ຂຸດຄົ້ນແຫຼ່ງທຶນເຂົ້າໃນການພັດທະນາ 5 ປີ ໄດ້ທັງໝົດ 12.129,76 ຕື້ກີບ ກວມ 32,28% ຂອງ GDP, ໃນນັ້ນ: ການລົງທຶນຂອງລັດ 780,70 ຕື້ກີບ ກວມ 2,08% ຂອງ GDP, ເທົ່າກັບ 6,44% ຂອງການລົງທຶນທັງໝົດ, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) 8.539,11 ຕື້ກີບ, ກວມເອົາ 22,73% ຂອງ GDP, ເທົ່າກັບ 70,40% ຂອງການລົງທຶນທັງໝົດ ແລະ ການລົງທຶນຈາກສິນເຊື່ອທະນາຄານ (C/B) 2.809,95 ຕື້ກີບ, ກວມ 7,48% ຂອງ GDP, ເທົ່າກັບ 23,17% ຂອງການລົງທຶນທັງໝົດ.
- ການລົງທຶນຈາກງົບປະມານລັດ.
ໃນໄລຍະ 5 ປີ (2016-2020) ມີໂຄງການລົງທຶນທັງໝົດ 542 ໂຄງການ, ມູນຄ່າລວມໂຄງການທັງໝົດ 5.546,75 ຕື້ກີບ. (ໃນນັ້ນ: ທຶນພາຍໃນ 5.014,60 ຕື້ກີບ ແລະ ທຶນຕ່າງປະເທດ 532,15 ຕື້ກີບ). ມູນຄ່າອະນຸມັດຕາມສາລະບານງົບປະມານທັງໝົດ 780,70 ຕື້ກີບ, (ໃນນັ້ນ: ທຶນພາຍໃນ 491,22 ຕື້ກີບ ແລະ ທຶນຕ່າງປະເທດ 289,48 ຕື້ກີບ), ສາມາດຈັດຕັ້ງປະຕິບັດໄດ້ ມູນຄ່າ 760,42 ຕື້ກີບ (ໃນນັ້ນ: ທຶນພາຍໃນ 470,94 ຕື້ກີບ ແລະ ທຶນຕ່າງປະເທດ 289,48 ຕື້ກີບ) ເທົ່າກັບ 97,41% ຂອງມູນຄ່າອະນຸມັດທັງໝົດ, ສຳລັບທຶນພາຍໃນສາມາດຈັດຕັ້ງປະຕິບັດໄດ້ 107,77% ຂອງແຜນ 5 ປີ (ແຜນການ 437 ຕື້ກີບ).
ສຳລັບການລົງທຶນພາຍໃນ 5.014,60 ຕື້ກີບ, ໄດ້ເຊັນສັນຍາ 4.597,16 ຕື້ກີບ, ປະຕິບັດໄດ້ 2.927,54 ຕື້ກີບ ແລະ ໄດ້ຊຳລະສະສາງແລ້ວ 964,65 ຕື້ກີບ, ຍັງຄ້າງຈ່າຍຕາມມູນຄ່າສັນຍາ 3.632,51 ຕື້ກີບ, ຄ້າງຈ່າຍຕາມມູນຄ່າກວດກາ 1.962,89 ຕື້ກີບ.
- ການລົງທຶນຊ່ວຍເຫລືອເພື່ອການພັດທະນາ (ODA):
ໄດ້ຮັບການອະນຸມັດທັງໝົດ 12 ໂຄງການ ມູນຄ່າລວມທັງໝົດ 565,21 ຕື້ກີບ (ທຶນຕ່າງປະເທດ 532,15 ຕື້ກີບ, ລັດຖະບານສົມທົບທຶນ 33,06 ຕື້ກີບ). ໃນນັ້ນ: ທຶນຊ່ວຍເຫຼືອລ້າ 10 ໂຄງການ ມູນຄ່າ 523,89 ຕື້ກີບ (ທຶນຕ່າງປະເທດ 493,60 ຕື້ກີບ, ລັດຖະບານສົມທົບທຶນ 30,29 ຕື້ກີບ) ແລະ ທຶນກູ້ຢືມໃນເງື່ອນໄຂຜ່ອນຜັນ 02 ໂຄງການ ມູນຄ່າ 41,32 ຕື້ກີບ (ທຶນຕ່າງປະເທດ 38,54 ຕື້ກີບ ລັດຖະບານສົມທົບທຶນ 2,77 ຕື້ກີບ) ສາມາດຈັດຕັ້ງປະຕິບັດໄດ້ 7 ໂຄງການ, ມູນຄ່າ 296,66 ຕື້ກີບ, ໃນນັ້ນ: ທຶນຕ່າງປະເທດ 289,48 ຕື້ກີບ ເທົ່າກັບ 58,22% ຂອງແຜນການ (ແຜນການ 497,24 ຕື້ກີບ) ແລະ ທຶນລັດຖະບານສົມທົບທຶນ 7,19 ຕື້ກີບ. ໂຄງການ ສືບຕໍ່ 05 ໂຄງການ ມູນຄ່າ 268,53 ຕື້ກີບ (ທຶນຕ່າງປະເທດ 242,67 ຕື້ກີບ ແລະ ທຶນລັດຖະບານສົມທົບ 25,86 ຕື້ກີບ).
- ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ (FDI).
ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 300 ໂຄງການ ມີມູນຄ່າການລົງທຶນທັງໝົດ 8.539,11 ຕື້ກີບ ແລະ ມີທຶນຈົດທະບຽນ 4.259,05 ຕື້ກີບ ຄື:ການລົງທຶນຈາກຕ່າງປະເທດ 30 ໂຄງການ ມູນຄ່າ 6.782,27 ຕື້ກີບ ເທົ່າກັບ 79,43%, ການລົງທຶນພາຍໃນ 270 ໂຄງການ ມູນຄ່າ 1.756,84 ຕື້ກີບ ເທົ່າກັບ 20,57%.ໃນນັ້ນ: ກິດຈະການສຳປະທານ 83 ໂຄງການ, ມູນຄ່າ 7.597,86 ຕື້ກີບ ເທົ່າກັບ 88,98% ຂອງການລົງທຶນທັງໝົດ, ກິດຈະການຄວບຄຸມ 04 ໂຄງການ ມູນຄ່າ 22,91 ຕື້ກີບ ເທົ່າກັບ 0,27% ແລະ ກິດຈະການທົ່ວໄປ 213 ໂຄງການ ມູນຄ່າ 918,34 ຕື້ກີບ ເທົ່າກັບ 10,75%.
- ການລົງທຶນຈາກສິນເຊື່ອຂອງທະນາຄານ:
ໃນໄລຍະ 5 ປີ ຜ່ານມາ ສາມາດລະດົມແຫລ່ງທຶນໄດ້ທັງໝົດ 10.336,22 ຕື້ກີບ, ເທົ່າກັບ 100,45% ຂອງ ແຜນການ (ແຜນການ: 10.289,92 ຕື້ກີບ) ແລະ ສາມາດປ່ອຍສິນເຊື່ອເຂົ້າໃນແຕ່ລະຂົງເຂດ ໄດ້ທັງໝົດ 2.809,95 ຕື້ກີບ, ເທົ່າກັບ 63,75% ຂອງແຜນການ (ແຜນການ: 4.407,59 ຕື້ກີບ), ໃນນັ້ນ: ລົງທຶນໃນຂົງເຂດ ກະສິກຳ ມູນຄ່າ 419,53ຕື້ກີບ (ກວມ 14,93%), ອຸດສະຫະກຳ ແລະ ຫັດຖະກຳ 280,71 ຕື້ກີບ, (ກວມ 9,99%), ກໍ່ສ້າງ ແລະ ວັດສະດຸກໍ່ສ້າງ 238,56 ຕື້ກີບ (ກວມ 8,49%), ການຄ້າ 1.129,88 ຕື້ກີບ (ກວມ 40,21%), ບໍລິການ ແລະ ຂົນສົ່ງໄປສະນີ 431,61 ຕື້ກີບ (ກວມ 15,36%) ແລະ ອື່ນໆ 309,38 ຕື້ ກີບ (ກວມ 11,01%).