ວັນທີ 5 ມັງກອນ 2022 ຢູ່ທີ ໂຮງຮຽນ ມສ ສອງເໜືອງ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ວາງສີລາເລີກໂຄງການກໍ່ສ້າງໂຮງຮຽນມັດທະຍົມ - ວິຊາຊີບ ຕົວແບບມິດຕະພາບ ລາວ - ຫວຽດ ນາມ ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ປອ. ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີປະທານສະພາປະຊາຊົນແຂວງ ຄຳມ່ວນ. ທ່ານ ນາງ ຫວູ ຕູ ແອງ ທີ່ປຶກສາສະຖານເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳລາວ, ບັນດາທ່ານຈາກພະແນການ, ກົມທີ່ກ່ຽວຂ້ອງ ຕະຫລອດຮອດອຳນາດການ ປົກຄອງບ້ານ ແລະ ແຂກຖຶກ ເຊີນເຂົ້າຮ່ວມ
ໂຄງການດັ່ງກ່າວແມ່ນ ໄດ້ຮັບທຶນກໍ່ສ້າງ ແລະ ເປັນຂອງຂວັນຈາກ ທ່ານ ຫງຽນ ຊວນ ຟຸກ ປະທານປະເທດ ແຫ່ງ ສສ. ຫວຽດນາມ ທີ່ໄດ້ເດີນ ທາງມາຢ້ຽມຢາມ ສປປ ລາວ ໃນເດືອນ ສິງຫາ 2021 ທີ່ຜ່ານມາເຊິ່ງລວມມູນຄ່າ 5 ລ້ານໂດລາ ສະຫະລັດ. ໃນນີ້ໄດ້ຈັດສັນງົບປະມານເຂົ້າໃນການປັບປຸງພື້ນຖານໂຄງລ່າງ 3 ລ້ານໂດລາສະຫະລັດ, ນຳ ໃຊ້ເຂົ້າໃນການສະໜອງອຸປະກອນເຕັກນິກ ແລະ ວັດສະດຸ 1 ລ້ານກວ່າໂດລາສະຫະລັດ ແລະ ວຽກງານ ວິຊາການ, ຝຶກອົບຮົມ, ບໍລິຫານ 5 ແສນໂດລາສະຫະລັດ. ໂດຍປະຕິບັດຕາມສັນຍາສະບັບເລກທີ 1.284/ສສກ ກ່ຽວກັບໂຄງການກໍ່ສ້າງໂຮງຮຽນວິຊາຊີບຕົວແບບມິດຕະພາບລາວ - ຫວຽດນາມ ມອບໃຫ້ ບໍລິສັດ ຈິດຈະເລີນ ກໍ່ສ້າງຈຳກັດເປັນຜູ້ຮັບເໜົາກໍ່ສ້າງໃນມູນຄ່າ 2 ລ້ານກວ່າໂດລາສະຫະລັດ ປະກອບມີ ການກໍ່ສ້າງອາຄານຮຽນ 4 ຫລັງ, ອາຄານບໍລິຫານ 1 ຫລັງ, ກໍ່ສ້າງຫໍພັກ 2 ຊັ້ນ 3 ຫຼັງ, ຫ້ອງທົດລອງ 1 ຫລັງ, ຫ້ອງບໍລິຫານ 1 ຫລັງ, ໂຮງຊ່າງ 4 ຫຼັງ (ໄຟຟ້າ, ສ້ອມແປງ, ກໍ່ສ້າງເຄຫະສະຖານ ແລະ ກະສິກໍາ), ກໍ່ສ້າງລະບົບຫ້ອງນໍ້າຊາຍ - ຫ້ອງນໍ້າຍິງ, ກໍ່ສ້າງລະບົບເສັ້ນທາງສັນຈອນພາຍໃນໂຮງຮຽນ, ກໍ່ສ້າງລະບົບນໍ້າໃຊ້ - ນໍ້າເສຍ ແລະ ອື່ນໆ ຈະໄດ້ເລີ່ມລົງມືຈັດຕັhງປະຕິບັດ ແລະ ໃຫ້ສຳເລັດການກໍ່ສ້າງ ພາຍໃນ 11 ເດືອນ ຕາມແຜນຂອງໂຄງການ.
ທ່ານ ນາງ ຫວູ ຕູແອ໋ງ ທີປຶກສາສະຖານເອກອັກຄະລັດທູດ ແຫ່ງ ສສ ຫວຽດນາມປະຈຳລາວ ໄດ້ກ່າວວ່າ : ການກໍ່ສ້າງໂຮງຮຽນແບບພິເສດຄັ້ງນີ້ແມ່ນສະແດງໃຫ້ເຫັນເຖິງຄວາມຍິ່ງໃຫຍ່ແຫ່ງການຮ່ວມ ມືຮອບດ້ານລະຫວ່າງສອງພັກສອງລັດ ແລະ ປະຊາຊົນທັງສອງປະເທດຫວຽດນາມ - ລາວ, ລາວ - ຫວຽດນາມ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງການນຳທັງສອງປະເທດ ສຳລັບພາລະກິດໃນການສຶກສາ ແລະ ພັດທະນາໂຄງລ່າງພຶ້ນຖານ ແລະ ບຸກຄະລາກອນຂອງລາວ ເວົ້້າສະເພາະກໍ່ຄືແຂວງຄຳມ່ວນ ສະແດງ ໃຫ້ເຫັນເຖິງຄວາມສະນິດຕິດພັນ ແລະ ຄວາມຮັກແພງຂອງ ທ່ານ ຫງຽນ ຊວນ ຟຸກ ປະທານປະເທດແຫ່ງ ສສ ຫວຽດນາມ ທີ່ມີຕໍ່ຄົນລຸ້ນໃໝ່ຂອງລາວ ເພື່ອສືບຕໍ່ໃນການຮັກສາຄວາມສາມັກຄີຍິ່ງໃຫຍ່ໃນການ ພົວພັນຮ່ວມມື. ຢັ້ງຢືນວ່ານີ້ໂຄງການນີ້ຈະສຳເລັດ ແລະ ເປີດການນຳໃຊ້ໃນທ້າຍປີ 2022 ເພື່ອເປັນການ ສະເຫລີມສະຫລອງ ແລະ ຂໍ່ານັບຊົມເຊີຍ 2 ວັນປະຫວັດສາດ ຄື : 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການ ທູດ ຫວຽດນາມ - ລາວ ແລະ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມລາວ ແລະ ລາວຫວຽດນາມ.
ໂອກາດນີ້ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ກ່າວຕໍ່ພິທີວ່າ : ໂຄງການ ກໍ່ສ້າງໂຮງຮຽນວິຊາຊີບຕົວແບບມິດຕະພາບ - ລາວຫວຽດນາມ ແມ່ນໂຄງການທີມີຄວາມໝາຍ ຄວາມສໍາຄັນ ທີ່ສຸດຕໍ່ແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາກໍ່ຄືແຜນພັດທະນາເສດຖະກິດ - ສັງຄົມ ຂອງ ແຂວງຄໍາມ່ວນ ດ້ວຍທຶນຊວຍເຫລືອລ້າ ເປັນຂອງຂວັນຈາກພັກຄອມມຸຍນິດ ແລະ ລັດຖະ ບານຫວຽດນາມ. ເຊິ່ງໄດ້ກຳນົດເອົາໂຮງຮຽນມັດທະຍົມສອງເໜືອງເປັນບ່ອນສ້າງຕັ້ງຕິດພັນກັບສະຖານທີ່ປະຫວັດສາດການ ເຄື່ອນໄຫວຂອງປະທານໂຮຈິມິນ. ໂຄງການກໍ່ສ້າງໂຮງຮຽນວິຊາຊິບຕົວແບບແຫ່ງນີ້ເປັນໂຮງ ຮຽນແຫ່ງທຳອິດ ຂອງແຂວງທີ່ປະຕິບັດ 2 ຫລັກສູດ ການຮຽນ - ການສອນຄວບຄູ່ກັນໄປ. ພາຍຫລັງໂຄງ ການກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ຈະກາຍເປັນສະຖານທີ່ສຳຄັນ ໃນການຝຶກອົບຮົມວິຊາຊີບໃຫ້ນັກຮຽນ ມັດທະຍົມ, ຜູ້ ຫວ່າງງານ, ຜູ້ດ້ອຍໂອກາດ, ຜູ້ກຳລັງຊອກອາຊີບ ແລະ ຜູ້ຕ້ອງການປ່ຽນອາຊີບ ໂດຍສະເພາະຈະຊ່ວຍ ແກ້ໄຂບັນຫາແຮງງານຂາດສີມືທິ່ເດີນທາງກັບຈາກການໄປອອກແຮງງານຢູ່ຕ່າງປະເທດໄດ້ເຂົ້າມາຝຶກອົບຮົມວິຊາຊີບພັດທະນາສີມືແຮງງານ ແລະ ສ້າງເງື່ອນໄຂໃຫ້ມີວຽກເຮັດງານທຳ ເປັນກຳລັງແຮງປະກອບສ່ວນ ໃນການສ້າງສາພັດທະນາ ປະເທດຊາດ ກໍ່ຄືພັດທະນາແຂວງຄຳມ່ວນໃຫ້ມີຄວາມຈະເລີນຂຶ້ນໄປເລື້ອຍໆ.