ພະແນກແຜນການ ແລະ ການລົງທືນ ແຂວງຄໍາມ່ວນ
1. ທີ່ຕັ້ງ ແລະ ພາລະບົດບາດ
ພະແນກແຜນການ ແລະ ການລົງທືນແຂວງ, ນະຄອນ ຊຶ່ງຂຽນເປັນຕົວອັກສອນຫຍໍ້ວ່າ (ພຜທ) ໂຄງປະກອບກົງຈັກ ຂອງກະຊວງແຜນການ ແລະ ການລົງທືນ ມີພາລະບົດບາດ ເປັນເສນາທິການ ໃຫ້ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທືນ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນ ໃນການຄົ້ນຄວ້າສັງລວມ, ວິໄຈ, ສ້າງແຜນ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການລົງທືນຂອງລັດ, ການລົງທືນພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາໃຫ້ສອດຄ່ອງກັບແນວທາງແຜນນະໂຍບາຍ ຂອງພັກ ແລະ ລະບຽບກົດໝາຍ ຂອງລັດຖະບານວາງອອກໃນແຕ່ລະໄລຍະ.
2. ໜ້າທີ່ ແລະ ຂອບເຂດສິດ
2.1 ໜ້າທີ
ມາດຕາ 3: ໜ້າທີ່
3.1 ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ ຂອງຄະນະພັກ ແລະ ອໍານາດການປົກຄອງແຂວງ ແລະ ນະຄອນ ເປັນແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ,
ແຜນລົບລ້າງຄວາມທຸກຍາກໃນໄລຍະຍາວ, ໄລຍະກາງ ແລະ ໄລຍະສັ້ນ ພ້ອມທັງຫັນເປັນແຜນງານ ແລະ ໂຄງການອັນລະອຽດໃນການຈັດຕັ້ງປະຕິບັດ
ໂດຍສອດຄ່ອງກັບທິດທາງແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານວາງອອກໃນແຕ່ລະໄລຍະ.
3.2 ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາດໍາລັດ, ຂໍ້ຕົກລົງ ແລະ ລະບຽບການຕ່າງໆ ກ່ຽວກັບ ການຄຸ້ມຄອງເສດຖະກິດ-ສັງຄົມ ທີ່ພົວພັນກັບພາລະບົດບາດຂອງຕົນ
ແລະ ລະບຽບການຕ່າງໆ ດ້ານວິຊາການຕາມການແນະນໍາ ຈາກກະຊວງແຜນການ ແລະ ການລົງທືນ ເພື່ອຈັດຕັ້ງເຜີຍແຜ່ໃຫ້ບັນດາພະແນກການ ແລະ ຫ້ອງການທຽບເທົ່າຕ່າງໆ
ຂອງແຂວງ, ນະຄອນ ຮັບຊາບ ແລະ ຈັດຕັ້ງປະຕິບັດ.
3.3 ສະຫຼູບສັງລວມ, ຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ປະຈໍາເດືອນ, ງວດ, ຫົກເດືອນ, ປະຈໍາປີ ແລະ ຫ້າປີ ເພື່ອລາຍງານໃຫ້ເຈົ້າແຂວງ,
ເຈົ້າຄອງນະຄອນ, ແລະ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທືນ.
3.4 ສໍາຫຼວດ, ເກັບກໍາ, ສັງລວມຂໍ້ມູນສະຖິຕິ ກ່ຽວກັບ ເສດຖະກິດ-ສັງຄົມ ຈາກບັນດາພະແນກການ ແລະ ຫ້ອງການທຽບເທົ່າ, ຫົວໜ່ວຍການຜະລິດ-ທຸລະກິດ ທັງພາກສ່ວນລັດ
ລວມໝູ່, ເອກະຊົນພາຍໃນ ແລະ ຕ່າງປະເທດ ຢູ່ພາຍໃນແຂວງ ແລະ ນະຄອນ ຕາມການແນະນໍາດ້ານວິຊາການຈາກ ກະຊວງແຜນການ ແລະ ການລົງທືນ ໃຫ້ຊັດເຈນ, ຄົບຖ້ວນ
ແລະ ທັນເວລາ.
3.5 ຄົ້ນຄວ້າຈັດແບ່ງທືນຂອງລັດປະຈໍາປີ ທີ່ກະຊວງແຜນການ ແລະ ການລົງທືນ ແຈ້ງຕົວເລກເພດານໃຫ້ຈັດແບ່ງຄັງພັດທະນາ ຂອງແຂວງ ແລະ ນະຄອນ
ເຂົ້າໃສ່ໂຄງການບຸລິມະສິດຢ່າງສົມເຫດສົມຜົນ ແລະ ຄົ້ນຄວ້າດັດແກ້ໂຄງການການລົງທືນ ຂອງລັດໃຫ້ສອດຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ
ໂດຍມີການປະສານສົມທົບກັບ ພະແນກການ ແລະ ຫ້ອງການທຽບເທົ່າຕ່າງໆ.
3.6 ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄ້ວາວາງຕົວເລກຄາດໝາຍສູ້ຊົນ ດ້ານເສດຖະກິດມະຫາພາກ ຢູ່ຂັ້ນແຂງເຊັ່ນ: ຕົວເລກດ້ານສັງຄົມຕ່າງໆ, ດັດສະນີລາຄາສິນຄ້າ,
ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ, ລາຍຮັບເຂົ້າງົບປະມານ ແລະ ຄາດໝາຍສູ້ຊົນຂອງຂະແໜງການຕ່າງໆ.
3.7 ຄົ້ນຄ້ວາສະໜອງ, ບໍລິການຂໍ້ມູນຂ່າວສານດ້ານການລົງທືນ ເພື່ອອໍານວຍຄວາມສະດວກໃຫ້ນັກລົງທືນ ພ້ອມທັງຂົນຂວາຍການລົງທືນພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງຂໍລົງທືນ
ຢູ່ພາຍໃນແຂວງ ແລະ ນະຄອນ.
3.8 ຄົ້ນຄ້ວາຄໍາຮ້ອງຂໍລົງທືນຂອງບຸກຄົນ ແລະ ນິຕິບຸກຄົນພາຍໃນ ແລະ ຕ່າງປະເທດ ທີ່ສະເໜີຂໍລົງທືນຢູ່ໃນຂອບເຂດຂອງແຂວງ ແລະ ນະຄອນຫຼວງ
ໂດຍມີການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອສະເໜີໃຫ້ທ່ານເຈົ້າແຂວງ ແລະ ເຈົ້າຄອງນະຄອນ ພິຈາລະນາ.
3.9 ຊຸກຍູ້ສົ່ງເສີມ, ຕິດຕາມ, ກວດກາ ແລະ ປະເມີນຜົນໂຄງການລົງທືນຂອງລັດ, ໂຄງການທືນຊ່ວຍເຫຼືອລ້າ, ກູ້ຢືມ ເພື່ອການພັດທະນາ
ແລະ ໂຄງການລົງທືນພາຍໃນ ແລະ ຕ່າງປະເທດ ເພື່ອລາຍງານໃຫ້ເຈົ້າແຂວງ, ເຈົ້າຄອງນະຄອນ ແລະ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທືນ ເປັນປະຈໍາ, ຖືກຕ້ອງຊັດເຈນ, ຄົບຖ້ວນ ແລະ ທັນເວລາ
ພ້ອມທັງຄົ້ນຄ້ວາແຜນງານ, ໂຄງການຮ່ວມມື ເພື່ອການພັດທະນາ ສະເໜີຂັ້ນເທີງອານຸມັດ.
3.10 ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແກ້ໄຂບັນຫາ ແລະ ຂໍ້ຂັດແຍ່ງທີ່ເກິດຂື້ນໃນເວລາຈັດຕັ້ງປະຕິບັດບັນດາໂຄງການລົງທືນຕ່າງໆ.
3.11 ເປັນໃຈກາງປະສານງານ, ຮ່າງແຜນການ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ກ່ຽວກັບຍຸດທະສາດ ແລະ ແຜນການຮ່ວມມື ເພື່ອການພັດທະນາຂອງແຂວງ
ແລະ
ນະຄອນ ຂົນຂວາຍຍາດແຍ່ງການຊ່ວນເຫຼືອທາງການ ເພື່ອພັດທະນາ, ຕິດຕາມປະເມີນຜົນ, ສະຫຼູບສັງລວມການຈັດຕັ້ງປະຕິບັດແຜນຮ່ວມມືໃນການພັດທະນາ.
3.12 ຈັດຕັ້ງຝືກອົບຮົມ, ແນະນໍາດ້ານເຕັກນິກວິຊາການ ໃຫ້ແກ່ພະນັກງານທີ່ເຮັດວຽກແຜນການຂອງບັນດາພະແນກແຜນການ ແລະ ຫ້ອງການທຽບເທົ່າ ພະແນກອອ້ມຂ້າງແຂວງ
ແລະນະຄອນ, ພະນັກງານວິຊາການຂັ້ນເມືອງ, ຂັ້ນບ້ານ ເພື່ອເອກະພາບກັນໃນການສ້າງແຜນການ, ການສັງລວມຂໍ້ມູນເສດຖະກິດ-ສັງຄົມຕ່າງໆ ແລະ
ເພື່ອປະກອບສ່ວນໃນການສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ເມືອງເປັນຫົວໜ່ວຍແຜນການ-ການເງີນ
ແລະ ບ້ານເປັນຫົວໜ່ວຍພື້ນຖານຈັດຕັ້ງປະຕິບັດ.
3.13 ຂື້ນແຜນການຄວາມຕ້ອງການບຸກຄາລາກອນປະຈໍາປີ, ເກັບກໍາ ແລະ ຄຸ້ມຄອງຊີວະປະຫວັດນໍາໃຊ້, ບໍາລຸງກໍ່ສ້າງລັດຖະກອນດ້ານວິຊາສະເພາະ, ສືກສາອົບຮົມດ້ານແນວຄິດການເມືອງ
ແລະ ປະຕິບັດນະໂຍບາຍຕໍ່ພະນັກງານລັດຖະກອນ ທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນເອງ.
3.14 ຂື້ນແຜນການງົບປະມານລາຍຈ່າຍປະຈໍາປີ, ພາຫະນະ ແລະ ວັດຖຸອຸປະກອນຕ່າງໆ ເພື່ອຮັບໃຊ້ວຽກງານການເຄື່ອນໄຫວຂອງຕົນເອງ ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ
ລະບຽບການເປັນຢ່າງດີ
2.2 ຂອບເຂດສິດ
ມາດຕາ 4: ຂອບເຂດສິດ
4.1 ຄົ້ນຄ້ວາເລືອກເຟັ້ນ, ຈັດລຽງບຸລິມະສິດບັນດາໂຄງການລົງທືນ ຂອງລັດທີ່ນໍາໃຊ້ທືນງົບປະມານປົກກະຕິ ແລະ ທືນຕາກຄັງພັດທະນາ ຂອງແຂວງ ແລະ ນະຄອນ
ເພື່ອໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ສະເໜີເຈົ້າແຂວງ ແລະ ເຈົ້າຄອງນະຄອນພິຂາລະນາ.
4.2 ອອກບົດແນະນໍາ ແລະ ແຈ້ງການ ໃຫ້ທຸກພາສ່ວນພາຍໃນແຂວງ, ນະຄອນ ຈັດຕັ້ງປະຕິບັດກົດໝາຍ, ດໍາລັດ, ຂໍ້ຕົກລົງ, ສັນຍາຮ່ວມມື, ແຜນການ/ໂຄງການ
ເພື່ອການພັດທະນາຄໍາສັ່ງແນະນໍາ ທີ່ລັດຖະບານ, ກະຊວງແຜນການ ແລະ ການລົງທືນ ແຂວງ ແລະ ນະຄອນໄດ້ປະກາດໃຊ້ ຕາມພາລະບົດບາກຂອງຕົນ ໂດຍໃຫ້ສອດຄ່ອງກັບຈຸດພິເສດ
ແລະ ສະພາວະຄວາມເປັນຈີງ ຂອງທ້ອງຖີ່ນ.
4.3 ທວງເອົາບົດສະຫຼຸບລາຍງານ ສັງລວມການຈັດຕັ້ງປະຕິບັດແຜນການ, ຂໍ້ມູນດ້ານເສດຖະກິດ-ສັງຄົມ ຂອງບັນດາພະແນກການ, ຫ້ອງການທຽບເທົ່າ ແລະ ຂອງບັນດາຫົວໜ່ວຍເສດຖະກິດ
ທີ່ຂື້ນກັບການຄຸ້ມຄອງຂອງແຂວງ ແລະ ນະຄອນຫຼວງ.
4.4 ສະເໜີໃຫ້ຂັ້ນເທີງສັ່ງໂຈະຊົ່ວຄາວ ຫຼື ຖາວອນ ກ່ຽວກັບການເຄື່ອນໄຫວ ຂອງໂຄງການລົງທືນໃດໜື່ງທີ່ເຫັນວ່າບໍ່ສອດຄ່ອງກັບເປົ້າໝາຍ, ຂັດກັບລະບຽບກົດໝາຍ ຫຼື ສັນຍາທີ່ກໍານົດໄວ້
.
4.5 ຈັດຕັ້ງກອງປະຊຸມ, ສໍາມະນາ, ຝືກອົບຮົມ ດ້ານວິຊາການຕ່າງໆ ກ່ຽວກັບ ວຽກງານແຜນການ ແລະ ການລົງທືນ ໂດຍໃຫ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.
4.6 ດໍາເນີນການຕິດຕາມ, ກວດກາ, ປະເມີນຜົນໂຄງການລົງທືນຂອງລັດ ເຂົ້າຮ່ວມການປະມູນ ແລະ ການທາບທາມລາຄາ ຂອງບັນດາໂຄງການລົງທືນຂອງລັດ ເຂົ້າຮ່ວມຕິດຕາມ,
ກວດກາບັນດາໂຄງການທີ່ສູນກາງຄຸ້ມຄອງ ຊຶ່ງຕັ້ງຢູ່ແຂວງ ແລະ ນະຄອນ ຕາມການມອບໝາຍ ຈາກລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທືນ.
4.7 ເຂົ້າຮ່ວມການຄົ້ນຄ້ວາແກ້ໄຂ, ກວດກາ, ຄຸ້ມຄອງ ບັນດາໂຄງການລົງທືນພາຍໃນ ແລະ ຕ່າງປະເທດ ທີ່ລັດຖະບານອານຸຍາດໃນຂອບເຂດທ້ອງຖີ່ນຂອງຕົນ.
4.8 ເຂົ້າຮ່ວມກອງປະຊຸມທີ່ກ່ຽວຂ້ອງທີ່ສູນກາງ, ພະແນກການທ້ອງຖີ່ນຈັດຂື້ນ ພ້ອມທັງເຂົ້າເປັນກໍາມະການວຽກງານທີ່ກ່ຽວຂ້ອງພາຍໃນແຂວງ, ນະຄອນ, ເມືອງ, ບ້ານ, ແລະ ກຸ່ມບ້ານ.
4.9 ເຊັນສັນຍາ, ອານຸສັນຍາ ແລະ ບົດບັນທືກກັບຕ່າງປະເທດ, ອົງການຈັດຕັ້ງສາກົນ ຕາມການຕົງລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນ ແລະ ຂັ້ນເທີງທີ່ກ່ຽວຂ້ອງ.
4.10 ສະເໜີ ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທືນ ເຈົ້າແຂວງ ແລະ ເຈົ້າຄອງນະຄອນ, ປັບປຸງ, ສ້າງຕັ້ງ
ຫຼືຍົກເລີກກົງຈັກຊ່ວຍວຽກທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນເອງ.
4.11 ສະເໜີແຕ່ງຕັ້ງ, ເລື່ອນຊັ້ນ-ຂັ້ນເງີນເດືອນ, ຮັບເຂົ້າ-ອອກ, ຍົກຍ້າຍ, ປົດຕໍາແໜ່ງ ແລະ ປະຕີບັດວິໄນຕໍ່ ພະນັກງານລັດຖະກອນ ທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນ
ບົນພື້ນຖານລະບຽບລັດຖະກອນ ແຫ່ງ ສປປ ລາວ.
4.12 ຄຸ້ມຄອງ, ນໍາໃຊ້ພາຫະນະ, ຊັບສົມບັດລວມ, ວັດຖຸ-ອຸປະກອນ ແລະ ງົບປະມານຂອງຕົນທີ່ລັດເບີກຈ່າຍໃຫ້ ຕາມລະບຽບການທິ່ກໍານົດໄວ້
່
3. ໂຄງຮ່າງການຈັດຕັ້ງ
ພະແນກແຜນການ ແລະ ການລົງທືນ ແຂວງຄໍາມ່ວນ ປະກອບມີຄະນະພະແນກທັງໝົດ 3 ທ່ານ ຄື:
ໂຄງປະກອບການຈັດຕັ້ງ
ພະແນກແຜນການ ແລະ ການລົງທືນ ແຂວງຄໍາມ່ວນ ປະກອບ 6 ຂະແໜງການ ແລະ 1 ສູນຂື້ນກັບຄື:
1. ຂະແໜງບໍລິຫານ ແລະ ຈັດຕັ້ງ
2. ຂະແໜງແຜນການ
3. ຂະແໜງປະເມີນຜົນ
4. ຂະແໜງສົ່ງເສີມການລົງທືນ
5. ຂະແໜງຮ່ວມມືສາກົນ
6. ຂະແໜງກວດກາ
7. ສູນສະຖິຕິແຫ່ງຊາດປະຈໍາແຂວງຄໍາມ່ວນ
ຢູ່ຂັ້ນເມືອງປະກອບມີຫ້ອງການແຜນການ ແລະ ປະຈໍາເມືອງ 10 ຕົວເມືອງຄື:
1. ຫ້ອງການແຜນການປະຈໍາເມືອງທ່າແຂກ
2. ຫ້ອງການແຜນການປະຈໍາເມືອງມະຫາໄຊ
3. ຫ້ອງການແຜນການປະຈໍາເມືອງໜອງບົກ
4. ຫ້ອງການແຜນການປະຈໍາເມືອງຫີນບູນ
5. ຫ້ອງການແຜນການປະຈໍາເມືອງຍົມມະລາດ
6. ຫ້ອງການແຜນການປະຈໍາເມືອງບົວລະພາ
7. ຫ້ອງການແຜນການປະຈໍາເມືອງນາກາຍ
8. ຫ້ອງການແຜນການປະຈໍາເມືອງເຊບັງໄຟ
9. ຫ້ອງການແຜນການປະຈໍາເມືອງໄຊບົວທອງ
10. ຫ້ອງການແຜນການປະຈໍາເມືອງຄູນຄໍາ