ສົກປີ 2011-2015 ສາມາດກໍ່ສ້າງທາງເບຕົງໄດ້ 27.13 ກມ, ກໍ່ສ້າງທາງປູຢາງໄດ້ 505.92ກມ, ກໍ່ສ້າງທາງດິນແດງໄດ້ 125.02 ກມ, ກໍ່ສ້າງທາງດິນທຳມະຊາດໄດ້ 1,623.98 ກມ, ກໍ່ສ້າງຂົວໄດ້ 62 ແຫ່ງ, ມີລວງຍາວ 2,884.23 ແມັດ,
ໃນນັ້ນ: ຂົວເບຕົງເສິມເຫຼັກ 32 ແຫ່ງ, ຍາວ 1,910 ແມັດ, ຂົວເບເລ້ 12 ແຫ່ງ, ຍາວ 672 ແມັດ, ຂົວໄມ້ 18 ແຫ່ງ, ຍາວ 302 ແມັດ ແລະ ກັນເຈື່ອນຕາມລຳນ້ຳຂອງໄດ້ 10 ແຫ່ງ, ຍາວ 8,840 ແມັດ.
- ສຳເລັດໂຄງການອອກແບບແຜນຜັງຈຸດສຸມ 1 ຈຸດສຸມ ຄື: ຈຸດສຸມປ່າໜາມ, ແຜນຜັງກຸ່ມບ້ານ 5 ບ້ານຄື: ຈະແລດ, ທົ່ງຂາມ, ຊຽງຫວາງ, ນາຮີ, ແລະ ນາເທີດ.
- ແຜນຜັງເມືອງທີ່ໄດ້ຖືກຮັບຮອງຈາກອຳນາດການປົກຄອງທັງມົດ 9 ເມືອງ.
- ອອກໃບອະນຸຍາດສ້າງຕັ້ງບໍລິສັດສໍາຫຼວດ-ອອກແບບ ແລະ ກໍ່ສ້າງເຄຫາສະຖານມີ 5 ບໍລິສັດ.
- ອອກໃບອະນຸຍາດປຸກສ້າງເຮືອນພັກ, ທີ່ຢູ່ອາໃສ 19 ໂຄງການ, ກຳນົດຂອບເຂດປຸກສ້າງປ້ຳນ້ຳ ມັນໄດ້ 2 ໂຄງການ.
- ກວດກາບົດຄິດໄລ່ປະເມີນລາຄາ ແລະ ສ້ອມແປງເຄຫາສະຖານໄດ້ທັງໝົດ 100 ໂຄງການ, ອອກແບບຄິດໄລ່ປະເມີນລາຄາໄດ້ 15 ໂຄງການ.
- ໂຄງການສ້ອມແປງສຸກເສີນ ແລະ ຟື້ນຟູທາງເລກທີ 12, 1F,1E ແລະ ທາງເຊື່ອມຕໍ່ແຂວງຫາເມືອງ, ເມືອງຫາເມືອງ ແລະ ເມືອງ ຫາບ້ານ ສຳເລັດ.
ວຽກງານຂົນສົ່ງສິນຄ້າ ແລະ ໂດຍສານ.
ຂົນສົ່ງສິນຄ້າ
ໃນໄລຍະສົກປີ 2011-2015 ສາມາດຈັດຕັ້ງປະຕິບັດບາງໜ້າວຽກໄດ້ດັ່ງນີ້:
- ບໍລິມາດຂົນສົ່ງສີນຄ້າທັງໝົດ: 2,264,420 ໂຕນ.
- ບໍລິມາດຈໍລະຈອນ ສິນຄ້າທັງໝົດ: 174,227,511 ໂຕນ.ກມ.
- ຈຳນວນບໍລິສັດຂົນສົ່ງສິນຄ້າທັງໝົດ: 4 ບໍລິສັດ.
ຂົນສົ່ງໂດຍສານ
- ບໍລິມາດຂົນສົ່ງໂດຍສານທາງບົກ: 1,488,374 ຄົນ.
- ບໍລິມາດຈໍະລະຈອນ: 120,720,039 ກມ.
- ຈໍານວນບໍລິສັດຂົນສົ່ງໂດຍສານທັງຫມົດ: 17 ບໍລິສັດ.
- ຂົນສົ່ງໂດຍສານພາຍໃນປະເທດ 12 ສາຍໃນນັ້ນ: ພາຍໃນ 10 ສາຍ ແລະ ຕ່າງປະ ເທດ 2 ສາຍ (ໄທ ແລະ ຫວຽດນາມ).
- ສາມາດກວດກາເຕັກນິກພາຫານະທັງໝົດໄດ້ 20,983 ຄັນ,ຂຶ້ນທະບຽນພາຫະນະທຸກປະເພດໄດ້ 14,679 ຄັນ, ສອບເສັງໃບຂັບຂີ່ທຸກປະເພດໄດ້ 6,214 ຄົນ/ໃບ, ຍົກຍ້າຍພາຫະນະມາແຕ່ຕ່າງແຂວງໄດ້ 538 ຄັນ,
ຍົກຍ້າຍພາຫະນະໄປຕ່າງແຂວງໄດ້ 800 ຄັນ.
- ມີນ້ຳປະປາໃຊ້ແລ້ວ 4 ຕົວເມືອງ ສາມາດຜະລິດນໍ້າໄດ້ 3,451,633 ແມັດກ້ອນ ແລະ ຈໍາໜ່າຍໄດ້ 2,641,118 ແມັດກ້ອນ, ສາມາດສ້າງລາຍຮັບໄດ້ 1,184.24 ລ້ານກີບ, ປະຕິບັດລາຍຈ່າຍໄດ້ 2,174.88 ລ້ານກີບ.