ເວັບໄຊທາງການ
ກະຊວງແຜນການ ແລະ ການລົງທືນ
ພະແນກແຜນການ ແລະ ການລົງທືນ
ແຂວງຄໍາມ່ວນ, ສປປ ລາວ.
ວິໃສທັດ: ແຂວງຄໍາມ່ວນ ເປັນແຫລ່ງສະບຽງອາຫານ, ເປັນສູນກາງການຄ້າ ແລະ ບໍລິການ-ການທ່ອງທ່ຽວ.
ອັບເດດລ່າສຸດ: 2023-12-07 20:00:12

ແຫຼ່ງລາຍຮັບ

     ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ໄດ້ກໍານົດການຂະຫຍາຍຕົວຂອງ ເສດຖະກິດຢູ່ໃນລະດັບ 12%, ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີເທົ່າກັບ 14,489,670 ກີບ/ຄົນ/ປີ ຫຼື ເທົ່າກັບ 1,883 ໂດລາສະຫະລັດ (2013/14 ເສດຖະກິດຂະຫຍາຍຕົວ 12.99% ລາຍຮັບສະເລ່ຍຕໍຫົວຄົນຕໍ່ປີ ປະຕິບັດໄດ້ແລ້ວ 1,ຼ684 ໂດລາສະຫະລັດ) ຕາມການຄາດຄະເນໃນສົກປີ 2014/15 ຈະປະຕິບັດໄດ້ 1,857 ໂດລາສະຫະລັດ/ຄົນ/ປີ.

ໂຄງປະກອບເສດຖະກິດຕາມແຜນກອງປະຊຸມໃຫຍ່ຄັ້ງທີ VIII ກຳນົດໄວ້ ໃນປີ 2015 ໃຫ້ໄດ້:

  • -    ຂະແໜງກະສິກໍາ-ປ່າໄມ້ ກວມປະມານ 29.5% ຂອງ GDP(2013/14 ປະຕິບັດໄດ້ 24.21%) ຄາດຄະເນ 2014-2015 ກວມ 24.00% ຂອງ GDP.
  • -    ຂະແໜງອຸດສາຫະກໍາ ກວມປະມານ 44.8% ຂອງ GDP( 2013/14 ປະຕິບັດໄດ້ 39.96%) ຄາດຄະເນ 2014-2015 ກວມ 41.18% ຂອງ GDP.
  • -    ຂະແໜງບໍລິການ ກວມປະມານ 25.7% ຂອງ GDP (2013/14 ປະຕິບັດໄດ້ 35.23%) ຄາດຄະເນ 2014-2015 ກວມ 34.80% ຂອງ GDP.
  •   ສົກປີ 2011-2015 ສະພາອະນຸມັດໂຄງການລົງທຶນຂອງລັດທັງໝົດມີ 1,382 ໂຄງການ, ມູນຄ່າລວມທັງໝົດ 17,075.45 ຕື້ກີບ (ທຶນພາຍໃນ 14,901.57 ຕື້ກີບ ແລະ ທຶນຕ່າງປະເທດ 2,173.88 ຕື້ກີບ), ມູນຄ່າອະນຸມັດ 510.15 ຕື້ກີບ (ທຶນພາຍໃນ 303.77 ຕື້ກີບ ແລະ ທຶນຕ່າງປະເທດ 206.38 ຕື້ກີບ), ທຽບໃສ່ແຜນ 5 ປີ 2011-2015 ປະຕິບັດໄດ້ລື່ນແຜນການ 22.47% ຫຼື ເທົ່າກັບ 114.67 ຕື້ກີບ. (ສົມທຽບງົບປະມານທີ່ອະນຸມັດຕົວຈິງ 2006-2010 ມູນຄ່າ 234.59 ຕື້ກີບ, 2011-2015 ມູນຄ່າ 510.15 ຕື້ກີບ ເພີ້ມຂື້ນ 54.01%).

  •   ການລົງທຶນຊ່ວຍເຫຼືອເພື່ອການພັດທະນາ ແລະ ກູ້ຢືມ ແຕ່ປີ 2011-2015 ມີ 40 ໂຄງການ, ເປັນເງິນກີບ 852.41 ຕື້ກີບ ແລະ ເປັນເງິນໂດລາ 84,280,064 ໂດລາສະຫະລັດ, ໃນນັ້ນ: ທືນຊ່ວຍເຫຼືອລ້າ ODA ມີ 03 ໂຄງການ, ມູນຄ່າ 18,000,000 ໂດລາສະຫະລັດ, ທືນ NGO ມີ 12 ອົງການ, 26 ໂຄງການ, ມູນຄ່າ 34,280,064 ໂດລາສະຫະລັດ ແລະ ທຶນກູ້ຢືມ 01 ໂຄງການ, ມູນຄ່າ 32,000,000 ໂດລາສະຫະລັດ.

  •   ສົກປີ 2011-2015 ມີການລົງທຶນພາຍໃນ-ຕ່າງປະເທດທັງໝົດ 182 ໂຄງການ, ມີມູນຄ່າ 13,265.46 ຕື້ກີບ,ທຶນຈົດທະບຽນ 4,847.89 ຕື້ກີບ, ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ເພີ້ມຂື້ນ 177%.

  •   ສົກປີ 2011-2015 ທະນາຄານສາມາດລະດົມແຫລ່ງທຶນໄດ້ 1,488.51 ຕື້ກີບ, ປ່ອຍສິນເຊື່ອໄດ້ 1,088.02 ຕື້ກີບ.

  •   ຄາດຄະເນສົກປີ 2015 ອັດຕາແລກປ່ຽນໃນລະດັບ 7,696 ກີບ/ 1 ໂດລາສະຫະລັດ( 2013/14 ເທົ່າກັບ 8,059 ກີບ/1 ໂດລາສະຫະລັດ.

  •   ຄາດຄະເນປະຊາກອນປີ 2015 ເທົ່າກັບ 404,654 ຄົນ( 2013/14 ມີ 396,729 ຄົນ ອັດຕາການຂະຫຍາຍຕົວຢູ່ໃນລະດັບ 2% ).

  •   ການເກັບລາຍຮັບເຂົ້າງົບປະມານຕາມແຜນທີ່ກຳນົດໄວ້ແຕ່ລະປີເພີ່ມຂື້ນປະມານ 20% ເທົ່າກັບ 1,601.47 ຕື້ກີບ (ໃນປີ 2014-2015), ແຕ່ການຈັດຕັ້ງປະຕິບັດຕົວຈິງເຖິງປະຈຸບັນໄດ້ແລ້ວ 2,100.35 ຕື້ກີບ (ໃນນັ້ນ: ງົບປະມານສູນກາງ 970.19 ຕື້ກີບ, ງົບປະມານທ້ອງຖິ່ນ 1,130.13 ຕື້ກີບ), ຖ້າທຽບໃສ່ແຜນ 5 ປີ ຂອງກອງປະຊຸມໃຫຍ່ຄັ້ງທີ່ VIII ຂອງອົງຄະນະພັກແຂວງປະຕິບັດໄດ້ 127.24% ແລະ ຖ້າທຽບໃສ່ແຜນໄດ້ຮັບຕົວຈິງໃນ 5 ປີ ປະຕິບັດໄດ້ 100.64%. ລາຍຈ່າຍງົບປະມານຂອງແຂວງປະຕິບັດໄດ້ 1,789.80 ຕື້ກີບ, ເທົ່າກັບ 96.76%. ຖ້າທຽບໃສ່ແຜນ 5 ປີ ຂອງກອງປະຊຸມໃຫຍ່ຄັ້ງທີ່ VIII ຂອງອົງຄະນະພັກແຂວງປະຕິບັດໄດ້ 157.03% ແລະ ຖ້າທຽບໃສ່ແຜນລາຍຈ່າຍຕົວຈິງໃນ 5 ປີ ປະຕິບັດໄດ້ 96.76%.

  •   ການຜະລິດເຂົ້າໃນປີ 2014 ໄດ້ 328,620 ໂຕນ, ເພີ້ມຂຶ້ນ 6.27%/ປີ ( ສົກປີ 2015 ການຜະລິດເຂົ້າໃຫ້ໄດ້ 382,340 ໂຕນ).

  •   ຄາດຄະເນລວມຍອດຜະລິດຕະພັນການສົ່ງອອກເພີ້ມ 11%/ປີ, ເທົ່າກັບ 170.36 ລ້ານໂດລາສະ ຫະລັດ, ມາເຖິງປະຈຸບັນປະຕິບັດໄດ້ 405.57 ລ້ານໂດລາສະຫະລັດ, ເພີ້ມຂຶ້ນ 238% ຂອງແຜນການ 5 ປີ, ການນຳເຂົ້າຢູ່ໃນລະດັບ 7%/ປີ ເທົ່າກັບ 456.06 ລ້ານໂດລາສະຫະລັດ, ມາເຖິງປະຈຸບັນປະຕິບັດໄດ້ 932.62 ລ້ານໂດລາສະຫະລັດ, ເພີ້ມຂື້ນ 51.10% ທຽບໃສ່ແຜນ 5 ປີ.

  •   ການຈໍລະຈອນສິນຄ້າບັນລຸ 8,358.64 ຕື້ກີບ ທຽບໃສ່ແຜນ 5 ປີ ເພີ້ມຂຶ້ນ 604%.

  •   ການຜະລິດແຮ່ທາດຮອດປະຈຸບັນປະຕິບັດ ໄດ້ 188.80 ລ້ານໂດລາສະຫະລັດ, ການຈຳໜ່າຍ 194.88 ລ້ານໂດລາສະຫະລັດ. ໃນນັ້ນ: ຈຳໜ່າຍພາຍໃນ 2.42 ລ້ານໂດລາສະຫະລັດ ແລະ ຈຳໜ່າຍ ອອກຕ່າງປະເທດ 192.45 ລ້ານໂດລາສະຫະລັດ.
  •   ຄາດຄະເນການຊົມໃຊ້ໄຟຟ້າໃນຄົວເຮືອນ ປີ 2015 ຕາມແຜນທີ່ໄດ້ກຳນົດໄວ້ໃຫ້ໄດ້ 90%, ມາເຖິງປະຈຸບັນປະຕິບັດໄດ້ 93.19% ຂອງຄົວເຮືອນທັງໝົດ.

  •   ອັດຕາການການເຂົ້າຮຽນຊັ້ນປະຖົມແຕ່ອາຍຸ 6 ຫາ 10 ປີ ຕາມແຜນໄດ້ກຳນົດໄວ້ໃຫ້ໄດ້ 98% ( ໃນປີ 2015 ), ມາເຖິງປະຈຸບັນປະຕິບັດໄດ້ 98.8% (ທຽບໃສ່ 5 ປີຜ່ານມາເພີ້ມຂື້ນ 2.6%) ອັດຕາເຂົ້າຮຽນຊັ້ນມັດທະຍົມຕອນຕົ້ນຕາມແຜນໄດ້ກຳນົດໄວ້ໃຫ້ໄດ້ 60% ( ໃນປີ 2015 ), ມາເຖິງປະຈຸບັນປະຕິບັດໄດ້ 67.8% (ທຽບໃສ່ 5 ປີ ຜ່ານມາເພີ້ມຂື້ນ 14%). ອັດຕາເຂົ້າຮຽນຊັ້ນມັດ ທະຍົມຕອນປາຍຕາມແຜນໄດ້ກຳນົດໄວ້ໃຫ້ໄດ້ 40%( ໃນປີ 2015 ), ມາເຖິງປະຈຸບັນປະຕິບັດໄດ້ 36.9% (ທຽບໃສ່ 5 ປີ ຜ່ານມາ ເພີ້ມຂື້ນ 7.6%). ອັດຕາການຮູ້ໜັງສືໃນກຸ່ມອາຍຸ 15 ຫາ 40 ປີ ຕາມແຜນໄດ້ກຳນົດໄວ້ໃຫ້ໄດ້ 99.50%( ໃນປີ 2015 ), ມາເຖິງປະຈຸບັນໄດ້ 99.01%.

  •   ຫລຸດຜ່ອນອັດຕາການຕາຍຂອງແມ່ຕາມແຜນໄດ້ກຳນົດໄວ້ໃຫ້ໄດ້ 260/100,000 ຄົນ, ມາເຖິງປະຈຸບັນປະຕິບັດໄດ້ 79/100,000 ຄົນ ທຽບໃສ່ແຜນ 5 ປີ ຫລື່ນຄາດໝາຍ. ຫລຸດຜ່ອນການຕາຍຂອງເດັກລຸ່ມ 5 ປີ ຕາມແຜນໄດ້ກຳນົດໄວ້ໃຫ້ໄດ້ 49/1,000 ຄົນ, ມາເຖິງປະຈຸບັນປະຕິບັດໄດ້ 27/1,000 ຄົນ ທຽບໃສ່ແຜນ 5 ປີ ຫລື່ນຄາດໝາຍ ແລະ ເດັກອາຍຸຫລຸດ 1 ປີ ຕາມແຜນໄດ້ກຳນົດໄວ້ໃຫ້ໄດ້ 43/1,000 ຄົນ, ມາເຖິງປະຈຸບັນປະຕິບັດໄດ້ 22/1,000 ຄົນ ທຽບໃສ່ແຜນ 5 ປີ ລື່ນຄາດໝາຍ.


  • ການບໍລິການທາງຜ່ານ:

  • -    ກ່ອນການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ່ 3 ໃນສົກປີ 2009-2010 ບໍລິມາດສິນຄ້າ 112,838 ໂຕນ, ບໍລິມາດຂົນສົ່ງສິນຄ້າທາງບົກ 130,997 ໂຕນ, ຈໍລະຈອນ 6,222,287 ໂຕນ/ກມ, ບໍລິມາດຂົນສົ່ງສິນຄ້າທາງນ້ຳ 114,922 ໂຕນ, ຈໍລະຈອນ 131,884 ໂຕນ/ກມ, ບໍລິມາດໂດຍສານທາງບົກ 154,921 ໂຕນ, ຈໍລະຈອນ 2,184,188 ໂຕນ/ກມ, ບໍລິມາດໂດຍສານທາງນ້ຳ 47,424 ໂຕນ, ຈໍລະຈອນ 69,657 ໂຕນ/ກມ, ມີນັກທ່ອງທ່ຽວເຂົ້າມາແຂວງຄຳມ່ວນທັງໜົດ 136,664 ຄົນ, ສາມາດສ້າງລາຍຮັບໄດ້ 81.18 ຕື້ກີບ.

  • -    ຫລັງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ່ 3 ໃນສົກປີ 2013-2014, ບໍລິມາດຂົນສົ່ງສິນຄ້າ 2,264,420 ໂຕນ, ບໍລິມາດຈໍລະຈອນສິນຄ້າ 174,227,511 ໂຕນ.ກມ.ບໍລິມາດຂົນສົ່ງໂດຍສານທາງບົກ 1,488,374 ຄົນ, ບໍລິມາດຈໍລະຈອນ 120,720,039 .ກມ, ບໍລິມາດຂົນສົ່ງສິນຄ້າທາງນ້ຳ 114,922 ໂຕນ, ຈໍລະຈອນ 131,884 ໂຕນ/ກມ, ບໍລິມາດໂດຍສານທາງນ້ຳ 47,424 ຄົນ, ຈໍລະຈອນ 69,657 ຄົນ/ກມ, ມີນັກທ່ອງທ່ຽວເຂົ້າມາແຂວງຄຳມ່ວນທັງໜົດ 407,464 ຄົນ, ສາມາດສ້າງລາຍຮັບໄດ້ 251.59 ຕື້ກີບ.

  • -    ການລືບລ້າງຄວາມທຸກຍາກຂອງແຂວງຫຼຸດລົງຈາກ 100 ບ້ານທຸກຍາກ, 4,005 ຄອບ ຄົວທຸກຍາກໃນສົກປີ 2009-2010, ຍັງເຫຼືອ 15 ບ້ານທຸກຍາກເທົ່າກັບ 2.6% ຂອງຈຳນວນບ້ານທົ່ວແຂວງ, 1,954 ຄອບຄົວທຸກຍາກ ເທົ່າກັບ 2.6% ຂອງຄອບຄົວທົ່ວແຂວງ ( ໃນສົກປີ 2014-2015 ).