ເວັບໄຊທາງການ
ກະຊວງແຜນການ ແລະ ການລົງທືນ
ພະແນກແຜນການ ແລະ ການລົງທືນ
ແຂວງຄໍາມ່ວນ, ສປປ ລາວ.
ວິໃສທັດ: ແຂວງຄໍາມ່ວນ ເປັນແຫລ່ງສະບຽງອາຫານ, ເປັນສູນກາງການຄ້າ ແລະ ບໍລິການ-ການທ່ອງທ່ຽວ.
ອັບເດດລ່າສຸດ: 2023-12-07 20:00:12

ໂຄງການລັດຖະບານ

  

ໂຄງການຈາກທືນລັດຖະບານ

       ສົກປີ 2011-2015 ສະພາອະນຸມັດໂຄງການລົງທຶນຂອງລັດທັງໝົດມີ 1.382 ໂຄງການ, ມູນຄ່າລວມທັງໝົດ 17.075,45 ຕື້ກີບ (ທຶນພາຍໃນ 14.901,57 ຕື້ກີບ ແລະ ທຶນຕ່າງປະເທດ 2.173,88 ຕື້ກີບ), ມູນຄ່າອະນຸມັດ 510,15 ຕື້ກີບ (ທຶນພາຍໃນ 303,77 ຕື້ກີບ ແລະ ທຶນຕ່າງປະເທດ 206,38 ຕື້ກີບ), ທຽບໃສ່ແຜນ 5 ປີ 2011-2015 ປະຕິບັດໄດ້ລື່ນແຜນການ 22,47% ຫຼື ເທົ່າກັບ 114,67ຕື້ກີບ. (ສົມທຽບງົບປະມານທີ່ອະນຸມັດຕົວຈິງ 2006-2010 ມູນຄ່າ 234,59 ຕື້ກີບ, 2011-2015 ມູນຄ່າ 510,15 ຕື້ກີບ ເພີ້ມຂື້ນ 54,01%).        ແຕ່ລະສົກປີມີດັ່ງນີ້: 1.    ສົກປີ 2010-2011 ມີ 196 ໂຄງການ, ມູນຄ່າລວມ 1.591,91 ຕື້ກີບ (ທຶນພາຍໃນ 934,99 ຕື້ກີບ ແລະ ທຶນຕ່າງປະເທດ 656,91 ຕື້ກີບ), ມູນຄ່າອະນຸມັດ 90,92 ຕື້ກີບ, ໃນນັ້ນ: ທຶນພາຍໃນ 36,67 ຕື້ກີບ ແລະ ທຶນຕ່າງປະເທດ 54,25 ຕື້ກີບ. 2.    ສົກປີ 2011-2012 ມີ 259 ໂຄງການ, ມູນຄ່າລວມ 3.203,05 ຕື້ກີບ (ທຶນພາຍໃນ 2.514,49 ຕື້ກີບ ແລະ ທຶນຕ່າງປະເທດ 661,55 ຕື້ກີບ), ມູນຄ່າອະນຸມັດ 106,36 ຕື້ກີບ,ໃນນັ້ນ: ທຶນພາຍໃນ 42,03 ຕື້ກີບ ແລະ ທຶນຕ່າງປະເທດ 64,36 ຕື້ກີບ. 3.    ສົກປີ 2012-2013 ມີ 288 ໂຄງການ, ມູນຄ່າລວມ 4.005,43 ຕື້ກີບ (ທຶນພາຍໃນ 3.385,03 ຕື້ກີບ ແລະ ທຶນຕ່າງປະເທດ 620,40 ຕື້ກີບ), ມູນຄ່າອະນຸມັດ95,40ຕື້ກີບ, ໃນນັ້ນ: ທຶນພາຍໃນ 48,37 ຕື້ກີບ ແລະ ທຶນຕ່າງປະເທດ 47,03 ຕື້ກີບ. 4.    ສົກປີ 2013-2014 ມີ 346 ໂຄງການ, ມູນຄ່າລວມ 4.223,02 ຕື້ກີບ (ທຶນພາຍໃນ 4.118,97 ຕື້ກີບ ແລະ ທຶນຕ່າງປະເທດ 104,05 ຕື້ກີບ), ມູນຄ່າອະນຸມັດ 100,07 ຕື້ກີບ, ໃນນັ້ນ: ທຶນພາຍໃນ 81,10 ຕື້ກີບ ແລະ ທຶນຕ່າງປະເທດ 18,97 ຕື້ກີບ. 5.    ສົກປີ 2014-2015 ມີ 293 ໂຄງການ, ມູນຄ່າລວມ 4.052,04 ຕື້ກີບ (ທຶນພາຍໃນ 3.948,09 ຕື້ກີບ ແລະ ທຶນຕ່າງປະເທດ 103,94 ຕື້ກີບ), ມູນຄ່າອະນຸມັດ 117,40 ຕື້ກີບ, ໃນນັ້ນ: ທຶນພາຍໃນ 95,06 ຕື້ກີບ ແລະ ທຶນຕ່າງປະເທດ 21,8 ຕື້ກີບ. 6.    ຮອດປະຈຸບັນແຂວງມີໜີ້ສິນການລົງທຶນຂອງລັດທີ່ຍັງຄ້າງຕາມຜົນສໍາເລັດກວດກາ 100% ມີທັງໝົດ 89 ໂຄງການ, ມູນຄ່າ 291,86 ຕື້ກີບ.