ເວັບໄຊທາງການ
ກະຊວງແຜນການ ແລະ ການລົງທືນ
ພະແນກແຜນການ ແລະ ການລົງທືນ
ແຂວງຄໍາມ່ວນ, ສປປ ລາວ.
ວິໃສທັດ: ແຂວງຄໍາມ່ວນ ເປັນແຫລ່ງສະບຽງອາຫານ, ເປັນສູນກາງການຄ້າ ແລະ ບໍລິການ-ການທ່ອງທ່ຽວ.
ອັບເດດລ່າສຸດ: 2023-12-07 20:00:12

ການນໍາໃຊ້ທີ່ດີນ

      ອີງຕາມການຈັດລໍາດັບຂອງ DoNRE, ການນໍາໃຊ້ທີ່ດີນຂອງແຂວງຄໍາມ່ວນໃນປັດຈຸບັນ ປະກອບດ້ວຍເນື້ອທີ່ປ່າໄມ້ 64% ສ່ວນທີ່ຍັງເຫຼືອແມ່ນພື້ນທີ່ດີນສໍາລັບການຜະລິດກະສິກໍາ, ພື້ນທີ່ດີນອຸດສະຫະກໍາ ແລະ ບໍລິເວນພື້ນທີ່ນໍ້າ [1].
ສະພາບອາກາດມີລັກສະນະແຫ້ງ ແລະ ໃນລະດູຝົນມີປະລິມານນໍ້າຝົນປະມານ 2,600 ມມຕໍ່ປີ. ມີແມ່ນໍ້າ 2 ສາຍຄື: ນໍ້າເທີນ ແລະ ເຊບັງໄຟ, ໄຫຼມາຈາກສາຍພູຫຼວງລົງສູ່ແມ່ນໍ້າຂອງ. ໄດ້ສ້າງເຂື່ອນໄຟຟ້າພະລັງງານນໍ້າຕົກ ນໍ້າເທີນ 2, ເຊີ່ງເປັນໂຄງການພະລັງງານນໍ້າຕົກທີ່ໃຫຍ່ທີ່ສຸດໃນປະເທດ ຕັ້ງຢູ່ຕີນພູພຽງນາກາຍ. ເຂດສະຫງວນຊີວະນາໆພັນແຫ່ງຊາດທັງສາມແຫ່ງໄດ້ແກ່ນາກາຍ-ນໍ້າເທີນ, ຫີນໜາມໜໍ່ ແລະ ພູຫີນປູນ ປະກອບເຂົ້າກັນເປັນປະມານ 43% ຂອງເນື້ອທີ່ທັງໝົດຂອງແຂວງຄໍາມ່ວນ, ນາກາຍ-ນໍ້າເທີນ ແລະ ຫີນໜາມໜໍ່ ແຜ່ກວ້າງກວມເປັນສ່ວນໜື່ງຂອງເມືອງນາກາຍ ແລະ ບົວລະພາ, ກິດຈະກໍາຂຸດຄົ້ນໄມ້ທ່ອນ ແມ່ນເກືອດຫ້າມຢູ່ໃນບໍລິເວນເຂດພື້ນທີ່ນີ້. ແຂວງໄດ້ຈໍາແນກອອກເປັນ 3 ເຂດພື້ນທີ່ຕົ້ນຕໍຄື [2]:

-    ເຂດພື້ນທີ່ພູດອຍ ກວມເອົາ 35% ເນື້ອທີ່ຂອງແຂວງ ເຊີ່ງເປັນເຂດທາງພາກເໜືອ ໂດຍມີເມືອງນາກາຍ, ເມືອງຍົມມະລາດ ແລະ ເມືອງບົວລະພາ.
-    ເຂດພູພຽງ ກວມເອົາ 20% ເນື້ອທີ່ຂອງແຂວງ ແມ່ນຕັ້ງຢູ່ໃນລະດັບເຂດສູງ 300ແມັດ ຫາ 700ແມັດ ຕາມເມືອງທ່າແຂກ, ເມືອງຫີນບູນ, ເມືອງໜອງບົກ, ເມືອງເຊບັງໄຟ, ເມືອງມະຫາໄຊ ແລະ ເມືອງໄຊບົວທອງ. ເຂດດັ່ງກ່າວເໝາະແກ່ການປູກພືດກະສິກໍາ ແລະ ອຸດສະຫະກໍາ.
-    ເຂດທົ່ງພຽງ ກວມເອົາ 45% ເນື້ອທີ່ຂອງແຂວງ ເຊີ່ງລວມເອົາພື້ນທີ່ຮາບພຽງ ເລາະລຽບຕາມແມ່ນໍ້າຂອງ ທີ່ເປັນເຂດອຸດົມສົມບູນ ເໝາະແກ່ການປູກເຂົ້າ ແລະ ພຶດອຸດສະຫະກໍາ.


ຮູບ ການຈັດສັນທີ່ດີນ ຂອງແຂວງຄໍາມ່ວນ


ເອກະສານອ້າງອີງ
[1] ພະແນກ DoNRE, 2008 70
[2] ພະແນກ DoNRE, 2008 70