ໜ້າທີ່ຂອງຂະແໜງ ສົ່ງເສີມການລົງທຶນ
- ຈັດຕັ້ງປະຕິບັດແຈ້ງການແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ແລະ ດຳລັດວ່າດ້ວຍການສົ່ງເສີມການລົງທຶນ.
- ເປັນເຈົ້າການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍການລົງທຶນເພື່ອດືງດູດເອົານັກລົງທືນມາລົງທືນພ້ອມທັງສະໜອງຂໍ້ມູນ
ຂ່າວສານທາງດ້ານເສດຖະກິດທີ່ຈຳເປັນໃຫ້ນັກລົງທືນພາຍໃນ ແລະ ຕ່າງປະເທດ ແລະ ເອື້ອອຳນວຍຄວາມສະດວກໃນການປະສານສົມທົບທີ່ດີກັບຂະແໜງການທີ່ກ່ຽວກັບການລົງທືນຕາມການເຫັນດີຂອງຫົວໜ້າພະແນກ.
- ສົມທົບກັບຂະແໜງການວິຊາສະເພາະ ທີ່ກ່ຽວຂ້ອງຄົ້ນຄ້ວາພິຈາລະນາການສະເໜີຂໍລົງທຶນຂອງນັກລົງທຶນພາຍໃນ ແລະ ຕ່າງປະເທດ ຢູ່ໃນແຂວງ
ແລະ ນະຄອນເພື່ອລາຍງານໃຫ້ຫົວໜ້າພະແນກພິຈາລະນາ ແລະ ເປັນໃຈກາງຈັດຕັ້ງປະຕິບັດວຽກງານປະຕູດຽວ.
- ຄຸ້ມຄອງບັນດາໂຄງການລົງທຶນຕ່າງໆ ທີ່ຢູ່ໃນຂອບເຂດຮັບຜິດຊອບຂອງຕົນບົນພື້ນຖານສັນຍາ ແລະ ບົດວິພາກທາງດ້ານເສດຖະກິດ-ເຕັກນິກ
ທີ່ກຳນົດໄວ້. ພ້ອມກັນນັ້ນກໍ່ເຂົ້າຮ່ວມຕິດຕາມກວດກາບັນດາໂຄງ ການລົງທຶນເອກະຊົນທີ່ຂື້ນກັບການຄຸ້ມຄອງຂອງສູນກາງທີ່ຕັ້ງຢູ່ແຂວງ ແລະ
ນະຄອນຕາມການຕົກລົງຂອງຫົວໜ້າພະແນກ.
- ຄົ້ນຄ້ວາສ້າງສັນຍາ, ອະນຸສັນຍາ, ຈັດພິທິເຊັນສັນຍາ, ຈັດປະຊຸມ ພິຈາລະນາການຂໍລົງທຶນພາຍໃນ ແລະ ຕ່າງປະເທດ.
- ສົມທົບກັບພາກສ່ວນທີ່ກ່ຽວຂ້ອງແກ້ໄຂບັນຫາທີ່ເກີດຂຶ້ນໃນບັນດາໂຄງການລົງທຶນຕ່າງໆຕາມການຊີ້ນຳ ຂອງຫົວໜ້າພະແນກ.
- ສະຫຼຸບລາຍງານຜົນຂອງການລົງທຶນປະຈຳເດືອນ, ງວດ ແລະ ປະຈຳປີ ເພື່ອສະເໜີໃຫ້ຫົວໜ້າພະແນກພິຈາລະນາ.