-    ໄດ້ເອົາໃຈໃສ່ປະຕິບັດນະໂຍບາຍທີ່ກຳນົດໃນແຜນພັດທະນາການສຶກສາເພື່ອທຸກຄົນດ້ວຍການ ຍາດແຍ່ງທຶນຮອນຈາກທັງພາກລັດ-ເອກະຊົນ ແລະ ການຮ່ວມມືກັບບັນດາຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ
ເພື່ອໃຫ້ບັນລຸຕາມລະດັບທີ່ກຳນົດໄວ້ດັ່ງນີ້:
-    ສົກປີ 2011-2015 ມີໂຮງຮຽນຝາກເດັກ ແລະ ອະນຸບານທັງໝົດ 129 ແຫ່ງ, ທຽບໃສ່ 5 ປີ ຜ່ານມາເພີ້ມຂື້ນ 70 ແຫ່ງ; ມີນັກຮຽນທັງໝົດ 8,437 ຄົນ ທຽບໃສ່ 5 ປີ ຜ່ານມາເພີ່ມຂຶ້ນ 3,297ຄົນ;
ອັດຕາການເຂົ້າຮຽນຊັ້ນອານຸບານ ອາຍຸ 3-5 ປີບັນລຸໄດ້ 35.4% ທຽບໃສ່ແຜນ 5 ປີເພີ່ມຂຶ້ນ 15.3%.
-    ມີໂຮງຮຽນປະຖົມທັງພາກລັດ ແລະ ເອກະຊົນທັງໝົດ 631 ແຫ່ງທຽບໃສ່ 5 ປີ ຜ່ານມາເພີ່ມຂຶ້ນ 24 ແຫ່ງ, ມີນັກຮຽນທັງໝົດ 51,708 ຄົນ ທຽບໃສ່ 5 ປີຜ່ານມາ ລຸດລົງ 3,880 ຄົນ, ອັດຕາການເຂົ້າຮຽນສຸດທິຊັ້ນປະຖົມ 6-10 ປີ
ບັນລຸ 98.8% ທຽບໃສ່ແຜນ 5 ປີ ຜ່ານມາ ເພີ້ມຂື້ນ 2.6%, ອັດຕາຄ້າງຫ້ອງຍັງເຫຼືອ 8.3% ທຽບໃສ່ແຜນ 5 ປີ ຜ່ານມາ ລຸດ 7.7% ແລະ ອັດຕາປະລະການຮຽນຍັງເຫຼືອ 6.3% ທຽບໃສ່ແຜນ 5 ປີ ຜ່ານມາ ລຸດລົງ 4%.
-    ໂຮງຮຽນມັດທະຍົມທັງໝົດ 129 ແຫ່ງ,ທຽບໃສ່ແຜນ 5 ປີ ຜ່ານມາ ເພີ້ມຂື້ນ 38 ແຫ່ງ, (ໂຮງ ຮຽນມັດທະຍົມຕອນຕົ້ນ 76 ແຫ່ງ, ມັດທະຍົມສົມບູນ 51 ແຫ່ງ ແລະ ມັດທະຍົມຕອນປາຍ 2 ແຫ່ງ). ມີນັກຮຽນທັງໝົດ 34,691 ຄົນ
ທຽບໃສ່ແຜນ 5 ປີ ຜ່ານມາ ເພີ້ມຂື້ນ 7,801 ຄົນ, ໃນນັ້ນ: ມໍຕົ້ນ 24,822 ຄົນ ເພີ້ມຂື້ນ 5,914 ຄົນ, ມໍປາຍ 9,869 ຄົນ ເພີ້ມຂື້ນ 1,887 ຄົນ. ອັດຕາການເຂົ້າຮຽນລວມຊັ້ນມໍຕົ້ນ 67.8% ທຽບໃສ່ແຜນ 5 ປີ ຜ່ານມາ
ເພີ້ມຂື້ນ 14% ແລະ ອັດຕາການເຂົ້າຮຽນຊັ້ນມໍປາຍ 36.9% ທຽບໃສ່ແຜນ 5 ປີ ຜ່ານມາ ເພີ້ມຂື້ນ 7.6%.
-     ການສຶກສານອກໂຮງຮຽນໄດ້ຮັບການສະໜັບສະໜູນງົບປະມານຈາກພາກລັດ ແລະ ສາກົນ ເຊັ່ນ: ໂຄງການພັດທະ ນາການສຶກສາຂັ້ນພື້ນຖານ, ແຜນການສຶກສາເພື່ອໝົດທຸກຄົນ ແລະ ອົງການອຸຍນິເຊັບ ມີຜູ້ຮຽນຈົບປະຖົມບຳລຸງທັງໝົດ 38,959 ຄົນ,
ຍິງ 18,448 ຄົນ ເຖິງປະຈຸບັນນີ້ປະຊາຊົນອາຍຸ 15-40 ປີ ຮູ້ໜັງສື 99.01% ແລະ ປະກາດເມືອງຈົບປະຖົມບຳລຸງໄດ້ 10 ເມືອງ ແລະ ສາມາດປະກາດແຂວງຄຳມ່ວນ ຈົບປະຖົມບຳລຸງໄດ້ ໃນວັນທີ 14/11/2014.
-    ສໍາເລັດການເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດຄັ້ງທີ IX ທີ່ແຂວງຫຼວງພະບາງ 13-21/12/2011 ສາມາດຍາດໄດ້ຫຼຽນຄຳ 5 ຫຼຽນຄຳ, 9 ຫຼຽນເງິນ ແລະ 18 ຫຼຽນທອງລວມ 32 ຫຼຽນຢູ່ໃນອັນດັບ 10 ຂອງ 20 ພາກສ່ວນສົ່ງເຂົ້າຮ່ວມແຂ່ງຂັນ.
-    ສຳເລັດການເປັນເຈົ້າພາບຈັດການແຂ່ງຂັນກິລາເປຕັງທົ່ວປະເທດຊີງຂັນປະທານສະພາແຫ່ງຊາດຄັ້ງທີ 3 ວັນທີ 25-27/5/2012 ແລະ ສຳເລັດການເຂົ້າຮ່ວມງານມະຫາກຳກິລານັກຮຽນທົ່ວປະເທດຄັ້ງທີ V ທີ່ແຂວງຈຳປາສັກ ວັນທີ 6-22 ກຸມພາ 2014,
ຜົນການແຂ່ງຂັນສາມາດຍາດໄດ້ທັງໝົດ 29 ຫຼຽນ (ຫຼຽນຄຳ 6 ຫຼຽນ, ຫຼຽນເງິນ 7 ຫຼຽນແລະຫຼຽນທອງ 16 ຫຼຽນ) ຢູ່ອັນດັບທີ 6 ຂອງ 17 ແຂວງທີ່ເຂົ້າຮ່ວມການແຂ່ງຂັນ.
-    ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ່ ທີ່ແຂວງອຸດົມໄຊ, ແຂວງຄຳມ່ວນ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 184 ຄົນ, ຍິງ 48 ຄົນ, ມີ 15 ປະເພດກິລາ ແລະ ສາມາດຍາດໄດ້ຫຼຽນລາງວັນ ໃນອັນດັບທີ່ 12, ໃນຈຳນວນ 25 ພາກສ່ວນທີ່ສົ່ງນັກກິລາເຂົ້າຮ່ວມ,
ສາມາດຍາດຫຼຽນທັງໝົດ 41 ຫຼຽນ ມີ: ຫຼຽນຄຳ 6 ຫຼຽນ, ຫຼຽນເງິນ 14 ຫຼຽນ ແລະ ຫຼຽນທອງ 21 ຫຼຽນ ( ພິເສດແມ່ນໄດ້ຮັບຫຼຽນຄຳກິລາບານເຕະ ).