ການຈັດຕັ້ງ ແລະ ການເຄື່ອນໄຫວ

ພະແນກແຜນການ ແລະ ການລົງທຶນແຂວງ, ຂຽນຕົວອັກສອນຫຍໍ້ວ່າ “ ພຜທຂ ” ແລະ ຂຽນ ເປັນພາສາອັງກິດວ່າ: Department of Planning and Investment of Province ໂດຍມີຊື່ ຫຍໍ້ວ່າ “ DPI ” ແມ່ນໂຄງປະກອບກົງຈັກໜຶ່ງຂອງອົງການປົກຄອງແຂວງຕາມສາຍຂວາງ ແລະ ກະຊວງແຜນການ ແລະ ການລົງທຶນ ຕາມສາຍຕັ້ງເປັນເສນາທິການທາງດ້ານວິຊາການຄຸ້ມຄອງ ບໍລິຫານລັດໃນການຄົ້ນຄວ້າສັງລວມ, ວິໄຈ, ສ້າງແຜນ ແລະ ຄຸ້ມຄອງການຈັດຕັ້ງປະຕະບັດແຜນ ພັດທະນາເສດຖະກິດ-ສັງຄົມ, ການລົງທຶນຂອງລັດ, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ,ວຽກງານສະຖິຕິໃນຄວາມຮັບຜິດຊອບຂອງຕົນຕາມການແບ່ງຂັ້ນຄຸ້ມຄອງ ເພື່ອພັດທະນາ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບຂອງລັດ ລວມທັງນິຕິກຳ ຕ່າງໆ ຂອງອົງການປົກຄອງແຂວງ ວາງອອກເປັນແຕ່ລະໄລຍະ.

ໂຄງປະກອບກົງຈັກ ພະແນກ ແຜນການ ແລະ ການລົງທຶນແຂວງ ປະກອບມີ 7 ຂະແໜງຄື:

1. ຂະແໜງ ບໍລິຫານ ແລະ ຈັດຕັ້ງ;

2. ຂະແໜງ ກວດກາ;

3. ຂະແໜງ ແຜນການ;

4. ຂະແໜງ ປະເມີນຜົນ;

5. ຂະແໜງ ສົ່ງເສີມການລົງທຶນ;

6. ຂະແໜງ ຮ່ວມມືສາກົນ;

7. ຂະແໜງ ສະຖິຕິ.

ແຂວງ ຄຳມ່ວນ ປະກອບມີ 10 ເມືອງ ແລະ ພາຍໃນກົງຈັກລັດຂັ້ນເມືອງ ມີຫ້ອງການ ແຜນການ ແລະ ການລົງທຶນເມືອງຄື:

1. ເມືອງ ທ່າແຂກ

2. ເມືອງ ໜອງບົກ

3. ເມືອງ ຫີນບູນ

4. ເມືອງ ຍົມມະລາດ

5. ເມືອງ ມະຫາໄຊ

6. ເມືອງ ບົວລະພາ

7. ເມືອງ ໜອງບົກ

8. ເມືອງ ເຊບັ້ງໄຟ

9. ເມືອງ ນາກາຍ

10. ເມືອງ ຄູນຄຳ

 

 

Please publish modules in offcanvas position.