ເວັບໄຊທາງການ
ກະຊວງແຜນການ ແລະ ການລົງທືນ
ພະແນກແຜນການ ແລະ ການລົງທືນ
ແຂວງຄໍາມ່ວນ, ສປປ ລາວ.
ວິໃສທັດ: ແຂວງຄໍາມ່ວນ ເປັນແຫລ່ງສະບຽງອາຫານ, ເປັນສູນກາງການຄ້າ ແລະ ບໍລິການ-ການທ່ອງທ່ຽວ.
ອັບເດດລ່າສຸດ: 2023-12-07 20:00:12

ຂະແໜງການຮ່ວມມືສາກົນ

   ໜ້າທີ່ ຂອງຂະແໜງ ຮ່ວມມືສາກົນ


-     ຮ່າງ ແລະ ນຳສະເໜີແຜນການຮ່ວມມື ເພື່ອການພັດທະນາ ໃນແຕ່ລະໄລຍະຂໍອະນຸມັດສັນຍາ, ອະນຸສັນຍາ, ບົດ ບັນທຶນຄວາມເຂົ້າໃຈ
ແຜນການຮ່ວມມືເພື່ອການພັດທະນາ ໃນແຕ່ລະໄລຍະ ແລະ ເອກະສານອື່ນໆ ກ່ຽວກັບ ການຮ່ວມມືກັບຕ່າງປະເທດ ແລະ ການຂົນຂວາຍຍາດແຍ່ງການຊ່ວຍເຫຼືອທາງການເພື່ອການພັດທະນາ ລະຫວ່າງ ສປປ ລາວ ກັບ ຕ່າງປະເທດ.
-     ຄົ້ນຄ້ວາຂໍ້ສະເໜີຈາກພາກສ່ວນຕ່າງໆ ກ່ຽວກັບ ການຮ່ວມມືກັບຕ່າງປະເທດ ພ້ອມທັງສັງລວມສະພາບການຮ່ວມ ມື ເພື່ອການພັດທະນາຢ່າງເປັນ
ປົກກະຕິນຳສະເໜີລະບຽບການຕ່າງໆ ເພື່ອຄຸ້ມຄອງ ແຜນງານ ໂຄງການຮ່ວມມື ເພື່ອການພັດທະນາ.
-     ສະໜອງຂໍ້ມູນຂ່າວສານ ແລະ ແຈ້ງຜົນການຮ່ວມມື ເພື່ອການພັດທະນາໃຫ້ ເຈົ້າແຂວງ, ເຈົ້າຄອງນະຄອນ ແລະ ຂະແໜງການທີ່ກ່ຽວຂ້ອງ.
-     ເປັນໃຈກາງປະສານງານກັບຂະແໜງການຕ່າງໆ ອ້ອມຂ້າງແຂວງ ເພື່ອຜັນຂະຫຍາຍແຜນຍຸດທະສາດການຮ່ວມມື ເພື່ອການພັດທະນາເປັນຕົ້ນ:
ສັງລວມແຜນປະກອບທຶນສົມທົບພາຍໃນ,ສ້າງ ແລະ ນຳສະເໜີແຜນງານ ໂຄງການ ຮ່ວມມື ເພື່ອການພັດທະນາລະອຽດເພື່ອຂໍອະນຸມັດ.
-     ເປັນເຈົ້າການຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດ ແຜນງານ ໂຄງການຮ່ວມມື ເພື່ອ ການພັດທະນາ ຢ່າງເປັນປົກກະຕິ
ພ້ອມທັງສະຫຼຸບລາຍງານ ແລະ ມີວິທີການຕ່າງໆ ເພື່ອປັບປຸງແກ້ໄຂຂໍ້ຄົງຄ້າງໃນ ການຈັດຕັ້ງປະຕິບັດຕົວຈິງ.
-    ເຂົ້າຮ່ວມກອງປະຊຸມທົບທວນຄືນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ແຜນງານໂຄງການຮ່ວມມື ເພື່ອການ ພັດທະນາກັບຂະແໜງການຕ່າງໆ
ອ້ອມຂ້າງສູນກາງ ແລະ ທ້ອງຖິ່ນດຳເນີນກອງປະຊຸມ ປະຈຳເດືອນ, ປະຈຳງວດ, ປະຈຳຫົກເດືອນ ແລະ ປະຈຳປີ ກັບຜູ້ໃຫ້ທຶນ.
-    ເປັນເຈົ້າການເຜີຍແຜ່ແນວທາງນະໂຍບາຍ ຂອງພັກ ແລະ ລັດ ກ່ຽວກັບ ການຮ່ວມມືກັບຕ່າງປະເທດ ແລະ ການ ຂົນຂວາຍຍາດແຍ່ງການຊ່ວຍເຫຼືອ
ທາງການເພື່ອການພັດທະນາພ້ອມທັງຈັດຝຶກອົບຮົມ ດ້ານການຄຸ້ມຄອງໂຄງການໃຫ້ຂະແໜງການຕ່າງໆ ອ້ອມຂ້າງແຂວງ ແລະ ນະຄອນ.