ພະແນກແຜນການແລະການລົງທຶນແຂວງ,ຂຽນຕົວອັກສອນຫຍໍ້ວ່າ“ພຜທຂ” ແລະ ຂຽນເປັນພາສາອັງກິດວ່າ Department of Planning and Investment of Province ໂດຍມີຊື່ຫຍໍ້ວ່າ “ DPIP ” ແມ່ນໂຄງປະກອບກົງຈັກໜຶ່ງຂອງອົງການປົກຄອງແຂວງຕາມສາຍຂວາງ ແລະ ກະຊວງ ແຜນການ ແລະ ການລົງທຶນ ຕາມສາຍຕັ້ງເປັນເສນາທິການທາງດ້ານວິຊາການຄູ້ມຄອງບໍລິຫານລັດໃນການຄົ້ນຄວ້າ, ວິໄຈ, ສ້າງແຜນ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ການລົງທຶນຂອງລັດ, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ, ວຽກງານສະຖິຕິ ໃນຄວາມຮັບຜິດຊອບຂອງຕົນຕາມການແບ່ງຂັ້ນຄຸ້ມຄອງ ເພື່ອພັດທະນາໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ລວມທັງນິຕິກຳຕ່າງໆ ຂອງອົງການປົກຄອງແຂວງ ວາງອອກເປັນແຕ່ລະໄລຍະ.
ພະແນກ ແຜນການ ແລະ ການລົງທຶນ ແຂວງ ຄຳມ່ວນປະກອບມີ 7 ຂະແໜງ:
1. ຂະແໜງ ບໍລິຫານ-ຈັດຕັ້ງ
2. ຂະແໜງ ແຜນການ
3. ຂະແໜງ ປະເມີນຜົນ
4. ຂະແໜງ ສົ່ງເສີມການລົງທຶນ
5. ຂະແໜງ ຮ່ວມມືສາກົນ
6. ຂະແໜງ ກວດກາ
7. ຂະແໜງ ສະຖິຕິ
ພະແນກ ແຜນການ ແລະ ການລົງທຶນ ແຂວງ ຄຳມ່ວນປະກອບມີ 1 ຫົວໜ້າພະແນກ, ຮອງຫົວໜ້າພະແນກ 3 ທ່ານ ໂດຍແບ່ງຕາມຂັ້ນຊີ້ນຳລົງເລີກ
ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກ ແຜນການ ແລະ ການລົງທຶນແຂວງ ຄຳມ່ວນ