ເວັບໄຊທາງການ
ກະຊວງແຜນການ ແລະ ການລົງທືນ
ພະແນກແຜນການ ແລະ ການລົງທືນ
ແຂວງຄໍາມ່ວນ, ສປປ ລາວ.
ວິໃສທັດ: ແຂວງຄໍາມ່ວນ ເປັນແຫລ່ງສະບຽງອາຫານ, ເປັນສູນກາງການຄ້າ ແລະ ບໍລິການ-ການທ່ອງທ່ຽວ.
ອັບເດດລ່າສຸດ: 2023-12-07 20:00:12

ສູນສະຖິຕິປະຈໍາແຂວງ

    

ສູນສະຖິຕິປະຈໍາແຂວງ

       ໜ້າທີ່ ຂອງສູນສະຖິຕິ 1.     ເກັບກຳ, ສັງລວມ ແລະ ວິໄຈຂໍ້ມູນສະຖິຕິດ້ານເສດຖະກິດ-ສັງຄົມ ຈາກພະແນກການ, ຫົວໜ່ວຍເສດຖະກິດ ຂອງລັດ. ລວມໝູ່, ເອກະຊົນພາຍໃນ ແລະ ຕ່າງປະເທດ ທີ່ຂຶ້ນກັບການຄຸ້ມຄອງ ຂອງແຂວງ ແລະ ນະຄອນ. 2.    ສ້າງບົດສະຫຼຸບລາຍງານສະຖິຕິ ກ່ຽວກັບ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳງວດ,6ເດຶອນ ແລະ ປະຈຳປີ ໃຫ້ອຳນາດການປົກຄອງແຂວງ, ນະຄອນ ແລະ ກົມ ສະຖິຕິທັນກັບເວລາ. 3.     ສະໜອງ ແລະ ບໍລີການຂໍ້ມູນຂ່າວສານດ້ານເສດຖະກິດ-ສັງຄົມ ໃຫ້ສັງຄົມພາກສ່ວນທີ່ກ່ຽວຂ້ອງ. 4.     ຈັດຕັ້ງປະຕິບັດຫຼັກການບັນຊີແຫ່ງຊາດ, ສາລະບານ, ບັນຊີລະຫັດ, ການອອກແບບສຳຫຼວດ, ຕາຕະລາງ ແລະ ສູດຄິດໄລ່ຕ່າງໆ ທີ່ກົມສະຖິຕິວາງອອກໃຫ້ຢ່າງຖືກຕ້ອງ ແລະ ຊັດເຈນ. 5.    ສຳຫຼວດຂະໜາດນ້ອຍ ແລະ ສຳຫຼວດແບບຕົວແທນ ຕາມຄວາມສາມາດ ຂອງແຂວງ ແລະ ນະຄອນ. 6.    ສະໜອງຂໍ້ມູນ ເພື່ອຄິດໄລ່ລວມຍອດພະລິດຕະພັນພາຍໃນ ຂອງແຂວງ ຕໍ່ຫົວຄົນ.