ເວັບໄຊທາງການ
ກະຊວງແຜນການ ແລະ ການລົງທືນ
ພະແນກແຜນການ ແລະ ການລົງທືນ
ແຂວງຄໍາມ່ວນ, ສປປ ລາວ.
ວິໃສທັດ: ແຂວງຄໍາມ່ວນ ເປັນແຫລ່ງສະບຽງອາຫານ, ເປັນສູນກາງການຄ້າ ແລະ ບໍລິການ-ການທ່ອງທ່ຽວ.
ອັບເດດລ່າສຸດ: 2023-12-07 20:00:12

ທີ່ຕັ້ງ ແລະ ປະຊາກອນ ແຂວງຄໍາມ່ວນ

Khammouane location ແຂວງຄໍາມ່ວນແມ່ນແຂວງໜື່ງທີ່ຕັ້ງຢູ່ພາກກາງຂອງປະເທດລາວ ແລະ ມີເນື້ອທີ່ທັງໝົດ 16,315 ກມ2. ທາງທິດເໜືອຕິດກັບແຂວງບໍລິຄໍາໄຊ, ທາງທິດໄຕ້ຕິດກັບແຂວງສະຫວັນນະເຂດ, ທາງທິດຕາເວັນອອກຕິດກັບປະເທດຫວຽດນາມ ແລະ ທາງທິດຕາເວັນຕົກຕິດກັບປະເທດໄທ. ແຂວງຄໍາມ່ວນໄດ້ແບ່ງອອກເປັນ 3 ເຂດ ອິງຕາມພູມສັນຖານຂອງແຂວງຄື[1]:

- ເຂດພູເຂົາ ກວມເອົາ 35% ເນື້ອທີ່ຂອງແຂວງ ເຊີ່ງເປັນເຂດທາງພາກເໜືອ ໂດຍມີເມືອງນາກາຍ, ເມືອງຍົມມະລາດ ແລະ ເມືອງບົວລະພາ.

- ເຂດພູພຽງ ກວມເອົາ 20% ເນື້ອທີ່ຂອງແຂວງ ເຊີ່ງນອນຢູ່ໃນພື້ນທີ່ປະມານ 300ແມັດ ຫາ 700ແມັດ ຕາມເມືອງທ່າແຂກ, ເມືອງຫີນບູນ, ເມືອງໜອງບົກ, ເມືອງເຊບັງໄຟ, ເມືອງມະຫາໄຊ ແລະ ເມືອງໄຊບົວທອງ. ເຂດດັ່ງກ່າວເໝາະແກ່ການປູກພືດກະສິກໍາ ແລະ ອຸດສະຫະກໍາ.

- ເຂດທົ່ງພຽງ ກວມເອົາ 45% ເນື້ອທີ່ຂອງແຂວງ ເຊີ່ງລວມເອົາພື້ນທີ່ລຽບຕາມແມ່ນໍ້າຂອງ ທີ່ເປັນເຂດອຸດົມສົມບູນ ເໝາະແກ່ການປູກເຂົ້າ ແລະ ພຶດອຸດສະຫະກໍາ





District in Khammouane




ຈໍານວນປະຊາກອນໃນແຕ່ລະຕົວເມືອງ

ລະຫັດ

ຊື່ເມືອງ

ຈໍານວນບ້ານ

ຈໍານວນຄົວເຮືອນ

ປະຊາກອນ

ລວມທັງໝົດ

ຍີງ

ຊາຍ

01

ທ່າແຂກ

91

17,153

91,771

46,517

45,254

02

ມະຫາໄຊ

67

7,031

35,784

18,069

17,715

03

ໜອງບົກ

55

8,881

49,229

25,103

24,126

04

ຫິນບູນ

103

9,430

51,252

25,500

25,752

05

ຍົມມະລາດ

46

6,682

32,623

16,591

16,032

06

ບົວລະພາ

72

5,900

31,681

16,181

15,500

07

ນາກາຍ

32

4,826

24,731

12,420

12,311

08

ເຊບັງໄຟ

45

5,361

29,692

15,044

14,648

09

ໄຊບົວທອງ

40

4,599

25,586

12,799

12,787

10

ຄູນຄໍາ

32

4,337

22,582

11,160

11,422

 

ເອກະສານອ້າງອິງ:

[1] Ibid.

[2] Source: Statistical yearbook 2009.

[3] According to the 2005 population and housing census.

[4] Ibid.

[5] DoNRE, 2008

[6] % of poor population, villages more than one hour from a primary school, villages without medicine kit or dispensary or two hour walk to the nearest health centre, villages w/o access to safe water, no road access or only accessible during dry season.