ເວັບໄຊທາງການ
ກະຊວງແຜນການ ແລະ ການລົງທືນ
ພະແນກແຜນການ ແລະ ການລົງທືນ
ແຂວງຄໍາມ່ວນ, ສປປ ລາວ.
ວິໃສທັດ: ແຂວງຄໍາມ່ວນ ເປັນແຫລ່ງສະບຽງອາຫານ, ເປັນສູນກາງການຄ້າ ແລະ ບໍລິການ-ການທ່ອງທ່ຽວ.
ອັບເດດລ່າສຸດ: 2023-12-07 20:00:12

ຂະແໜງປະເມີນຜົນ

   ໜ້າທີ່ ຂອງຂະແໜງ ປະເມີນຜົນ


-     ກວດກາ, ປະເມີນຜນ, ເນື້ອໃນບົດວິພາກເສດຖະກິດ-ເຕັກນິກບັນດາໂຄງການລົງທືນ ຂອງລັດ, ການກູ້ຢືມ-ຊ່ວຍເຫຼືອລ້າ ທີ່ຂື້ນກັບຄວາມຮັບພິຊອບ
ຂອງຕົນ ພ້ອມກັນນັ້ນ, ກໍ່ເຂົ້າຮ່ວມການຕິດຕາມກວດກາ ແລະ ປະເມີນຜົນບັນດາໂຄງການລົງທືນ ທີ່ສູນກາງຄຸ້ມຄອງຊຶ່ງຕັ້ງຢູພາຍໃນແຂວງ
ແລະ ນະຄອນ ຕາມການມອບໝາຍຈາກ ພະແນກແຜນການ ແລະ ການລົງທືນ.
-    ເຂົ້າຮ່ວມການກວດກາຕີລາຄາຜົນສຳເລັດ ແລະ ປະສິດທິຜົນ ຂອງວຽກງານໂຄງການທີ່ໃດ້ດຳເນີນໄນ 3 ໄລຍະ
ຕາມບົດວິພາກດ້ານເສດຖະກິດ-ເຕັກນິກ ແລະ ລະບຽບການຕ່າງໆ ທີ່ກຳນົດໄວ້.
-    ສົມທົບກັບທະນາຄານຕິດຕາມ, ກວດກາໂຄງການນຳໃຊ້ສິນເຊື່ອ ເພື່ອຊຸກຍູ້ໂຄງການພະລິດສິນຄ້າ ແລະ ການບໍລິການ.
-    ເຂົ້າຮ່ວມຄົ້ນຄວ້າ ເພື່ອແກ້ໄຂບັນຫາທີ່ເກີດຂື້ນໃນໂຄງການລົງທຶນ ຂອງລັດ ທີ່ພົວພັນເຖີງເຕັກນິກ ຕາມການຊີ້ນຳ ຂອງຫົວໜ້າພະແນກ.
-    ສະຫຼຸບລາຍງານ ຜົນການຕິດຕາມການປະເມີນຈັດຕັ້ງປະຕິບັດໂຄງການ ເປັນປະຈຳເດືອນ, ງວດ ແລະ ປະຈຳປີ ເພື່ອສະເໜີໃຫ້ຫົວໜ້າພະແນກພິຈາລະນາ.