ກ. ດ້ານບໍ່ແຮ່.
ການລົງທຶນໃນຂະແໜງການບໍ່ແຮ່ເຫັນວ່າມີການຂະຫຍາຍຕົວເພີ້ມຂື້ນມີຫຼາຍບໍລິສັດລົງທຶນເຂົ້າໃສ່ການຂຸດຄົ້ນແຮ່ທາດ ຕ່າງໆເຊັ່ນ: ຂຸດຄົ້ນ ເກືອໂປຕາສ, ຫີນກາວ, ກົ່ວ, ເຫຼັກ, ຫີນປູນ, ແຮ່ຊາຍ ແລະ ອື່ນໆ.
ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດທີ່ແຂວງ ແລະ ສູນກາງອານຸຍາດ ມີທັງໝົດ 67 ໂຄງການ ໃນປີ 2015.
ສໍາເລັດການສ້າງໂຮງງານປຸງແຕ່ງເກືອກາລີເຂດບ້ານດົງໄຕ້ ແລະ ເຂດບ້ານຍົມມະລາດ ເມືອງທ່າແຂກ, ມີກໍາລັງຜະລິດ 50,000 ໂຕນ/ປີ ກໍາລັງການຜະລິດເພິ້ມຂື້ນເປັນ 2,500,000 ໂຕນ/ປີ ເຊີ່ງຈະເປັນການເພີ້ມຖານລາຍຮັບໃຫ້ງົບປະມານແຫ່ງຊາດ.
ດ້ານການຜະລິດໃນສົກປີ 2014-2015 ມູນຄ່າທັງໝົດ 188,803,152 ໂດລາສະຫະລັດ, ການຈຳໜ່າຍແຮ່ທາດທັງໝົດ 194,883,135 ໂດລາສະຫະລັດ. ໃນນັ້ນ: ຈຳໜ່າຍພາຍໃນ 2,423,150 ໂດລາສະຫະລັດ ແລະ
ຈຳໜ່າຍອອກຕ່າງປະເທດ 192,459,985 ໂດລາສະຫະລັດ. ມູນຄ່າສຳປະທານຂຸດຄົ້ນບໍ່ແຮ່ທັງໝົດ 63,442 ໂດລາສະຫະລັດ ແລະ ຄ່າພັນທະຕ່າງໆມີ 3,509,865 ໂດລາສະຫະລັດ.
ຂ. ດ້ານພະລັງງານໄຟຟ້າ.
ສົກປີ 2011-2015 ຜະລິດກະແສໄຟຟ້າໄດ້ 900.87 ລ້ານກິໂລໂມງ ລື່ນແຜນການ 4.85% ສະເລ່ຍເພີ່ມຂື້ນ 7.47%/ປີ ແລະ ມີມູນຄ່າການຜະລິດ 407.15 ຕື້ກີບ.
ການຈໍາໜ່າຍກະແສໄຟຟ້າ 784.01 ລ້ານກິໂລວັດໂມງ, ລື່ນແຜນການ 5.51% ສະເລ່ຍເພີ່ມຂື້ນ 6.81%/ປີ, ມູນຄ່າຈໍາໜ່າຍ 516.34 ຕື້ກີບລື່ນແຜນການ 2%.
ການຊົມໃຊ້ໄຟຟ້າ: ໃນ 10 ຕົວເມືອງ ໄດ້ມີໄຟຟ້າຊົມໃຊ້ ເທົ່າກັບ 100%, ມີ 527 ບ້ານ, ເທົ່າກັບ 90.71% ຂອງຈໍານວນບ້ານທັງໝົດ ແລະ 66,541 ຄອບຄົວ ເທົ່າກັບ 93.19% ຂອງຄອບຄົວທັງໝົດ (ສົກປີ 2014-2015).
ປະຈຸບັນການກໍ່ສ້າງຕາຂ່າຍ 22 ກິໂລໂວນ (Kv) ມີ 236.02 ກິໂລແມັດ, ເທົ່າກັບ 62.22% ຂອງແຜນການ, ຕິດຕັ້ງໝໍ້ແປງຈຳໜ່າຍໄດ້ 105 ຊຸດເທົ່າກັບ 93.75% ຂອງແຜນການ, ກໍ່ສ້າງຕາຂ່າຍ 0.4 ກິໂລໂວນ(Kv) ໄດ້ 155.33 ກິໂລແມັດ
ເທົ່າກັບ 85.17% ຂອງແຜນການ, ການຕິດຕັ້ງໄຟຟ້າເຮືອນໄດ້ 6,485 ຫຼັງລື່ນແຜນການ 13.15% ຂອງແຜນການ 5 ປີ(2011-2015).
ລະບົບການຄຸ້ມຄອງຕາຂ່າຍໄຟຟ້າມີສາຍສົ່ງ 115 ກິໂລໂວນ(Kv) ມີ 781.91 ກິໂລແມັດ(Km) ທຽບໃສ່ທ້າຍປີ 2010 ເພີ່ມຂື້ນ 230.06%. ຕາຂ່າຍ 22 ແລະ 12.7 ກິໂລໂວນ ມີ 2,215.84 ກິໂລແມັດ ທຽບໃສ່ທ້າຍປີ 2010 ເພີ່ມຂື້ນ 23.96%,
ຕາຂ່າຍ 0.4 ແລະ 0.22 ກິໂລໂວນ 1,193.03 ກິໂລແມັດ ທຽບໃສ່ທ້າຍປີ 2010 ເພີ່ມຂື້ນ 20.66%, ໝໍ້ແປງຈໍາໜ່າຍ 1,784 ຊຸດ ທຽບໃສ່ທ້າຍປີ 2010 ເພີ່ມຂື້ນ 48.67%. ແລະ ຈໍານວນໝໍ້ນັບໄຟ 71,555 ໜ່ວຍ ທຽບໃສ່ທ້າຍປີ 2010
ເພີ່ມຂື້ນ 43.56%.
ລາຍຮັບປະຕິບັດໄດ້ 507.63 ຕື້ກີບ, ປະຕິບັດລາຍຈ່າຍໄດ້ 537.74 ຕື້ກີບ, ຜົນໄດ້ຮັບແມ່ນ(- 29.12ຕື້ກີບ). ບໍລິສັດໄຟຟ້າລາວມອບອາກອນໃຫ້ລັດ 53.26 ຕື້ກີບ. ສະເລ່ຍເພີ້ມຂື້ນ 12.26% ທຽບໃສ່ 5 ປີ ຜ່ານມາ.
ສຳເລັດການກໍ່ສ້າງເຂື່ອນໄຟຟ້າເທີນ-ຫີນບູນພາກຂະຫຍາຍມີກໍາລັງຕິດຕັ້ງ 280 MW ໃນປີ 2012, ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຫີນບູນ(ບ້ານ ທົ່ງລົມ)ມີກໍາລັງຕິດຕັ້ງ 30 MW ຄາດວ່າຈະສຳເລັດໃນປີ 2016. ເຂື່ອນໄຟຟ້າຂະໜາດນ້ອຍທີ່ກໍ່ສ້າງສຳເລັດແລ້ວ
2 ແຫ່ງຄື: ເຂື່ອນໄຟຟ້າວັງຈາງມີກໍາລັງຕິດຕັ້ງ 10 KW ແລະເຂື່ອນໄຟຟ້າຫ້ວຍແກ່ວງມີກໍາລັງຕິດຕັ້ງ 40 KW, ສໍາເລັດການສໍາຫຼວດເຂື່ອນໄຟຟ້ານ້ຳເທີນ 2 ພາກຂະຫຍາຍ, ເຂື່ອນຂະໜາດນ້ອຍ 3 ແຫ່ງ ແລະ ໄຟຟ້າພະລັງລົມ.
ປະຈຸບັນທົ່ວແຂວງໄດ້ສ້າງເຂື່ອນໄຟຟ້າສໍາເລັດແລ້ວຄື: ເຂື່ອນໄຟຟ້ານໍ້າເທີນ 2 ມີກໍາລັງຕິດຕັ້ງ 1,080 MW, ເທີນຫີນບູນ ມີກຳລັງຕິດຕັ້ງ 250 MW, ເທີນຫີນບູນພາກຂະຫຍາຍມີກຳລັງຕິດຕັ້ງ 280 MW, ນໍ້າເທີນຫີນບູນ (ບ້ານທົ່ງລົມ), ມີກໍາລັງຕິດຕັ້ງ 30 MW,
ລວມທັງໜົດມີກໍາລັງຕິດຕັ້ງ 1,640 MW.