(2016 – 2020) ຂອງ ແຂວງ ຄໍາມ່ວນ
ພະແນກ ແຜນການ ແລະ ການລົງທຶນ
ແຂວງ ຄຳມ່ວນ, ມິຖຸນາ 2015
ອະລຳພະບົດ
ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຂອງແຂວງ ຄໍາມ່ວນ ເປັນແຜນຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ ເປັນພື້ນຖານໃຫ້ແກ່ການພັດທະນາແຂວງໄປຕາມທິດການຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ.
ແຜນ 5 ປີຄັ້ງນີ້ເປັນມາດຕະການຈັດຕັ້ງປະຕິບັດຍຸດທະສາດພັດທະນາເສດຖະກິດ-ສັງຄົມຮອດປີ 2025 ແລະ ວິໄສທັດຮອດປີ 2030 ໂດຍການສ້າງໃຫ້ມີການປ່ຽນແປງໃໝ່ ຢ່າງຮອບດ້ານ ໃນການບັນລຸເງື່ອນໄຂຂອງການຫຼຸດພົ້ນອອກຈາກຄວາມ ທຸກຍາກໃນປີ 2020, ເປີດກວ້າງການພົວພັນກັບບັນດາເພື່ອນມິດສາກົນໂດຍສະເພາະແມ່ນພາຍຫຼັງທີ່ປະເທດເຮົາໄດ້ເຂົ້າຮ່ວມປະຊາຄົມອາຊຽນໃນປີ 2015 ແລະ ສ້າງພື້ນຖານກ້າວໄປສູ່ແຂວງນຳໜ້າທາງດ້ານການຜະລິດສະບຽງອາຫານ, ບໍລິການທາງຜ່ານ, ການຄ້າ, ພັດທະນາການທ່ອງທ່ຽວ ແລະ ຫັນເປັນອຸດສາຫະກຳ ແລະ ທັນສະໄໝອີກກ້າວໜຶ່ງ ເພື່ອກ້າວໄປເປັນແຂວງທີ່ມີລາຍຮັບປານກາງສູງ ໃນປີ 2030, ແນ່ໃສ່ຍົກລະດັບການເປັນຢູ່ຂອງປະຊາຊົນໃຫ້ຢູ່ດີ, ກິນດີ ແລະ ຮັ່ງມີເທື່ອລະກ້າວ.
ຈຸດໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ແມ່ນຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ສືບຕໍ່ແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນໃຫ້ສຳເລັດໃນປີ 2020 ໃນນັ້ນ ຕ້ອງຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງສົມດູນ ແລະ ຍືນຍົງ.
ທິດທາງ ແລະ ໜ້າທີ່ຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ລວມປະກອບມີ 5 ຫຼັກການຄື:
1. ເຮັດໃຫ້ເສດຖະກິດຂອງແຂວງຄຳມ່ວນຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ, ດູ່ນດ່ຽງລະຫວ່າງການພັດ ທະນາ ແລະ ການສະໜອງທຶນໂດຍໃຫ້ສອດຄ່ອງກັບເງື່ອນໄຂໃໝ່ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ.
2. ຮັບປະກັນການພັດທະນາທີ່ຍືນຍົງ, ມີຄວາມສອດຄ່ອງກົມກຽວລະຫວ່າງການພັດທະນາເສດຖະກິດ, ວັດ ທະນະທຳ-ສັງຄົມ ແລະ ການປົກປັກຮັກສາສະພາບແວດລ້ອມ. ພັດທະນາຊົນນະບົດຮອບດ້ານຕິດພັນສະໜິດແໜ້ນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມທິດ 3 ສ້າງ.
3. ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ: ສ້າງກຳລັງແຮງງານໃຫ້ມີສີມື, ສ້າງໃຫ້ໄດ້ຊ່ຽວຊານສະເພາະດ້ານວິຊາການ ແລະ ເຕັກນິກ. ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານລັດ, ວິສາຫະກິດ ແລະ ຜູ້ປະກອບການໃຫ້ມີຄວາມສາມາດແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດ.
4. ຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ.
5. ສືບຕໍ່ຮ່ວມມືກັບເພື່ອນມິດສາກົນດ້ວຍຫຼາຍຮູບແບບຢ່າງເປັນເຈົ້າການຕາມທິດຕ່າງຝ່າຍຕ່າງມີຜົນປະ ໂຫຍດ ແລະ ຊ່ວຍເຫຼືອເຊິງກັນ ແລະ ກັນ.
ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ສ້າງຂື້ນບົນພື້ນຖານບຸກທະລຸທາງດ້ານຈິນ ຕະນາການເນື່ອງຈາກການສ້າງແຜນຄັ້ງນີ້ແມ່ນໄດ້ກຳນົດໜ້າວຽກຈຸດສຸມຢ່າງຊັດເຈນ ແລະ ມີເປົ້າໝາຍໃນການພັດທະນາທີ່ແນ່ນອນໂດຍມີການປະສານສົມທົບສັງລວມລະຫວ່າງແຜນພັດທະນາຂອງຂະແໜງການ, ເມືອງຢ່າງສອດຄ່ອງ ແລະ ກົມກຽວ.