ພະແນກ ແຜນການ ແລະ ການລົງທຶນພະແນກ ແຜນການ ແລະ ການລົງທຶນ
    • ໜ້າຫຼັກ
    • ກ່ຽວກັບພະແນກຜທ
    • ຂ່າວສານ ແລະ ການເຄື່ອນໄຫວ
    • ແຫຼ່ງຂໍ້ມູນ
    • ເອກະສານເອເລັກໂຕຮນິກ
    • ການເຊື່ອມໂຍງ
    • ຄັງແຜນທີ່

    ພະແນກ ແຜນການ ແລະ ການລົງທຶນແຂວງ ຄຳມ່ວນ ເປັນປະທານ ຈັດຕັ້ງພິທີເຜີຍແຜ່ເອກະສານທິດທາງແຜນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງແຂວງ ຄຳມ່ວນ ( 2021-2023 )

     

    ວັນທີ 07 ມັງກອນ 2022 ທີ່ພະແນກ ແຜນການ ແລະ ການລົງທຶນແຂວງ ຄຳມ່ວນ ໄດ້ຈັດຕັ້ງພິທີເຜີຍແຜ່ເອກະສານທິດທາງແຜນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງແຂວງ ຄຳມ່ວນ ( 2021-2023 ) ໂດຍການເປັນປະທານຂອງ ທ່ານ ພູຊະນະ ໄຊໂກສີ ຮອງຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງ ຄຳມ່ວນ , ມີບັນດາຫົວໜ້າຂະແໜງ, ຮ້ອງຂະແໜງ ຕະຫຼອດຮອດ ພະນັກງານ-ລັດຖະກອນພາຍໃນພະແນກເຂົ້າຮ່ວມ.

    ກອງປະຊຸມດັ່ງກ່າວໄດ້ລາຍງານກ່ຽວກັບວິທີການຈັດຕັ້ງປະຕິບັດການແກ້ໄຂຄວາມຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງ ເຊິ່ງວິທີ່ການຈັດຕັ້ງປະຕິບັດໄດ້ແບ່ງອອກເປັນ 3 ໄລຍະ ເຊິ່ງເລີ້ມ ໄລຍະທີ່ 1 ແຕ່ ເດືອນທັນວາ 2021 ຫາ ມັງກອນ 2022 ແມ່ນການກະກຽມນິຕິກຳຕ່າງໆຂອງແຂວງໃຫ້ສຳເລັດ ແລະ ຈັດຕັ້ງເຊື່ອມຊຶມ, ໄລຍະທີ 2 ເລີ້ມແຕ່ກາງເດືອນ ມັງກອນ 2022 ແມ່ນໄລຍະຈັດຕັ້ງປະຕິບັດແຜນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ໄລຍະທີ 3 ເດືອນ ກັນຍາ 2023 ຫາ ທັນວາ 2023 ແມ່ນໄລຍະສະຫຼຸບ, ການປະເມີນການຈັດຕັ້ງປະຕິບັດ.

    ສະໝັບໜຸນໂດຍ ໂຄງການລາວ 030​: ໂຄງການແຜນງານພັດທະນາທ້ອງຖິ່ນປະຈຳ ແຂວງ ຄຳມ່ວນ
    ສະຫງວນລິຂະສິດ © 2021. ພະແນກ ແຜນການ ແລະ ການລົງທຶນແຂວງ ຄຳມ່ວນ
    ບ້ານເຫຼົ່າໂພໄຊ, ເມືອງທ່າແຂກ, ແຂວງ ຄຳມ່ວນ
    ໂທ: 051 212 450, ແຟັກ: 051 212 449
    • ໜ້າຫຼັກ
    • ກ່ຽວກັບພະແນກຜທ
    • ຂ່າວສານ ແລະ ການເຄື່ອນໄຫວ
    • ແຫຼ່ງຂໍ້ມູນ
    • ເອກະສານເອເລັກໂຕຮນິກ
    • ການເຊື່ອມໂຍງ
    • ຄັງແຜນທີ່