ເວັບໄຊທາງການ
ກະຊວງແຜນການ ແລະ ການລົງທືນ
ພະແນກແຜນການ ແລະ ການລົງທືນ
ແຂວງຄໍາມ່ວນ, ສປປ ລາວ.
ວິໃສທັດ: ແຂວງຄໍາມ່ວນ ເປັນແຫລ່ງສະບຽງອາຫານ, ເປັນສູນກາງການຄ້າ ແລະ ບໍລິການ-ການທ່ອງທ່ຽວ.
ອັບເດດລ່າສຸດ: 2023-12-07 20:00:12

ດ້ານອຸດສະຫະກໍາ ແລະ ການຄ້າ

     ສົກປີ 2011-2015 ຂະແໜງອຸດສາຫະກໍາ ແລະ ຫັດຖະກໍາ ສາມາດອອກໃບອະນຸຍາດດໍາເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄດ້ທັງໝົດ 69 ແຫ່ງ, ໃນນັ້ນ: ຂະໜາດໃຫຍ່ 11 ແຫ່ງ, ກາງ 17 ແລະ ນ້ອຍ 41 ແຫ່ງ.
ປະຈຸບັນທົ່ວແຂວງມີໂຮງງານອຸດສາຫະກຳປຸງແຕ່ງທັງໝົດ 248 ແຫ່ງ (ຍົກເວັ້ນໂຮງສີເຂົ້າ) ມູນຄ່າການລົງທຶນ 1,737.49 ຕື້ກີບ; ໃນນັ້ນ: ໂຮງງານຂະໜາດໃຫຍ່ 85 ແຫ່ງ, ມູນຄ່າການລົງທຶນ 1,529.96 ຕື້ກີບ; ຂະໜາດກາງ 57 ແຫ່ງ, ມູນຄ່າ 172.31 ຕື້ກີບ ແລະ ຂະໜາດນ້ອຍ 106 ແຫ່ງ, ມູນຄ່າ 35.22 ຕື້ກີບ. ສາມາດປຸງແຕ່ງຜະລິດຕະພັນອຸດສາຫະກຳໄດ້ 66.06 ລ້ານໂດລາສະຫະລັດ (ສົກປີ 2013-2014).
ມີໂຮງສີເຂົ້າທັງໝົດ 1,732 ແຫ່ງ, ມູນຄ່າການລົງທຶນ 15.75 ຕື້ກີບ.

     ມີຫົວໜ່ວຍຫັດຖະກຳທັງໝົດ 826 ແຫ່ງ, ໃນນັ້ນມີ: ຫັດຖະກຳແຜ່ນແພ, ຜ້າໃໝ, ຕໍ່າຫູກ, ຈັກສານ, ຫຍິບກຸບ, ທັກຟອຍ, ປັ້ນໝໍ່ຫຼໍ່ໄຫ ແລະ ອື່ນໆ ໂດຍນຳໃຊ້ແຮງງານທັງໝົດ 1,128 ຄົນ, ຍິງ 216 ຄົນ.
ມູນຄ່າຜະລິດຕະພັນອຸດສາຫະກໍາ-ຫັດຖະກຳ ປຸງແຕ່ງ ສາມາດປະຕິບັດໄດ້ 3.11 ຕື້ກີບ, ທຽບໃສ່ 5 ປີ ຜ່ານມາ ເພີ້ມຂື້ນປະມານ 40.54%, ສະເລ່ຍອັດຕາການເພີ້ມຂື້ນ 8.11% ຕໍ່ປີ. ສ່ວນໃຫຍ່ແມ່ນຜະລິດຕະພັນປຸງແຕ່ງແຮ່ທາດ (ເກືອກາລີ), ຝຸ່ນຫີນກາວ, ຜະລິດຕະພັນໄມ້ ແລະ ແຮ່ກົ່ວເຄິ່ງສຳເລັດຮູບ.

      ຂື້ນທະບຽນວິສາຫະກິດທັງໝົດ 1,409 ຫົວໜ່ວຍ, ທຶນຈົດທະບຽນ 1,203.87 ຕື້ກີບ ແລະ 103.49 ລ້ານໂດລາສະຫະລັດ. ປະຈຸບັນທົ່ວແຂວງ ຂື້ນທະບຽນວິສາຫະກິດທັງໝົດ 4,395 ຫົວໜ່ວຍ ທຶນຈົດທະບຽນ 1,982.41 ຕື້ກີບ ແລະ 67.86 ລ້ານໂດລາສະຫະລັດ.
ສຳເລັດການຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າພາຍໃນແຂວງ ຈຳນວນ 7 ຄັ້ງ, ມີ 1,922 ຮ້ານ, ມູນຄ່າ 28.15 ຕື້ກີບ.
ສໍາເລັດການເຂົ້າຮ່ວມງານຕະຫຼາດນັດວາງສະແດງແລະຂາຍສິນຄ້າຢູ່ຕ່າງແຂວງ 4 ຄັ້ງ, ມີ 8 ຮ້ານ, ມູນຄ່າ 550 ລ້ານ.
ສໍາເລັດການເຂົ້າຮ່ວມງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າຢູ່ຕ່າງປະເທດ (ສສ ຫວຽດ ນາມ, ຣາຊາອານາຈັກໄທ, ສປ ຈີນ) ຈຳນວນ 7 ຄັ້ງ, ມີ 13 ຮ້ານ, ມູນຄ່າ 5.5 ຕື້ກີບ.

-    ຮັບຮອງຜະລິດຕະພັນສິນຄ້າໂອດ໋ອບຂັ້ນແຂວງທີ່ເປັນສິນຄ້າມີທ່າແຮງຂອງແຕ່ລະເມືອງໄດ້ 7 ຕົວເມືອງຄື:
+    ເມືອງທ່າແຂກ: ຜະລິດຕະພັນເຄື່ອງຫັດຖະກຳຈັກສານ.
+    ເມືອງໜອງບົກ: ຜະລິດຕະພັນເຄື່ອງປັ້ນ ດິນເຜົາ.
+    ເມືອງເຊບັ້ງໄຟ: ຜະລິດຕະພັນແຈ່ວນໍ້າຜັກ.
+    ເມືອງມະຫາໄຊ: ຜະລິດຕະພັນຕິບເຂົ້າໄມ້ແທ້.
+    ເມືອງຍົມມະລາດ: ຜະລິດຕະພັນແພຍ້ອມສີທຳມະຊາດ.
+    ເມືອງຫີນບູນ: ຜະລິດຕະພັນເຄື່ອງຫັດຖະກຳຟອຍແຂມ.
+    ເມືອງຄູນຄໍາ: ຜະລິດຕະພັນຜ້າຝ່າຍມັດໝີ່.

   ສາມາດອອກໃບຮັບຮອງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມໃຫ້ແກ່ໂຮງງານອຸດສາຫະກຳ ແລະ ຫັດຖະກຳປຸງແຕ່ງໄດ້ທັງໝົດ 227 ແຫ່ງ.

-   ມູນຄ່າສິນຄ້ານຳເຂົ້າ ປະຕິບັດໄດ້ທັງໝົດ 932,62 ລ້ານໂດລາສະຫະລັດ, ທຽບໃສ່ (2006-2010) ເພີ້ມຂື້ນ 104%; ທຽບໃສ່ແຜນການ 5 ປີ (2011-2015) ເພີ້ມຂື້ນ 51,10%. ໃນນັ້ນ:
-   ການນຳເຂົ້າສິນຄ້າຕາມແຜນ 363.76 ລ້ານໂດລາສະຫະລັດ, ສິນຄ້ານຳເຂົ້າຫຼາຍກວ່າໝູ່ແມ່ນ ເຄື່ອງວັດສະດຸກໍ່ສ້າງ, ພາຫະນະ-ອາໄຫຼ່, ເຄື່ອງໄຊ້ໄຟຟ້າ ແລະ ອື່ນໆ ສ່ວນຫຼາຍແມ່ນນຳເຂົ້າຈາກ ສສ ຫວຽດນາມ ແລະ ໄທ.
-   ນຳເຂົ້າສິນຄ້າຍົກເວັ້ນ 390.10 ລ້ານໂດລາສະຫະລັດ, ສິນຄ້ານຳເຂົ້າຫຼາຍກວ່າໝູ່ແມ່ນ ເຄື່ອງວັດສະດຸກໍ່ສ້າງພາຫະ ນະ-ອາໄຫຼ່, ເຄື່ອງໄຊ້ໄຟຟ້າ ແລະ ອື່ນໆ
-    ນຳເຂົ້າສິນຄ້າ 1% ແມ່ນ 33.64 ລ້ານໂດລາສະຫະລັດ, ສິນຄ້ານຳເຂົ້າຫຼາຍກວ່າໝູ່ແມ່ນ ເຄື່ອງວັດສະດຸກໍ່ສ້າງ, ພາຫະນະ-ອາໄຫຼ່, ເຄື່ອງໄຊ້ໄຟຟ້າ ແລະ ອື່ນໆ
-    ນຳເຂົ້າສິນຄ້ານອກແຜນ 144.74 ລ້ານໂດລາສະຫະລັດ, ສິນຄ້ານຳເຂົ້າຫຼາຍກວ່າໝູ່ແມ່ນ ນ້ຳມັນເຊື້ອໄຟ, ອາຍແກັດ ແລະ ພາຫະນະ.


ມູນຄ່າສິນຄ້າສົ່ງອອກ ປະຕິບັດໄດ້ທັງໝົດ 405.57 ລ້ານໂດລາສະຫະລັດ, ທຽບໃສ່ (2006-2010) ເພີ້ມຂື້ນ 424%, ທຽບໃສ່ແຜນການ 5 ປີ (2011-2015) ເພີ້ມຂື້ນ 238%,ໃນນັ້ນ:
-   ການສົ່ງອອກສິນຄ້າຕາມແຜນ 111.53 ລ້ານໂດລາສະຫະລັດ, ສິນຄ້າສົ່ງອອກສ່ວນຫຼາຍແມ່ນປະເພດໄມ້ ແລະ ຜະລິດຕະພັນໄມ້, ສິນຄ້າອຸດສາຫະກຳ, ສິນຄ້າກະສິກຳ ແລະ ອື່ນໆ.
-   ການສົ່ງອອກສິນຄ້ານອກແຜນ 294.04 ລ້ານໂດລາສະຫະລັດ, ສົ່ງອອກຫຼາຍກວ່າໝູ່ແມ່ນ ປະເພດ ສິນຄ້າ ອຸດສາ ຫະກຳເຊັ່ນ: ແຮ່ກົ່ວ, ເຫຼັກ, ຫີນກາວ, ເກືອກາລີ ແລະ ອື່ນໆ.
ຕົວເລກການເຄື່ອນຍ້າຍສິນຄ້າ ບັນລຸໄດ້ 62.32 ຕື້ກີບ, ທຽບໃສ່ແຜນ 5 ປີ (2011-2015) ປະຕິບັດໄດ້ 6.17%, ທຽບໃສ່ໄລຍະດຽວກັນ (2006-2010) ຫຼຸດລົງ 70.23%; ສາຍເຫດຍ້ອນວ່າປະຕິບັດຕາມແຈ້ງການຂອງກະຊວງອຸດສາຫະກຳ-ການຄ້າ ສະບັບເລກທີ 2215/ອຄ, ລົງວັນທີ 21 ພະຈິກ 2011 ວ່າດ້ວຍການລົບລ້າງການອອກອະນຸຍາດການເຄື່ອນຍ້າຍສິນຄ້າ. ສິນຄ້າທີ່ເຄື່ອນຍ້າຍຫຼາຍກວ່າໝູ່ແມ່ນ ສິນຄ້າກະສິກໍາ ກວມ 68.74%, ຮອງລົງມາແມ່ນໄມ້ ແລະ ຜະລິດຕະພັນໄມ້ ກວມ 29.06% ແລະ ຜະລິດຕະພັນອຸດສາຫະກຳ ກວມ 2.19%.
-   ການຈໍລະຈອນສິນຄ້າ ບັນລຸໄດ້ 8,358.64 ຕື້ກີບ, ທຽບໃສ່ແຜນການ 5 ປີ (2011-2015) ປະຕິບັດໄດ້ເກີນແຜນ 604%, ທຽບໃສ່(2006-2010) ເພີ້ມຂື້ນ 1,262%. ການຈໍລະຈອນສິນຄ້າຫຼາຍກວ່າໝູ່ແມ່ນ ເຄື່ອງວັດສະດຸກໍ່ສ້າງ ກວມ 25,99%, ເຄື່ອງອຸດສາຫະກຳ ກວມ 24.99%, ເຄື່ອງໄຊ້ໄຟຟ້າ ກວມ 15.57% ແລະ ອື່ນໆ.

ຮອດປະຈຸບັນແຂວງຄຳມ່ວນມີຕະຫຼາດທັງໝົດ 38 ແຫ່ງ, ໃນນັ້ນ: ຕະຫຼາດກາງ 2 ແຫ່ງ, ຕະຫຼາດນ້ອຍ 6 ແຫ່ງ ແລະ ອີກ 30 ແຫ່ງ ແມ່ນບໍ່ສາມາດແຍກເປັນຂະໜາດໄດ້ ຍ້ອນບໍ່ໄດ້ມາດຕະຖານ.
+    ການດຸ່ນດ່ຽງຂາເຂົ້າ-ຂາອອກ.
ປະຕິບັດການສົ່ງອອກ ແລະ ນຳເຂົ້າໄດ້ 1,338.19 ລ້ານໂດລາສະຫະລັດ, ທຽບໃສ່ຄາດໝາຍຮອດປີ 2015 ປະຕິບັດ 181.53%, ໃນນັ້ນ: ການນຳເຂົ້າໄດ້ 932.62 ລ້ານໂດລາສະຫະລັດ, ທຽບໃສ່ຄາດໝາຍຮອດປີ 2015 ປະຕິບັດໄດ້151.10%, ການສົ່ງອອກໄດ້ 405.57 ລ້ານໂດລາ, ທຽບໃສ່ຄາດໝາຍຮອດປີ 2015 ປະຕິບັດໄດ້ 338%, ຂາດດຸນການຄ້າ 527.05 ລ້ານໂດລາສະຫະລັດ, ເທົ່າກັບ 56.51%.