ພະແນກ ແຜນການ ແລະ ການລົງທຶນພະແນກ ແຜນການ ແລະ ການລົງທຶນ
    • ໜ້າຫຼັກ
    • ກ່ຽວກັບພະແນກຜທ
    • ຂ່າວສານ ແລະ ການເຄື່ອນໄຫວ
    • ແຫຼ່ງຂໍ້ມູນ
    • ເອກະສານເອເລັກໂຕຮນິກ
    • ການເຊື່ອມໂຍງ
    • ຄັງແຜນທີ່

    ພິທີປະກາດການຈັດຕັ້ງຂັ້ນຫົວໜ້າຂະແໜງ ແລະ ຮອງຂະແໜງ ຂອງພະແນກ ແຜນການ ແລະ ການລົງທຶນ ແຂວງ ຄຳມ່ວນ

    ວັນທີ 10 ມັງກອນ 2022 ພະແນກແຜນການ ແລະ ການລົງທຶນແຂວງຄຳມ່ວນ ໄດ້ປະກາດ ການແຕ່ງຕັ້ງ ຫົວໜ້າ-ຮອງຫົວໜ້າຂະແໜງ, ໂດຍການເຂົ້າຮ່ວມເປັນ ປະທານ ຂອງທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານຂັ້ນແຂວງ, ມີທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີແຂກຖືກເຊີນຈາກພະແນກການອ້ອມຂ້າງ ຕະຫຼອດເຖິງ ພະນັກງານວິຊາການໃນເຂົ້າຮ່ວມ.

    ໃນວາລະພິທີທ່ານຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄດ້ຕີລາຄາການຈັດຕັ້ງປະຕິບັດ ວຽກງານຮອບດ້ານໃນຂົງເຂດຕົນຮັບຜິດຊອບ ປະຈຳປີທີ່ຜ່ານມາ ເປັນຕົ້ນການຕີລາຄາທາງດ້ານການເມືອງ-ແນວຄິດ, ດ້ານໂຄງປະກອບກົງຈັກການຈັດຕັ້ງ ແລະ ພະນັກງານ, ການປັບປຸງ ແລະ ກໍ່ສ້າງພັກ, ການບຳລຸງ, ກໍ່ສ້າງພະນັກງານ ລວມເຖິງການຈັດຕັ້ງທາງດ້ານວຽກງານວິຊາສະເພາະ ໂດຍໄດ້ຍົກໃຫ້ເຫັນເຖິງວຽກງານດ້ານດີ, ຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດໃນຕໍ່ໜ້າ

    ພ້ອມນີ້ ຕາງໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ຂຶ້ນຜ່ານ ກ່ຽວກັບຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າຂະແໜງການ ຂອງພະແນກ ແຜນການ ແລະ ການລົງທຶນ ເຊິ່ງໄດ້ຕົກລົງແຕ່ງຕັ້ງທ່ານ ທ່ານ ຄູນມາ ຈັນສີ ຮອງຫົວໜ້າຂະແໜງແຜນການ ເປັນຫົວໜ້າຂະແໜງແຜນການ ຂອງພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ຫັດສະດົງ ສຸທຳມະວົງ ຮອງຫົວໜ້າຂະແໜງຮ່ວມມືສາກົນ ເປັນຫົວໜ້າຂະແໜງຮ່ວມມືສາກົນ, ທ່ານ ແສງເພັດ ສີຫາປັນຍາ ຮອງຫົວໜ້າ ຂະແໜງສົ່ງເສີມການລົງທຶນ ເປັນຫົວໜ້າຂະແໜງບໍລິຫານ ແລະ ຈັດຕັ້ງ, ທ່ານ ສີສຸວັນ ສີພັນໄຊ ຫົວໜ້າຂະແໜງ ຮ່ວມມືສາກົນ ເປັນຫົວໜ້າຂະແໜງກວດກາ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າຂະແໜງ ສົ່ງເສີມການລົງທຶນ ເປັນຫົວໜ້າຂະແໜງປະເມີນຜົນ, ທ່ານ ອານຸລຸນ ມາກວິໄລ ຫົວໜ້າຂະແໜງປະເມີນຜົນ ເປັນຫົວໜ້າຂະແໜງ ສົ່ງເສີມການລົງທຶນ, ທ່ານ ນາງ ຫຼ້າໄລ ເທບພະກັນ ຮອງຫົວໜ້າຂະແໜງບໍລິຫານ ແລະ ຈັດຕັ້ງ ເປັນຮອງຫົວໜ້າ ຂະແໜງສົ່ງເສີມການລົງທຶນ, ທ່ານ ນາງ ນີລະມິດ ບຸນປະເສີດ ຮອງຫົວໜ້າຂະແໜງປະເມີນຜົນ ເປັນຮອງຫົວໜ້າ ຂະແໜງຮ່ວມມືສາກົນ, ທ່ານ ເກີດແກ້ວ ກະຕິມາ ວິຊາການຂະແໜງສົ່ງເສີມການລົງທຶນ ເປັນຮອງຫົວໜ້າ ຂະແໜງບໍລິຫານ ແລະ ຈັດຕັ້ງ, ທ່ານ ສຸວັນນະລາດ ແສງດວງດີ ວິຊາການຂະແໜງແຜນການ ເປັນຮອງຫົວໜ້າ ຂະແໜງແຜນການ, ທ່ານ ເສກສັນ ແສງສະຫວ່າງ ວິຊາການຂະແໜງປະເມີນຜົນ ເປັນຮອງຫົວໜ້າຂະແໜງ ປະເມີນຜົນ, ທ່ານ ຄຳພູວັນ ສອນໂພ ວິຊາການຂະແໜງຮ່ວມມືສາກົນ ເປັນຮອງຫົວໜ້າຂະແໜງຮ່ວມມືສາກົນ.
    ໂອກາດດຽວກັນ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ກໍ່ໄດ້ມີ ຄຳເຫັນໂອ້ລົມ ເຊິ່ງການປັບປຸງ, ຊັບຊ້ອນ, ຈັດວາງ ພະນັກງານແຕ່ລະຂະແໜງການແມ່ນເປັນວຽກປົກກະຕິ ໂດຍໄດ້ຜ່ານການຄົ້ນຄວ້າຈາກການຈັດຕັ້ງ ແລະ ຕົກລົງໃນໝູ່ຄະນະເປັນອັນລະອຽດ ເຊິ່ງມີຄວາມຈຳເປັນ ເພື່ອຕອບສະໜອງກັບໜ້າທີ່ການເມືອງ, ເພື່ອໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງ ຊ່ວຍເປັນຫົວຈັກຫຼັກແຫຼ່ງ ໃນການ ນຳພາຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ກໍ່ຄືມະຕິກອງປະຊຸມຂອງອົງຄະນະພັກແຂວງ ແລະ ຄະນະພັກຮາກຖານຂອງຕົນ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ເພື່ອເປັນການຊັບປ່ຽນໝູນວຽນ ແລະ ສ້າງໃຫ້ພະນັກງານມີຄວາມຊຳນານໃນຫຼາຍວຽກງານ ເພື່ອສ້າງເປັນພະນັກງານສືບທອດປ່ຽນແທນໃນອະນາຄົດ. ພ້ອມນີ້ກໍ່ຮຽກຮ້ອງໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງ ເອົາໃຈໃສ່ປັບປຸງເສີມຂະຫຍາຍ ແລະ ປັບປຸງແກ້ໄຂດ້ານອ່ອນຂໍ້ຄົງຄ້າງຂອງຕົນໃຫ້ດີຂຶ້ນ ເພື່ອເຮັດສຳເລັດໜ້າທີ່ ວຽກງານທີ່ໄດ້ຮັບມອບໝາຍ.
    ສະໝັບໜຸນໂດຍ ໂຄງການລາວ 030​: ໂຄງການແຜນງານພັດທະນາທ້ອງຖິ່ນປະຈຳ ແຂວງ ຄຳມ່ວນ
    ສະຫງວນລິຂະສິດ © 2021. ພະແນກ ແຜນການ ແລະ ການລົງທຶນແຂວງ ຄຳມ່ວນ
    ບ້ານເຫຼົ່າໂພໄຊ, ເມືອງທ່າແຂກ, ແຂວງ ຄຳມ່ວນ
    ໂທ: 051 212 450, ແຟັກ: 051 212 449
    • ໜ້າຫຼັກ
    • ກ່ຽວກັບພະແນກຜທ
    • ຂ່າວສານ ແລະ ການເຄື່ອນໄຫວ
    • ແຫຼ່ງຂໍ້ມູນ
    • ເອກະສານເອເລັກໂຕຮນິກ
    • ການເຊື່ອມໂຍງ
    • ຄັງແຜນທີ່