 ເຮັກຕາ, ຜົນຜະລິດ 69.640 ໂຕນ, ສະມັດຕະພາບ 5,58 ຕ/ຮຕ, ເນື້ອທີ່ເຂົ້າເນີນສູງ 250 ເຮັກຕາ, ຜົນຜະລິດ 500 ໂຕນ, ສະມັດຕະພາບ 2,00 ຕ/ຮຕ.
- ສາລີຫວານ: ເພີ່ມຂຶ້ນຈາກ 4.916 ໂຕນ ໃນປີ 2011 ມາເປັນ 8.791 ໂຕນ ໃນປີ 2014 ( ເພີ້ມຂື້ນ 78,82% ) ແລະ ທຽບໃສ່ແຜນການ 5 ປີ (7.060ໂຕນ) ລື່ນແຜນ 24,52%. ປູກຫຼາຍກວ່າໝູ່ ຢູ່ ເມືອງ ທ່າແຂກ, ມະຫາໄຊ, ໜອງບົກ ແລະ ຫີນບູນ......
ອ່ານຕໍ່ >>
ສົກປີ 2011-2015 ຂະແໜງອຸດສາຫະກໍາ ແລະ ຫັດຖະກໍາ ສາມາດອອກໃບອະນຸຍາດດໍາເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄດ້ທັງໝົດ 69 ແຫ່ງ, ໃນນັ້ນ: ຂະໜາດໃຫຍ່ 11 ແຫ່ງ, ກາງ 17 ແລະ ນ້ອຍ 41 ແຫ່ງ.
    ໃນປະຈູບັນທົ່ວແຂວງມີໂຮງງານອຸດສະຫະກໍາປຸງແຕ່ງທັງໝົດ 248 ແຫ່ງ (ຍົກເວັ້ນໂຮງສີເຂົ້າ) ມູນຄ່າການລົງທືນ 1,737.49 ຕື້ກີບ; ໃນນັ້ນ: ໂຮງງານຂະໜາດໃຫຍ່ 85 ແຫ່ງ, ມູນຄ່າການລົງທືນ 1,529.96 ຕື້ກີບ; ຂະໜາດກາງ 57 ແຫ່ງ, ມູນຄ່າ 172.31 ຕື້ກີບ ແລະ ຂະໜາດນ້ອຍ 106 ແຫ່ງ, ມູນຄ່າ 35.22 ຕື້ກີບ. ສາມາດປຸງແຕ່ງຜະລິດຕະພັນອຸດສະຫະກໍາໄດ້ 66.06 ລ້ານໂດລາສະຫະລັດ (ສົກປີ 2013-2014).......
ອ່ານຕໍ່ >>
ກ. ດ້ານບໍ່ແຮ່
ການລົງທຶນໃນຂະແໜງການບໍ່ແຮ່ເຫັນວ່າມີການຂະຫຍາຍຕົວເພີ້ມຂື້ນມີຫຼາຍບໍລິສັດລົງທຶນເຂົ້າໃສ່ການຂຸດຄົ້ນແຮ່ທາດ ຕ່າງໆເຊັ່ນ: ຂຸດຄົ້ນ ເກືອໂປຕາສ, ຫີນກາວ, ກົ່ວ, ເຫຼັກ, ຫີນປູນ, ແຮ່ຊາຍ ແລະ ອື່ນໆ.
ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດທີ່ແຂວງ ແລະ ສູນກາງອານຸຍາດ ມີທັງໝົດ 67 ໂຄງການ ໃນປີ 2015.
ສໍາເລັດການສ້າງໂຮງງານປຸງແຕ່ງເກືອກາລີເຂດບ້ານດົງໄຕ້ ແລະ ເຂດບ້ານຍົມມະລາດ ເມືອງທ່າແຂກ, ມີກໍາລັງຜະລິດ 50,000 ໂຕນ/ປີ ກໍາລັງການຜະລິດເພິ້ມຂື້ນເປັນ 2,500,000 ໂຕນ/ປີ ເຊີ່ງຈະເປັນການເພີ້ມຖານລາຍຮັບໃຫ້ງົບປະມານແຫ່ງຊາດ.
ດ້ານການຜະລິດ......
ອ່ານຕໍ່ >>
ສົກປີ 2011-2015 ສາມາດກໍ່ສ້າງທາງເບຕົງໄດ້ 27.13 ກມ, ກໍ່ສ້າງທາງປູຢາງໄດ້ 505.92ກມ, ກໍ່ສ້າງທາງດິນແດງໄດ້ 125.02 ກມ, ກໍ່ສ້າງທາງດິນທຳມະຊາດໄດ້ 1,623.98 ກມ, ກໍ່ສ້າງຂົວໄດ້ 62 ແຫ່ງ, ມີລວງຍາວ 2,884.23 ແມັດ,
ໃນນັ້ນ: ຂົວເບຕົງເສິມເຫຼັກ 32 ແຫ່ງ, ຍາວ 1,910 ແມັດ, ຂົວເບເລ້ 12 ແຫ່ງ, ຍາວ 672 ແມັດ, ຂົວໄມ້ 18 ແຫ່ງ, ຍາວ 302 ແມັດ ແລະ ກັນເຈື່ອນຕາມລຳນ້ຳຂອງໄດ້ 10 ແຫ່ງ, ຍາວ 8,840 ແມັດ.
- ສຳເລັດໂຄງການອອກແບບແຜນຜັງຈຸດສຸມ 1 ຈຸດສຸມ ຄື: ຈຸດສຸມປ່າໜາມ, ແຜນຜັງກຸ່ມບ້ານ 5 ບ້ານຄື: ຈະແລດ, ທົ່ງຂາມ, ຊຽງຫວາງ, ນາຮີ, ແລະ ນາເທີດ.
- ແຜນຜັງເມືອງທີ່ໄດ້ຖືກຮັບຮອງຈາກອຳນາດການປົກຄອງທັງມົດ 9 ເມືອງ.
- ອອກໃບອະນຸຍາດສ້າງຕັ້ງບໍລິສັດສໍາຫຼວດ-ອອກແບບ ແລະ ກໍ່ສ້າງເຄຫາສະຖານມີ 5 ບໍລິສັດ.
- ອອກໃບອະນຸຍາດປຸກສ້າງເຮືອນພັກ, ທີ່ຢູ່ອາໃສ 19 ໂຄງການ, ກຳນົດຂອບເຂດປຸກສ້າງປ້ຳນ້ຳ ມັນໄດ້ 2 ໂຄງການ.
- ກວດກາບົດຄິດໄລ່ປະເມີນລາຄາ ແລະ ສ້ອມແປງເຄຫາສະຖານໄດ້ທັງໝົດ 100 ໂຄງການ, ອອກແບບຄິດໄລ່ປະເມີນລາຄາໄດ້ 15 ໂຄງການ.
- ໂຄງການສ້ອມແປງສຸກເສີນ ແລະ ຟື້ນຟູທາງເລກທີ 12, 1F,1E ແລະ ທາງເຊື່ອມຕໍ່ແຂວງຫາເມືອງ, ເມືອງຫາເມືອງ ແລະ ເມືອງ ຫາບ້ານ ສຳເລັດ......
ອ່ານຕໍ່ >>
ການເກັບລາຍຮັບເຂົ້າງົບປະມານຕາມແຜນທີ່ກຳນົດໃວ້ແຕ່ລະປີເພີ່ມຂື້ນປະມານ 20% ເທົ່າກັບ 1.601,47 ຕື້ກີບ, ແຕ່ການຈັດຕັ້ງປະຕິບັດຕົວຈິງເຖິງປະຈຸບັນໄດ້ແລ້ວ 2.100,35 ຕື້ກີບ, ເທົ່າກັບ 127,24%
ຂອງແຜນ 5 ປີ (2011-2015). ໃນນັ້ນ:
- ລາຍຮັບງົບປະມານສູນກາງປະຕິບັດໄດ້ 970,19 ຕື້ກີບ ເທົ່າກັບ 104,13% ຂອງແຜນການ 5 ປີ (2011-2015).
- ລາຍຮັບງົບປະມານທ້ອງຖິ່ນປະຕິບັດໄດ້ 1.130,13 ຕື້ກີບ ເທົ່າກັບ 98,11% ຂອງແຜນການ 5 ປີ (2011-2015).
ລະອຽດລາຍຮັບແຕ່ລະສົກປີ:
- ສົກປີ 2010-2011 : ງົບປະມານສູນກາງ ເທົ່າກັບ 118,57 ຕື້ກີບ, ງົບປະມານທ້ອງຖິ່ນ 146,91 ຕື້ກີບ.
- ສົກປີ 2011-2012: ງົບປະມານສູນກາງ ເທົ່າກັບ 151,88 ຕື້ກີບ, ງົບປະມານທ້ອງຖິ່ນ 185,27 ຕື້ກີບ.
- ສົກປີ 2012-2013: ງົບປະມານສູນກາງ ເທົ່າກັບ 181,79 ຕື້ກີບ, ງົບປະມານທ້ອງຖິ່ນ 223,83 ຕື້ກີບ.
- ສົກປີ 2013-2014: ງົບປະມານສູນກາງເທົ່າກັບ 236,48 ຕື້ກີບ, ງົບປະມານທ້ອງຖິ່ນ 240,72 ຕື້ກີບ.
- ສົກປີ 2014-2015: ງົບປະມານສູນກາງເທົ່າກັບ 281,49 ຕື້ກີບ, ງົບປະມານທ້ອງຖິ່ນ 333,37 ຕື້ກີບ......
ອ່ານຕໍ່ >>
- ໄດ້ເອົາໃຈໃສ່ປະຕິບັດນະໂຍບາຍທີ່ກຳນົດໃນແຜນພັດທະນາການສຶກສາເພື່ອທຸກຄົນດ້ວຍການ ຍາດແຍ່ງທຶນຮອນຈາກທັງພາກລັດ-ເອກະຊົນ ແລະ ການຮ່ວມມືກັບບັນດາຄູ່ຮ່ວມພັດທະນາ,
ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ເພື່ອໃຫ້ບັນລຸຕາມລະດັບທີ່ກຳນົດໄວ້ດັ່ງນີ້:
- ສົກປີ 2011-2015 ມີໂຮງຮຽນຝາກເດັກ ແລະ ອະນຸບານທັງໝົດ 129 ແຫ່ງ, ທຽບໃສ່ 5 ປີ ຜ່ານມາເພີ້ມຂື້ນ 70 ແຫ່ງ; ມີນັກຮຽນທັງໝົດ 8.437 ຄົນ ທຽບໃສ່ 5 ປີ ຜ່ານມາເພີ່ມຂຶ້ນ 3.297ຄົນ;
ອັດຕາການເຂົ້າຮຽນຊັ້ນອານຸບານ ອາຍຸ 3-5 ປີບັນລຸໄດ້ 35,4% ທຽບໃສ່ແຜນ 5 ປີເພີ່ມຂຶ້ນ 15,3%.
- ມີໂຮງຮຽນປະຖົມທັງພາກລັດ ແລະ ເອກະຊົນທັງໝົດ 631 ແຫ່ງທຽບໃສ່ 5 ປີ ຜ່ານມາເພີ່ມຂຶ້ນ 24 ແຫ່ງ, ມີນັກຮຽນທັງໝົດ 51.708 ຄົນ ທຽບໃສ່ 5 ປີຜ່ານມາ ລຸດລົງ 3.880 ຄົນ,
ອັດຕາການເຂົ້າຮຽນສຸດທິຊັ້ນປະຖົມ 6-10 ປີ ບັນລຸ 98,8% ທຽບໃສ່ແຜນ 5 ປີ ຜ່ານມາ ເພີ້ມຂື້ນ 2,6%, ອັດຕາຄ້າງຫ້ອງຍັງເຫຼືອ 8,3% ທຽບໃສ່ແຜນ 5 ປີ ຜ່ານມາ ລຸດ 7,7% ແລະ ອັດຕາປະລະການຮຽນ
ຍັງເຫຼືອ 6,3% ທຽບໃສ່ແຜນ 5 ປີ ຜ່ານມາ ລຸດລົງ 4%......
ອ່ານຕໍ່ >>
ປະຈຸບັນນີ້ແຂວງມີໂຮງໝໍແຂວງ 1 ແຫ່ງມີ 150 ຕຽງນອນ ແລະ ກອງທຶນຢາຂັ້ນແຂວງ 1 ແຫ່ງ, ໂຮງໝໍເມືອງ ມີ 9 ແຫ່ງ, ກອງທຶນຢາຂັ້ນ ເມືອງ 9 ແຫ່ງ, ແຫ່ງລະ 15 ຕຽງນອນ, ສຸກສາລາ 81 ແຫ່ງ,
ກອງທຶນໝູນວຽນຢາ 9 ເມືອງ, ຕູ້ຢາປະຈຳບ້ານ 269 ແຫ່ງ, ຫ້ອງກວດພະຍາດເອກະຊົນ 47 ແຫ່ງ ແລະ ຮ້ານຂາຍຢາເອກະຊົນ 148 ຮ້ານ, ສ້າງອາສາສະໝັກຂັ້ນບ້ານໄດ້ 636 ຄົນ, ໝໍຕຳແຍ 423 ຄົນ,
    ໝໍພື້ນເມືອງ 39 ຄົນ ແລະ ສ້າງບ້ານສາທາລະນະສຸກແບບຢ່າງໄດ້ 420 ບ້ານ, ທຽບໃສ່ຄາດໝາຍປີ 2015 ປະຕິບັດໄດ້ 72,41%.
- ວຽກງານຮັກສາສຸຂະພາບແມ່ ແລະ ເດັກ ແມ່ນວຽກງານບູລິມະສິດເປົ້າໝາຍສະຫະສະຫວັດ ຂອງລັດຖະບານສາມາດກວດ ແມ່ມານໃໝ່ໄດ້ 22.864 ຄົນ, ແມ່ມານກວດຫຼັງເກີດລູກ 14.082 ຄົນ,
ເກີດລູກຢູ່ໂຮງໝໍ 9.835 ຄົນ, ເກີດລູກມີແພດຊ່ວຍ 3.179 ຄົນ.
- ອັດຕາການຕາຍຂອງແມ່(ຕໍ່ການມີຊີວິດ 100.000 ຄົນ) ເທົ່າກັບ 79 ຄົນ/100.000 ຄົນ, (ຄາດໝາຍMDGs260 /100.000).
- ກວດເດັກລຸ່ມ 5 ປີ ໄດ້ 26.814 ຄົນ, ເດັກຂາດສານອາຫານ 2.512 ຄົນ........
ອ່ານຕໍ່ >>
+ ວຽກງານວິທະຍຸ: ມີສະຖານນີວິທະຍຸກະຈາຍສຽງ 4 ແຫ່ງ ( ສ້າງຕັ້ງໃໝ່ 3 ແຫ່ງ ດ້ວຍຄວາມຖີ່ 1.000 MHz, ກໍາລັງສົ່ງ 500w ຢູ່ເມືອງບົວລະພາ, ເມືອງນາກາຍ ແລະ ເມືອງໜອງບົກ )
ໄດ້ລົງເຄື່ອນໄຫວເອົາຂ່າວໄດ້ 3.000 ຄັ້ງ, ຂຽນຂ່າວໄດ້ 3.167 ຂ່າວ, ຂຽນບົດໄດ້ 103 ບົດ, ສົ່ງຂ່າວໃຫ້ສູນກາງ 563 ຂ່າວ, ອອກອາກາດໄດ້ 25.668 ຊມ, ທຽບໃສ່ແຜນກຳນົດໄວ້ 5 ປີ
ປະຕິບັດໄດ້ 100%.
+ ວຽກງານໂທລະພາບ: ໃນ 5 ປີ ຜ່ານມາໄດ້ລົງເຄື່ອນໄຫວເອົາຂ່າວໄດ້ 3.550 ຄັ້ງ, ທຽບໃສ່ແຜນວາງໄວ້ 5 ປີ 2011-2015 ປະຕິບັດໄດ້ 74%, ຂຽນຂ່າວໄດ້ 3.550 ຂ່າວ,ສົ່ງຂ່າວໃຫ້ສູນກາງ 1.080 ຂ່າວ,
ທຽບໃສ່ແຜນວາງໄວ້ 5 ປີ 2011-2015 ສາມາດປະຕິບັດໄດ້ 65%.
+ ວຽກງານໜັງສືພິມ: ລົງເຄື່ອນໄຫວເອົາຂ່າວໄດ້ 1.063 ຂ່າວ, ທຽບໃສ່ແຜນວາງໄວ້ 5 ປີ 2011-2015ປະຕິບັດໄດ້ 103,15%, ຂຽນຂ່າວໄດ້ 1.399 ຂ່າວ, ທຽບໃສ່ແຜນວາງໄວ້ 5 ປີ 2011-2015ປະຕິບັດໄດ້ 93 %,
ສົ່ງບົດໃຫ້ສູນກາງ 112 ບົດທຽບໃສ່ແຜນວາງໄວ້ 5 ປີ 2011-2015 ປະຕິບັດໄດ້ 93 % ແລະໄດ້ສຳເລັດການສ້າງເວັບໄຊໜັງສືພິມແຂວງຄຳມ່ວນຄື:.....
ອ່ານຕໍ່ >>
ສປປ ລາວ ຖືກຈັດອັນດັບຢູ່ທີ 88 ຂອງດັດຊະນີການພັດທະນາທີ່ສໍາພັນກັບບົດບາດຍິງ-ຊາຍ (ຫຼື GDI), 122 ຂອງດັດຊະນີການພັດທະນາມະນຸດ (HDI)[1] ແລະ ຢູ່ອັນດັບທີ 107 ໃນຈໍານວນ 187 ປະເທດຂອງດັດສະນີຄວາມບໍ່ສະເໜີພາບ ລະຫວ່າງຍິງ ແລະ ຊາຍ ໃນປີ 2011[2].
ແຜນຍຸດທະສາດເພື່ອການເຕີບໂຕ ແລະ ລົບລ້າງຄວາມທຸກຍາກແຫ່ງຊາດ ເນັ້ນໜັກບົດບາດຍິງ-ຊາຍ ເປັນດັ່ງບູລິມະສິດໃຈກາງ. ກົດໝາຍຫຼາຍສະບັບຖືກນໍາໃຊ້ ຫຼື ປັບປຸງເພື່ອຮັບປະກັນສິດທິຂອງແມ່ຍິງ. ຄວາມຄືບໜ້າເຖິງວ່າຈະເຫັນແຈ້ງກວ່າທີ່ຫຼາຍຂື້ນຢູ່ເຂດຕົວເມືອງ, ເປັນສ່ວນໜື່ງຂອງຂະບວນການພັດທະນາເາດຖະກິດ. ສົນທິສັນຍາສາກົນວ່າດ້ວຍການລົບລ້າງທຸກຮູບແບບການຈໍາແນກແມ່ຍິງ (ຫຼື CRDAW) ໄດ້ຮັບການໃຫ້ສັດຕະຍາບັນໂດຍລັດຖະບານ, ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງໄດ້ຜ່ານການຮັບຮອງເອົາ, ແລະ ສັດສ່ວນຂອງແມ່ຍິງຢູ່ໃນວຽກງານການເມືອງໄດ້ເພິ່ມທະວີຂື້ນຈາກ 6% ໃນປີ 1990 ມາເປັນ 25% ໃນປີ 2006[3].
ແມ່ຍິງລາວມີຈໍານວນຫຼາຍກວ່າເຄີ່ງໜື່ງຂອງຜູ້ອອກແຮງງານກະສິກໍາຂອງປະເທດ 54% ແລະ ມີຢ່າງໜ້ອຍ 79.5% ອັດຕາການມີສ່ວນຮ່ວມໃນກໍາລັງແຮງງານເປັນໜື່ງໃນຈໍານວນທີ່ສູງໃນພາກພື້ນ. ຕາມປະເພນີແມ່ຍິງ ແມ່ນຮັບຜິດຊອບສໍາລັບການເງີນຂອງຄອບຄົວ ແລະ ການຄໍ້າປະກັນສະບຽງອາຫານ, ມີໜ້າທີ່ຈັດການປະມານ 52% ຂອງທຸລະກິດຄົວເຮືອນ[4]. ນອກຈາກນັ້ນ, ເຂົາເຈົ້າຍັງເປັນເຈົ້າຂອງທຸລະກິດທີ່ຈົດທະບຽນແລ້ວ 31%.
..................
ອ່ານຕໍ່ >>
ຍຸດທະສາດຕົ້ນຕໍໃນການພັດທະນາແຕ່ສົກປີ 2016-2020:
ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ VIII ຂອງແຂວງແມ່ນແຜນຈັດຕັ້ງຜັນຂະຫຍາຍວິໄສທັດພັດທະນາແຂວງຄຳມ່ວນ ເຖິງປີ 2030 ແລະ ຍຸດທະສາດການພັດທະນາເຖິງປີ 2025.
ໃນນັ້ນໄດ້ກຳນົດວິໄສທັດຂອງແຂວງ “ແຂວງຄຳມ່ວນເປັນແຫຼ່ງສະບຽງອາຫານ, ເປັນສູນກາງການຄ້າ ແລະ ບໍລິການ-ການທ່ອງທ່ຽວ ” ແຂວງໄດ້ກຳນົດ 10 ຍຸດທະສາດພັດທະນາເຖິງປີ 2025 ແລະ 2020 ດັ່ງນີ້:
- ຍຸດທະສາດການຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ. ຮັບປະກັນສະໜອງສະບຽງອາຫານ, ການບໍລິໂພກໃຫ້ພຽງພໍ ເພື່ອປຸງແຕ່ງເປັນສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກ.
- ຍຸດທະສາດການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ນຳໃຊ້ແບບຍືນຍົງ. ແນ່ໃສ່ຮັບປະກັນໃຫ້ການພັດທະນາເສດຖະກິດໄປຄຽງຄູ່ກັບການພັດທະນາທາງດ້ານສັງຄົມ ແລະ ປົກປັກຮັກ ສາສິ່ງແວດລ້ອມ.......
ອ່ານຕໍ່ >>