ແຂວງ ຄຳມ່ວນ ເປັນແຂວງໜຶ່ງ ມີທີ່ຕັ້ງພູມສັນຖານ ແລະ ມີແຫຼ່ງຊັບພະຍາກອນທຳມະຊາດທີ່ເອື້ອຍອຳນວຍ ໃນການພັດທະນາເສດຖະະກິດ-ສັງຄົມດີພໍສົມຄວນ
ທົ່ວແຂວງ ຄຳມ່ວນ ມີເນື້ອທີ່ທັງໝົດ 16.315 ກິໂລຕາແມັດ, ແບ່ງອອກເປັນສອງເຂດ ວິທະຍາຄື: ເຂດພູດອຍ 54% ແລະ ເຂດທົ່ງພຽງ 46%, ມີຊາຍແດນທິດເໜືອຕິດຈອດກັບແຂວງ ບໍລິຄຳໄຊ ຍາວ 162 ກມ, ທິດໃຕ້ຕິດກັບແຂວງ ສະຫວັນນະເຂດ ຍາວ 174 ກມ, ທິດຕາເວັນອອກຕິດກັບແຂວງ ກວ່າງບິ່ງ ແລະ ແຂວງ ຮ່າຕິ່ງ ສສ ຫວຽດນາມ ຍາວ 273 ກມ, ທິດຕາເວັນຕົກຕິດກັບນະຄອນພະນົມ ຣາຊາອານາຈັກ ໄທ ຍາວ 153 ກມ; ປະກອບມີ 10 ເມືອງ, 569 ບ້ານ, 80.537 ຄອບຄົວ, ມີປະຊາກອນ 433.570 ຄົນ, ຍິງ 216.198 ຄົນ ແລະ ປະກອບມີ 9 ຊົນເຜົ່າ.