ພະແນກ ແຜນການ ແລະ ການລົງທຶນພະແນກ ແຜນການ ແລະ ການລົງທຶນ
    • ໜ້າຫຼັກ
    • ກ່ຽວກັບພະແນກຜທ
    • ຂ່າວສານ ແລະ ການເຄື່ອນໄຫວ
    • ແຫຼ່ງຂໍ້ມູນ
    • ເອກະສານເອເລັກໂຕຮນິກ
    • ການເຊື່ອມໂຍງ
    • ຄັງແຜນທີ່

    ຝຶກອົບຮົມການໃຊ້ລະບົບ ຈາລະຈອນເອກະສານ ແລະ ການຈັດເກັບຮັກສາເອກະສານ ແບບເອເລັກໂຕຼນິກ ໃຫ້ຫ້ອງການ ແຜນການ ແລະ ການລົງທຶນ 10 ຕົວເມືອງ

    ໃນລະຫວ່າງວັນທີ 23-26 ພະຈິກ 2021 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ຣີສອດສາຍພູຫລວງ ພະແນກເແຜນການ ແລະ ການລົງທຶນ ແຂວງຄຳມ່ວນ ໄດ້ຈັດຝຶກອົບຮົມການໃຊ້ລະບົບ ຈາລະຈອນເອກະສານ ແລະ ການຈັດເກັບຮັກສາເອກະສານ ແບບເອເລັກໂຕຼນິກ ໃຫ້ຫ້ອງການ ແຜນການ ແລະ ການລົງທຶນ 10 ຕົວເມືອງ. ໂດຍການເປັນປະທານຂອງທ່ານ ອິນແກ້ວ ຈັນທະເທບ ຮອງ

    ຫົວຫນ້າ ພະແນກ ແຜນການ ແລະ ການລົງທຶນ ແຂວງຄຳມ່ວນ, ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ເພື່ອເປັນການຄຸ້ມຄອງ, ຕິດຕາມ, ກວດກາ ລະບົບເອກະສານ ແບບເອເລັກໂຕຼນິກ ເພື່ອນໍາໃຊ້ລະບົບດັ່ງກ່າວໃຫ້ມີຄວາມສະດວກ, ວ່ອງໄວ, ປະຫຍັດເວລາ ແລະ ຄ່າໃຊ້ຈ່າຍ ຮັບປະກັນຄວາມປອດໄພຂອງເອກະສານທາງການ ແນ່ໃສ່ຊຸກຍູ້ສົ່ງເສີມການນໍາໃຊ້ຢ່າງທົ່ວເຖິງ ພາຍໃນຂັ້ນພະແນກ ແລະ ທ້ອງຖິ່ນ ປະກອບສ່ວນເຂົ້າໃນວຽກງານຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ເຊິ່ງການຝຶກອົບຮົມໃນຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 18 ສະຫາຍ, ຍິງ 11 ສະຫາຍ.

     

     

     

    ສະໝັບໜຸນໂດຍ ໂຄງການລາວ 030​: ໂຄງການແຜນງານພັດທະນາທ້ອງຖິ່ນປະຈຳ ແຂວງ ຄຳມ່ວນ
    ສະຫງວນລິຂະສິດ © 2021. ພະແນກ ແຜນການ ແລະ ການລົງທຶນແຂວງ ຄຳມ່ວນ
    ບ້ານເຫຼົ່າໂພໄຊ, ເມືອງທ່າແຂກ, ແຂວງ ຄຳມ່ວນ
    ໂທ: 051 212 450, ແຟັກ: 051 212 449
    • ໜ້າຫຼັກ
    • ກ່ຽວກັບພະແນກຜທ
    • ຂ່າວສານ ແລະ ການເຄື່ອນໄຫວ
    • ແຫຼ່ງຂໍ້ມູນ
    • ເອກະສານເອເລັກໂຕຮນິກ
    • ການເຊື່ອມໂຍງ
    • ຄັງແຜນທີ່